spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ຕຸລາ

Published on

ວັນທີ 7 ຕຸລາ ປີ 2004 ຫຼືມື້ນີ້ເມື່ອ 12 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Viewtiful Joe ເທິງເຄື່ອງ PS2 ທີ່ປະເທດຝຣັ່ງແລະເນເທີແລນ. ໂດຍເກມນີ້ຈະເປັນເກມແນວ Beat ’em up ແບບລຸຍດ້ານຂ້າງຄ້າຍກັບເກມ Final Fight ໃນອະດີດ, ເຊິ່ງພັດທະນາໂດຍ Capcom ມີທ່ານຮິເດກິ ຄາມິຢະ (Hideki Kamiya) ຜູ້ໃຫ້ກຳເນີດຊີຣີ Devil May Cry ມາຮັບໜ້າທີ່ເປັນໄດເຣັກເຕີ້ໃຫ້ກັບເກມ ແລະກ່ອນໜ້ານີ້ເກມ Viewtiful Joe ກໍເຄີຍລົງໃຫ້ກັບເຄື່ອງ GameCube ມາແລ້ວເມື່ອປີ 2003 ແລະເວີຊັ່ນ PS2 ກໍຄືການພອຣ໌ດມາຈາກເວີຊັ່ນ GameCube ນັ້ນເອງ.

ເນື້ອເລື່ອງຂອງ Viewtiful Joe ຈະກ່າວເຖິງ ໂຈ (Joe) ແລະ ຊິລເວຍ (Silvia) ແຟນສາວຂອງໂຈໄດ້ໄປຊົມຮູບເງົາຍີ່ປຸ່ນນຳກັນ ໂດຍເລື່ອງດັ່ງກ່າວມີພະເອກເປັນຊູເປີຮີໂຣ້ຊື່ ກັບຕັນບລູ (Captain Blue), ແຕ່ວ່າພໍຈະຮອດສາກທີ່ກັບຕັນບລູພາດທ່າແລະຖືກໂຕຮ້າຍໃນເລື່ອງຈັດການ ເຈົ້າວາຍຮ້າຍໂຕນັ້ນມັນກໍໄດ້ອອກມາຈາກຈໍຮູບເງົາແລ້ວລັກພາໂຕຊິລເວຍໄປ, ສ່ວນໂຈກໍໄດ້ຮັບການຊ່ອຍເຫຼືອຈາກກັບຕັນບລູໃນການເຂົ້າໄປຢູ່ໃນໂລກຂອງຮູບເງົາ ຈາກນັ້ນໂຈຈຶ່ງຕ້ອງໄປຊິງໂຕຊິລເວຍກັບມາຈາກວາຍຮ້າຍໃນເລື່ອງ ພ້ອມກັນນີ້ກັບຕັນບລູກໍໄດ້ມອບອຸປະກອນທີ່ມີຊື່ວ່າ: “V-Watch” ທີ່ເຮັດໃຫ້ໂຈສາມາດແປງຮ່າງເປັນຊູເປີ້ຮີໂຣ້ໄດ້ພຽງເວົ້າຄຳວ່າ: “ເຮນຊິນ!!” ແລະນັ້ນກໍຄືຈຸດເລີ່ມຕົ້ນຂອງການປະຈົນໄພໃນເກມນີ້. 

ລະບົບການຫຼິ້ນຂອງເກມນີ້ຈະເປັນແນວຄ້າຍໆ Final Fight ຢ່າງທີ່ເວົ້າໄປໃນຕອນຕົ້ນ ໂດຍໂຈຈະມີທ່າໂຈມຕີທີ່ຫຼາກຫຼາຍທີ່ມີຊື່ວ່າ: VFX ເຊິ່ງຈະແຍກຍ່ອຍໄປຕາມຊະນິດຂອງແຕ່ລະທ່າ ແລະເມື່ອຈັດການສັດຕູແຕ່ລະໂຕລົງໄດ້ ຜູ້ຫຼິ້ນກໍຈະໄດ້ V-Point ທີ່ເປັນຫຼຽນຂະໜາດນ້ອຍແລະໃຫຍ່ຜັນແປຕາມຈຳນວນ, ນອກຈາກນີ້ເວລາໃຊ້ທ່າພິເສດກຳຈັດສັດຕູຈົນມີຄຳຂຶ້ນວ່າ: V-Mark ຫຼື Viewtifuls ກໍຈະໄດ້ຫຼຽນ V-Point ເປັນການຕອບແທນນຳ.

Fact ເລັກນ້ອຍກ່ຽວກັບເກມ Viewtiful Joe

  • ສຳລັບໃຜທີ່ຫຼິ້ນເກມນີ້ໃນແຜ່ນເວີຊັ່ນອາເມຣິກາ ເມື່ອຢູ່ໃນໜ້າໄຕເຕິ້ນ ໃຫ້ກົດປຸ່ມ L1, R1, L1, R1, ຂຶ້ນ, ລົງ, ຊ້າຍ, ຂວາ, ສາມຫຼ່ຽມ ແລະ ວົງມົນ ຕາມລຳດັບ ຈະປົດລ໋ອກໂໝດ Cheat Code ທີ່ຜູ້ຫຼິ້ນຈະສາມາດເລືອກໂຕລະຄອນໃໝ່ໆ ຫຼືປັບຄວາມຍາກໄດ້.

  • ທ່ານຮິເດກິ ຄາມິຢະໄດ້ເຄີຍໃຫ້ສຳພາດກັບເວັບໄຊ 1UP ວ່າເກມນີ້ໄດ້ນຳແຮງບັນດານໃຈຈາກຮູບເງົາ 3 ເລື່ອງມາໃຊ້ໃນເກມ ໄດ້ແກ່: Life is Beautiful ທີ່ໃຊ້ສຳລັບສາກ Bonus Video, ຕໍ່ມາຄືເລື່ອງ Speed ທີ່ເປັນສາກຕອນຢູ່ເທິງລົດບັສ ແລະສຸດທ້າຍຄື Jaws ທີ່ໄດ້ແຮງບັນດານໃຈໃນການອອກແບບບອສສະຫຼາມ.

  • ເກມ Viewtiful Joe ໄດ້ຮັບຄະແນນຣີວິວຈາກຫຼາຍໆສຳນັກໃນເກນທີ່ດີ ແຕ່ຍອດຂາຍພັດບໍ່ເປັນໄປຕາມທີ່ Capcom ຄາດຫວັງໄວ້ ໂດຍເວີຊັ່ນ PS2 ນີ້ສາມາດເຮັດຍອດຂາຍໄດ້ພຽງ 46,000 ຊຸດທົ່ວໂລກເທົ່ານັ້ນ ຍັງດີທີ່ວ່າເກມນີ້ໃຊ້ທຶນໃນການສ້າງບໍ່ສູງຫຼາຍ ຈຶ່ງບໍ່ເຖິງຂັ້ນເຈັບໂຕປານໃດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...