spot_img
Homeປະເພນີ-ວັດທະນະທຳລາວກຽມສະເໜີພູຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກດ້ານທຳມະຊາດ

ລາວກຽມສະເໜີພູຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກດ້ານທຳມະຊາດ

Published on

ວັນທີ 11 ຕຸລານີ້, ຄະນະກຳມະການປະສານງານແຫ່ງຊາດເພື່ອມໍລະດົກໂລກ ຮ່ວມກັບອົງ ການສາກົນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ, ໄດ້ຈັດກອງປະຊຸມຄົບຄະນະຂອງຕົນ ຂຶ້ນທີ່ຫໍວັດທະນະ ທຳແຫ່ງຊາດ ເພື່ອກຽມຄວາມພ້ອມຕ່າງໆໃຫ້ແກ່ການນຳສະເໜີເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ, ໂດຍການເປັນປະ ທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານຄະນະກຳມະການປະສານງານແຫ່ງຊາດ ເພື່ອມໍລະດົກໂລກ, ຊຶ່ງຈະໄດ້ພ້ອມກັນສັງເກດຕີລາຄາຜົນຂອງການກະກຽມຕ່າງໆ ເພື່ອນຳສະເໜີອົງການອຸຍແນສໂກ ພິຈາລະນາເອົາພູຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ຕາມທິດຊີ້ນຳຂອງລັດຖະບານແລະ ຈະໄດ້ຮ່ວມກັນພິຈາລະນາບັນຫາທີ່ສຳຄັນ ແລະ ຈຳເປັນອີກຫລາຍບັນຫາເພື່ອນຳສະເໜີຂັ້ນເທິງ ເປັນຕົ້ນ ການປັບປຸງຄະນະກຳມະການແຫ່ງຊາດ, ບັນດາແຜນວຽກ ແລະ ແຜນງົບປະມານທີ່ຈຳເປັນຈຳນວນໜຶ່ງໃນການຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຕາມລະບຽບການທີ່ອົງການອຸຍແນສໂກ ວາງອອກ.

ພາຍຫລັງພູຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ຈະເຮັດໃຫ້ປະຊາຊົນຢູ່ໃກ້ຄຽງມີວຽກເຮັດງານທຳ ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລັ່ງໄຫລເຂົ້າມາທ່ຽວຊົມ, ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ເປັນຢ່າງດີ ແລະ ຍັງຈະເຮັດໃຫ້ຊາວລາວໄດ້ມີຄວາມເອກອ້າງທະນົງໃຈຕໍ່ຄວາມສວຍສົດງົດງາມໄປຂອງທຳມະຊາດແຫ່ງນີ້, ພ້ອມກັນນີ້ ສະຖານທີ່ດັ່ງກ່າວຍັງນອນຢູ່ໃນລະບົບນິເວດດຽວກັນກັບແຫລ່ງມໍລະດົກທາງທຳມະຊາດ ຟອງຍ່າແກ່ບາງ ຂອງ ສສ ຫວຽດນາມ ທີ່ຮັບຮອງເປັນມໍລະດົກໂລກໃນປີ 2003 ແລະ ຢູ່ໃນເງື່ອນໄຂຂອງການຮັບຮອງຄັ້ງນັ້ນ ຍັງໄດ້ລະບຸໄວ້ວ່າ: ຕ້ອງສືບຕໍ່ຮ່ວມມືກັບຝ່າຍລາວເພື່ອນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ຂອງລາວໃຫ້ເຂົ້າຢູ່ໃນບັນຊີມໍລະດົກໂລກແບບຂ້າມພົມແດນ (Trans-Boundary Inscription)ໄດ້.

ຫົວໜ້າກົມມໍລະດົກ ໃຫ້ຮູ້ວ່າ: ປ່າສະຫງວນແຫ່ງຊາດຫີນໜາມໜໍ່ແຫ່ງນີ້, ຕັ້ງຢູ່ລຽບຊາຍແດນລາວ-ຫວຽດນາມ, ໃນເນື້ອທີ 88.500 ເຮັກຕາ, ຖືກຮັບຮອງເປັນປ່າສະຫງວນແຫ່ງຊາດໃນປີ 1993 ເປັນຕົ້ນມາ, ໂດຍກົມຄຸ້ມຄອງປ່າສະຫງວນແຫ່ງຊາດ ກະຊວງກະສິກຳ ແລະ ປ່າໄມ້, ມາຮອດປັດຈຸບັນ ໄດ້ມີການກະກຽມຂໍ້ມູນທາງວິຊາການຈຳນວນໜຶ່ງແລ້ວ, ໂດຍຄະນະວິຊາການຂອງລາວ ໄດ້ສົມທົບກັບອົງການອະນຸລັກທຳມະຊາດສາກົນ (IUCN), ອົງການ GIZ ຂອງເຢຍລະມັນ ແລະ ພາກສ່ວນກ່ຽວຂ້ອງສາກົນອື່ນໆ ເພື່ອຍື່ນຕໍ່ອົງການອຸຍແນສໂກ ນຳເອົາປ່າສະຫງວນຫີນໜາມໜໍ່ເຂົ້າຢູ່ໃນບັນຊີເປົ້າໝາຍເປັນຂັ້ນຕອນທຳອິດແລ້ວ ເພື່ອເປັນການເປີດສາກໃຫ້ແກ່ການກະກຽມນຳສະເໜີຄຳຮ້ອງເຂົ້າເປັນມໍລະດົກໂລກໃນຂັ້ນຕໍ່ໄປ.

ຂ່າວ: ລາວພັດທະນາ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ifram FBເສດຖະກິດ-ສັງຄົມລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...