spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີຮັກສາຕ່ອມໄທລອຍ

4 ວິທີຮັກສາຕ່ອມໄທລອຍ

Published on

vvvຕ່ອມໄທລອຍ ເປັນຕ່ອມທີ່ເຮັດໜ້າທີ່ດູແລພະລັງງານຂອງຮ່າງກາຍ ແລະສະແດງໃຫ້ເຫັນເຖິງກົນໄກທີ່ສຳຄັນ ໃນການຊັບຊ້ອນຂອງລະບົບ, ປົກກະຕິເຮົາສາມາດຮັກສາໄທລອຍ ໄດ້ຫຼາຍວິທີເຊັ່ນ: ອອກກຳລັງກາຍເປັນປະຈຳ, ຄວບຄຸມອາຫານ, ພັກຜ່ອນໃຫ້ພຽງພໍ ແລະຢ່າເຄັ່ງຄຽດ ແຕ່ມື້ນີ້ເຮົາຈະມາແນະນຳວິທີທີ່ເຮັດເອງແບບງ່າຍໆ

  1. ກິນອາຫານທີ່ມີວິຕາມິນເອ, ດີ, ເຄ2 ໃຫ້ຫຼາຍໆ ເພາະວິຕາມິນ 3 ຊະນິດນີ້ມີປະໂຫຍດຕໍ່ຕ່ອມໄທລອຍໂດຍກົງ
  2. ກິນສາຫຼ່າຍ ແລະອາຫານທະເລ ເພາະເປັນແຫຼ່ງອາຫານສຳຄັນ ທີ່ມີໄອໂອດີນສູງ ແລະມີສານອາຫານສູງ ທີ່ດີຕໍ່ຕ່ອມໄທລອຍ
  3. ນໍ້າມັນໝາກພ້າວ ໂດຍການປະກອບກັບອາຫານ ແລ້ວກິນ ເພາະຈະຊ່ວຍໃຫ້ພູມຄຸ້ມກັນຂອງເຮົາດີຂຶ້ນ ແລະເຮັດໃຫ້ບັນຫາຂອງຕ່ອມໄທລອຍດີຂຶ້ນ
  4. ກິນນໍ້າຕົ້ມກະດູກໝູທຸກມື້ ເພາະນໍ້າຕົ້ມນີ້ມັນຈະກະຕຸ້ນພູມຄຸ້ມກັນໃຫ້ດີຂຶ້ນ, ຮັກສາເຍື່ອໃນລຳໄສ້ໄດ້ດີ ແລະສາມາດຮັກສາຕ່ອມໄທລອຍໄດ້ດີ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...