Home​ຂ່າວບັນເທິງເອັມມີ້ ມໍລະກົດ ຄວງຄູ່ຫວານໃຈ ທ່ຽວຊົມເມືອງ ຫຼວງພະບາງ

ເອັມມີ້ ມໍລະກົດ ຄວງຄູ່ຫວານໃຈ ທ່ຽວຊົມເມືອງ ຫຼວງພະບາງ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ວັນນີ້ ເຮົາມີຂ່າວຂອງ ສາວ ເອັມມີ້ ມໍລະກົດ ອະດີດ MISS THAILAND UNIVERSE 2004 ແລະ ປັດຈຸບັນເປັນດາລານັກສະແດງສັງກັດຢູ່ຊ່ອງ 3 ພ້ອມເປັນນາງແບບສື່ດັງອີກຄົນໜຶ່ງຂອງເມືອງໄທ ໄດ້ຄວງຄູ່ຫວານໃຈ ໄຮໂຊເຈມ ແລະ ຄອບຄົວມາທ່ຽວທີ່ຫຼວງພະບາງ ຢ່າງຫວານຊື່ນ ເຊິ່ງນາງໄດ້ໂພສຂໍ້ຄວາມພ້ອມຮູບພາບ ໃນຂະນະທີ່ມາຮອດສະໜາມບິນຫຼວງພະບາງເມື່ອມື້ວັນທີ 4 ຕຸລາ 2016 ທີ່ຜ່ານມາ ລົງຜ່ານເຟສບຸກ ແລະ ອິນສະຕາແກຣມ ສ່ວນຕົວຂອງນາງ ທີ່ມີຊື່ວ່າ Aimee Morakot 

3655

ເຊິ່ງການມາທ່ຽວຄັ້ງນີ້ນອກຈາກຈະເຫັນຄວາມຫວານຊ່ຳລະຫວ່າງ ເອັມມີ້ ກັບ ຫວານໃຈ ໄຮໂຊເຈມແລ້ວ ຍັງເຮັດນາງນຸ່ງສິ້ນລາວ, ໃສ່ບາດເຂົ້າໜຽວ ແລະ ທ່ຽວຊົມເມືອງຫຼວງພະບາງ ເຊິ່ງບອກເລີຍວ່າ ການມາຂອງນາງໃນຄັ້ງນີ້ໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເມືອງຫຼວງພະບາງ ເອົາເປັນວ່າບໍ່ເວົ້າຫຼາຍຢາຍຫ່າງ ເຮົາມາເບິ່ງພາບຄວາມປະທັບໃຈຂອງເອັມມີ ກັບ ຫວານໃຈຂອງນາງໃນການມາທ່ຽວຫຼວງພະບາງໃນຄັ້ງນີ້ກັນດີກວ່າ

739 51222

9015

51333 6899 1564

2755

ຂໍ້ມູນ ແລະ ຮູບພາບຈາກ: ເຟສບຸກ ແລະ ອິນສະຕາແກຣມຂອງ Aimee Morakot
—————————
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...