spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ເນັ້ນຊາວໜຸ່ມຕ້ອງບຸກບືນ ​​ຂະຫຍາຍ​ບົດບາດ​ປະຈັນບານ ມີຫົວຄິດ​ປະດິດ​ສ້າງ!

ນາຍົກລັດຖະມົນຕີ ເນັ້ນຊາວໜຸ່ມຕ້ອງບຸກບືນ ​​ຂະຫຍາຍ​ບົດບາດ​ປະຈັນບານ ມີຫົວຄິດ​ປະດິດ​ສ້າງ!

Published on

ຂປລ. ນາຍົກລັດຖະມົນຕີ ​​ໄດ້​ເນັ້ນ​​ໃຫ້​ຂະ​ບວນການ​ຂອງຊາວ​ໜຸ່ມ​ລາວ​ພວກເຮົາ ຕ້ອງ​ມີ​ຄວາມ​ສາມັກຄີ, ພ້ອມ​ຈິດ​ພ້ອມ​ໃຈ, ທັງ​ແຂ່ງຂັນ​ຊຸກຍູ້​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ໃນ​ນັ້ນ​ ຊາວ​ໜຸ່ມ​ກໍ​ຕ້ອງ​ໄດ້​ບຸກບືນຕົວ​ໃຫ້​ຫລາຍ​ກວ່າ​ເກົ່າ, ວ່ອງ​ໄວ​, ​ຟົດ​ຟື້ນ​ ​ແລະ ໜັກ​ແໜ້ນ​ກວ່າ​ນີ້ ເພື່ອ​ພ້ອມ​ກັນ​ກ້າວ​ໄປພັດທະນາ​ປະ​ເທດ​ຊາດ ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ.

​ໃນ​ໂອກາດພົບ​ປະ​ໂອ້​ລົມ​ຊາວ​ໜຸ່ມ ​ແລະ ​ເຍົາວະ​ຊົນ ໃນ​ໂອກາດ​ວັນ​ປະກາດ​ເອກະລາດ​ຄົບຮອບ 71 ປີ (12 ຕຸລາ 1945-12 ຕຸລາ 2016) ​ທີ່​ນະຄອນຫລວງ​ວຽງ​ຈັນ, ທ່ານ ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້ຕີ​ລາຄາ ​ແລະ ​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ ຄວາມ​ສໍາຄັນ​ຂອງ​ວັນ​ດັ່ງກ່າວ​ ໃນ​ການ​ນໍາພາ​ຂອງ​ພັກ ​ແລະ ການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໂດຍ​ມີ​ຊາວ​ໜຸ່ມ​ເປັນ​ກໍາລັງ​ແຮງ ​ໃນ​ຂະ​ບວນການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ​ອອກ​ຈາກ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງຂຶ້ນ​ແບບ​ເກົ່າ ​ແລະ ແບບ​ໃໝ່, ນໍ້າ​ໃຈ​ຕໍ່​ສູ້ພິລະ​ອາດ​ຫານ ​ແລະ ຄວາມ​ເສຍ​ສະຫລະ​ອັນ​ສູງ​ສົ່ງ​ຂອງ​ຊາວ​ໜຸ່ມ​ລາວ​ ເຮັດ​ໃຫ້​ສາມາດ​ຍາດ​ເອົາ​ເອກະລາດ​ໃນ​ປີ 1945 ຖື​ວ່າ​ຊາວ​ໜຸ່ມ​ເປັນ​ກໍາລັງ​ແຮງ​ຕົ້ນຕໍ ​ແລະ ​ເປັນ​ຜູ້​ສືບ​ທອດ​ພາລະກິດ​ປະຕິວັດ ​ດັ່ງ​ປະທານ​ໄກສອນ ພົມ​ວິຫານ ກ່າວ​ໄວ້​ວ່າ: “ ບໍ່​ວ່າ​ຈະ​ເປັນ​ຍຸກ​ໃດສະ​ໄໝ​ໃດ ​​ແລະ ສັງຄົມ​ໃດ ຊາວໜຸ່ມ​ໄດ້​ເປັນ​ກໍາລັງ​ໃຫຍ່​ໂຕ, ຫລວງຫລາຍ, ຂະຫຍັນ​ຂັນ​ແຂງ, ​ໃນ​ຍຸກ​ນັ້ນ, ສະ​ໄໝ​ນັ້ນ”, “ ຊາວ​ໜຸ່ມ​ຈົ່ງ​ເປັນ​ດັ່ງ​ນົກ​ອິນ​ຊີ ທີ່​ບໍ່​ຫວັ່ນ​ກົວ​ຕໍ່​ພາຍຸ​ລົມ​ແດງ ຈົ່ງ​ກາຍ​ເປັນ​ສິນ​ໄຊ​ຂອງ​ຍຸກ​ສະ​ໄໝ​ພວກ​ເຮົາ ”.

