spot_img
Homeຂ່າວທ້ອງຖິ່ນທ່ານ ຈູມມາລີ ໄຊຍະສອນ ຢ້ຽມຢາມແຂວງ ບໍລິຄຳໄຊ

ທ່ານ ຈູມມາລີ ໄຊຍະສອນ ຢ້ຽມຢາມແຂວງ ບໍລິຄຳໄຊ

Published on

ຂປລ. ໃນວັນທີ 10 ຕຸລາ ນີ້, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດໄດ້ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງບໍລິຄໍາໄຊ ໂດຍ ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພະນັກງານນຳພາຫລັກແຫລ່ງ, ພະນັກງານອາວຸໂສບຳນານ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບອອ້ມຂ້າງເຂົ້າຮ່ວມ.

ທ່ານ ກອງແກ້ ໄຊສົງຄາມ ໄດ້ຖືໂອກາດນີ້ລາຍກ່ຽວກັບສະພາບການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄລຍະ 1 ປີຜ່ານມາວ່າ: ການຂະຫຍາຍຕົວເສດຖະກິດພາຍໃນ 9 ເດືອນປີນີ້ເຫັນວ່າ GDP ຂອງແຂວງບັນລຸໄດ້ 3 ພັນຕື້ກວ່າກີບ, ເທົ່າກັບ72,87% ຂອງແຜນການປີ, ອັດຕາການຂະຫຍາຍຕົວຂອງເສດຖະກິດ ໃນ 9 ເດືອນປີ 2016 ທຽບກັບປີ 2015 ຂະຫຍາຍຕົວ 8,1% ໃນນີ້: ຂົງເຂດກະສິກຳກວມເອົາ 40,09%, ອຸດສາຫະກຳກວມເອົາ 30,60% ແລະ ບໍລິການກວມເອົາ 29,31%GDP ສະເລ່ຍໃສ່ຫົວຄົນໄດ້ 11.984.598 ກີບ ເທົ່າກັບ 1.481 ໂດລາ/ຄົນ. ເທົ່າກັບ 74 ,79% ຂອງຄາດໝາຍແຜນການຄຶ: 1,980 ໂດລາ/ຄົນ. ດ້ານການລົງທຶນຂອງລັດ ສົກປີ2015-2016 ໄດ້ຮັບອະ ນຸມັດໂຄງການທັງໝົດ 255 ໂຄງການ ມູນຄ່າ 130,869 ຕື້ກີບ, ທຶນພາຍໃນ 117,01 ຕື້ກີບ, ທຶນຕ່າງປະເທດ 13,859 ຕື້ກີບ. ມາຮອດປັດຈຸບັນໄດ້ຈັດຕັ້ງປະຕິບັດໂຄງການແລ້ວ 100%, ຊຳລະແລ້ວ 247 ໂຄງການເທົ່າກັບ 86,80% ຂອງແຜນການ. ດ້ານການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ແມ່ນໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກ 3 ສ້າງໃນທົ່ວແຂວງເປັນປົກກະຕິ, ໂດຍໄດ້ປະຕິບັດ 3 ຮູບແບບ(ຮູແບບລົງແບບຂະບວນການປະຈຳ, ຮູບແບບສະເພາະກິດ, ຮູບແບບລົງຕາມສາຍຕັ້ງໃນນັ້ນແມ່ນເນັ້ນໃສ່ 2 ຮູບແບບຄື: ລົງສະເພາະກິດ ແລະ ລົງຕາມສາຍຕັ້ງ) ໄດ້ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນປະຈຳສົກປີ 2015-2016 ແລະ ໄດ້ວາງແຜນຈັດຕັ້ງປະຕິບັດ ປີ2017. ເຫັນວ່າອັດຕາຄວາມທຸກຍາກຂອງປະຊາກອນຍັງເຫຼືອ 4,07%. ຄອບຄົວທຸກຍາກຍັງເຫຼືອ 1.905 ຄອບຄົວ, ຄອບຄົວອານາຖາໃນທົ່ວແຂວງ 119 ຄອບຄົວ, ບ້ານທຸກຍາກຍັງເຫຼືອ 31 ບ້ານກວມເອົາ 10,47%, ເມືອງທຸກຍາກຍັງ 1 ເມືອງຄື: ເມືອງໄຊຈຳພອນ. ການແກ້ໄຂຄອບຄົວທຸກຍາກ-ອານາຖາແມ່ນໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາຄະນະພັກແຕ່ລະຂັ້ນ, ແຕ່ລະສະຫາຍຮັບຜິດຊອບແກ້ໄຂແຕ່ລະຄອບຄົວ, ເປັນຕົ້ນອຳນາດການປົກຄອງບ້ານຊ່ວຍຊ່ວຍຫຍັງ, ເມືອງຊ່ວຍຫຍັງ ແລະ ຂັ້ນແຂວງຊ່ວຍຫຍັງເພື່ອເຮັດໃຫ້ຄວາມທຸກຍາກໃຫ້ຍັງຕຳ່ກ່ວາ 2% ແລະ ວຽກງານດ້ານອື່ນໆແມ່ນໄດ້ຮັບການພັດທະນາຢ່າງກ້ວາງຂວາງ ແລະ ປະສົບຜົນສຳເລັດຕາມຄາດໝາຍ. ໂດຍລວມແລ້ວແຂວງບໍລິຄຳໄຊຂອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນໂດຍຟື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ມີລັກສະນະໝັ້ນທ່ຽງ, ດ້ານວັດທະນະທຳ-ສັງຄົມໄດ້ຮັບກາຍບູລະນະ, ຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈນັບມື້ດີຂື້ນ.

ໃນໂອກາດດັ່ງກ່າວນີ້ ທ່ານ ຈູມມາລີ ໄຊຍະສອນ ໄດ້ໂອ້ລົມ ພ້ອມເນັ້ນໜັກໃຫ້ຄະນະພັກ ອຳນາດການປົກຄອງແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນປຶກແຜນໃນການຊີ້ນຳໆພາວຽກງານແຕ່ລະດ້ານສຸມໃສ່ໃຫ້ແຂວງບໍລິຄຳໄຊ ມີຄວາມຮັ່ງມີ, ປະຊາຊົນມີຄວາມຮູ້ຄວາມສາມາດກ້າວຂື້ນຢ່າງຕໍ່ເນື່ອງ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ.

(ຂ່າວສີເວດ ພາບ: ວຽງສະຫວັນ), ພາບ: choum

ທີ່ມາຈາກ: ເຟສບຸກ ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...