spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາໂວກາໂດ ມີຄຸນປະໂຫຍດຫຼາຍ ກັບແມ່ຍິງຖືພາ ແລະເດັກໃນທ້ອງ

ອາໂວກາໂດ ມີຄຸນປະໂຫຍດຫຼາຍ ກັບແມ່ຍິງຖືພາ ແລະເດັກໃນທ້ອງ

Published on

ອາໂວກາໂດ ເປັນໝາກໄມ້ທີ່ມີວິຕາມິນ ແຮ່ທາດ ສານຕ້ານອະນຸມູນອິດສະລະ ເຊິ່ງລ້ວນແລ້ວແຕ່ມີປະໂຫຍດຕໍ່ການຈະເລີນເຕບໂຕຂອງລູກນ້ອຍ ແລະເປັນໝາກໄມ້ທີ່ຄົນຖືພາຄວນກິນ ເພາະອາໂວກາໂດບໍ່ເຮັດໃຫ້ຕຸ້ຍ ມີໄຂມັນດີທີ່ມີປະໂຫຍດຕໍ່ຮ່າງກາຍເວລາຖືພາ ແລະຍັງຊ່ວຍກຳຈັດຄໍເລດເຕີລໍທີ່ບໍ່ດີອອກຈາກຮ່າງກາຍອີກ

  1. ອາໂວກາໂດ ມີສານກຼູຕ້າໄຮໂອນ ເປັນໂປຣຕີນຊະນິດໜຶ່ງ ມີໜ້າທີ່ປ້ອງກັນເນື້ອເຍື່ອຂອງອະໄວຍະວະທຸກສ່ວນ
  2. ມີວິຕາມິນສູງ ປະກອບດ້ວຍ ວິຕາມິນເອ ຊ່ວຍບຳລຸງສາຍຕາ, ມີວິຕາມິນບີ ຊ່ວຍອາການຊາຕາມຮ່າງກາຍ, ວິຕາມິນຊີ ຊ່ວຍປ້ອງກັນເປັນຫວັດ, ເລືອດອອກຕາມແຂ້ວ ແລະມີວິຕາມິນອີ ຊ່ວຍປ້ອງກັນເຊວຂອງຮ່າງກາຍຈາກພິດມາທາງອາກາດ, ນໍ້າ ແລະອາຫານ, ປ້ອງກັນມະເຮັງໄດ້
  3. ມີແຮ່ທາດ ແລະສານອາຫານທີ່ຈຳເປັນສຳລັບຮ່າງກາຍ ໂດຍສະເພາະແມ່ນ ໂຊດຽມ, ໂພແທັກຊຽມ ແລະໂຟເລດສູງ ເປັນສານອາຫານທີ່ສຳຄັນສຳລັບຄົນຖືພາ, ຊ່ວຍໃຫ້ເດັກແຂງແຮງສົມບູນ
  4. ອຸດົມດ້ວຍໄຂມັນອິ່ມຕົວທີ່ຍ່ອຍງ່າຍ, ມີຄາໂບໄຮເດດຕໍ່າ, ຜູ້ເປັນເບົາຫວານກໍກິນໄດ້, ຊ່ວຍກະຕຸ້ນນໍ້າຕານໃນເລືອດ ເຊິ່ງບາງຄົນຖືພາມັກເປັນເບົາຫວານ ຈຶ່ງຄວນກິນ ອາໂວກາໂດ ໃຫ້ພຽງພໍ
  5. ຊ່ວຍໃນການຂັບຖ່າຍ ເຮັດໃຫ້ແມ່ຍິງຖືພາທີ່ກຳລັງອືດທ້ອງ ຂັບຖ່າຍໄດ້ສະດວກຂຶ້ນ
  6. ມີໂອເມກ້າ 3 ແລະ 6 ທີ່ຊ່ວຍບຳລຸງສະໝອງ ແລະລະບົບປະສາດໄດ້ດີ
  7. ການກິນຕະຫຼອດຊ່ວຍປ້ອງກັນສະໝອງເສື່ອມ ແລະລະບົບປະສາດ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...