ທ່ານ​ນາຍົກ​ລັດຖະມົນຕີ ຍັງ​​ກ່າວ​​ເນັ້ນຕື່ມ​ວ່າ: ຊາວ​ໜຸ່ມ ​ເຊິ່ງ​ເປັນ​ກໍາລັງ​ແຮງ​ປະຈັນບານ​ຂອງ​ພັກ, ​ເປັນ​ກໍາລັງ​ຫລັກ​ຂອງ​ຊາດ​ ທັງ​ໃນ​ປັດຈຸບັນ ​ແລະ ອະນາ​ຄົດ ຈໍາ​ເປັນ​ຕ້ອງ​ສືບ​ຕໍ່​ເດັດດ່ຽວ ​ແລະ ບຸກບືນ​ປະຕິບັດ​ພາລະ​ໜ້າ​ທີ່​ທີ່​ພັກ ​ແລະ ລັດມອບ​ໝາຍ​ໃຫ້. ຊາວ​ໜຸ່ມ ຕ້ອງ​ເປັນ​ຄົນ​ຮຽນ​ຮູ້​ຢູ່​ຕະຫລອດ​​ເວລາ​, ຮຽນ​ຮູ້​ຕະຫລອດ​ຊີວິດໃຫ້​ຫລາຍ​ຂຶ້ນ, ຊາວ​ໜຸ່ມ​ທີ່ຢູ່​ໃນ​ອົງການ​ຈັດ​ຕັ້ງ ກໍ​ຕ້ອງ​ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ ເອົາ​ໃຈ​ໃສ່​ປັບປຸງ​ການຈັດ​ຕັ້ງໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ ໂດຍ​ສະ​ເພາະ​ແມ່ນ​ການຈັດ​ຕັ້ງ​ຮາກ​ຖານ​ຂອງ​ຊາວ​ໜຸ່ມ, ຕ້ອງ​ຊຸກຍູ້​ຂະ​ບວນການ​ຂອງ​ຊາວ​ໜຸ່ມ​ໃຫ້​ກວ້າງຂວາງ, ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​ຂອງ​ຊາວ​ໜຸ່ມ, ມີຫົວຄິດ​ປະດິດ​ສ້າງ​ຂອງ​ຄົນ​ຮຸ່ນ​ໜຸ່ມ, ຍູ້​ແຮງ​ຂະ​ບວນການ​ຮັກ​ຊາດ-ພັດທະນາ ​ແລະ ວຽກ​ງານ 3 ສ້າງ​ດ້ວຍ​ການ​ປຸກລະດົມ​ຂະ​ບວນການ 4 ບຸກ ຂອງ​ຊາວ​ໜຸ່ມ ​ແລະ 3 ດີ 4 ຮູ້​ຂອງ​ເຍົາວະ​ຊົນ​ທັນວາ. ຂະ​ນະດຽວກັນ, ກໍ​ຕ້ອງ​ກໍາ​​ແໜ້ນ​ ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ແລ້ວ​ຜັນ​ຂະຫຍາຍ​ຈັດ​ຕັ້ງປະຕິບັດ​ໃຫ້​ຖືກ​ທິດ ຮັບປະກັນ​ທັງ​ການ​ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ​ຂອງ​ສາກົນ ​ແລະ ການ​ປົກ​ປ້ອງ​ແນວທາງ​ການ​ເມືອງ​ຂອງ​ພັກ.

kpl_2765-thonglun-3

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...