Homeສຸຂະພາບ ແລະ ສີ່ງແວດລ້ອມໝາກນໍ້າ ຊ່ວຍຫຼຸດນໍ້າໜັກ ແລະຫຼຸດໄຂມັນໃນເລືອດໄດ້ດີ

ໝາກນໍ້າ ຊ່ວຍຫຼຸດນໍ້າໜັກ ແລະຫຼຸດໄຂມັນໃນເລືອດໄດ້ດີ

Published on

ໝາກນໍ້າ ເປັນໝາກໄມ້ພື້ນບ້ານທີ່ຫຼາຍຄົນຄຸ້ນເຄີຍກັບການແຕ່ງເປັນອາຫານ ເຖິງແມ່ນຈະມີປະໂຫຍດທາງໂຄສະນາການແລ້ວ ຍັງທີສັບພະຄຸນທາງຢາ ເພາະໝາກນໍ້າ ມີອົງປະກອບດ້ວຍນໍ້າຫຼາຍ ຈຶ່ງເປັນໝາກໄມ້ທີ່ດີໃນການຊ່ວຍຫຼຸດນໍ້າໜັກ, ນອກນີ້ຍັງມີສັບພະຄຸນຫຼາຍຢ່າງເຊັ່ນ:

  1. ຊ່ວຍຫຼຸດນໍ້າໜັກ ເພາະໝາກນໍ້າ ມີນໍ້າ ເປັນອົງປະກອບສຳຄັນ ເປັນອາຫານທີ່ຍ່ອຍງ່າຍ ດີຕໍ່ລະບົບຂັບຖ່າຍ ໃຜທີ່ຢາກໃຫ້ຮ່າງກາຍຈ່ອຍຄວນກິນຕະຫຼອດ
  2. ຊ່ວຍໃຫ້ຮ່າງກາຍແຂງແຮງ ກິນແລ້ວຈະເຮັດໃຫ້ເພີ່ມພະລັງງານ ໃຫ້ຮ່າງກາຍແຂງແຮງ ແລະເສີມພະລັງງານທາງເພດ, ມີສ່ວນຊ່ວຍຮັກສາພະຍາດເບົາຫວານ
  3. ຊ່ວຍຮັກສາອາການເປັນໄຂ້, ໃຊ້ຮັກສາອາການພະຍາດຫອບຫືດ, ຮັກສາບັນເທົາອາການໄອ
  4. ຊ່ວຍຮັກສາແຜມີໜອງ ໂດຍການໃຊ້ເມັດທີ່ຕາກແຫ້ງປະມານ 30 ກຼາມ ໄປບົດເປັນຜົງ ແລ້ວເອົາໄປຕົ້ມເອົານໍ້າມາທາບ່ອນທີ່ເປັນບາວດແຜໜອງ ຈະເຮັດໃຫ້ອາການເຊົາໄດ້
  5. ໃຊ້ຫຼຸດໄຂມັນໃນເສັ້ນເລືອດ, ຊ່ວຍໃນການຄວບຄຸມນໍ້າໜັກ, ມີສານຕ້ານອະນຸມູນອິດສະລະ, ຊ່ວຍປ້ອງກັນສາເຫດຂອງການເກີດເປັນມະເຮັງ, ໃຊ້ຮັກສາອາການຂອງພະຍາດຫຼອດລົມອັກເສບ, ໃຊ້ຮັກສາອາການເລືອດເປັນພິດ
  6. ຫຼຸດເບົາຫວານ ໂດຍການຕົ້ມໝາກນໍ້າທີ່ປອກເປືອກ ແລ້ວກິນນໍ້າມັນເທື່ອລະ 60-90 ກຼາມເປັນປະຈໍາ ຈະຊ່ວຍໃຫ້ເບົາຫວານຫຼຸດລົງ
  7. ຊ່ວຍຫຼຸດລິດສີດວງທະວານ ການອັກເສບເຈັບບໍລິເວນທະວານ ເອົາໝາກນໍ້າມາຕົ້ມ ປະໃຫ້ອຸ່ນແລ້ວເອົາລ້າງທະວານຈະຊ່ວຍຫຼຸດອາການອັກເສບລົງໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...