spot_img
Homeນານາສາລະໝາກຍໍ ຊ່ວຍບຳລຸງເລືອດໄດ້ດີ

ໝາກຍໍ ຊ່ວຍບຳລຸງເລືອດໄດ້ດີ

Published on

ໝາກຍໍ ເປັນໝາກໄມ້ຊະນິດໜຶ່ງ ທີ່ເປັນສະໝຸນໄພ ຊ່ວຍຮັກສາພະຍາດໄດ້ ໂດຍສະເພາະແມ່ນບຳລຸງເລືອດ, ບັນເທົາການໄຫຼວຽນຂອງເລືອດໄດ້ດີ ເຮັດໃຫ້ຜິວພັນສົດໃສ ແລະຂັບສານພິດຕ່າງໆທີ່ມີຢູ່ໃນຮ່າງກາຍໄດ້ດີ

ໃນໝາກຍໍ ມີວິຕາມິນເອ, ວິຕາມິນຊີ ແລະໂພແທັດຊຽມ ສຳລັບໝາກຍໍດິບສາມາດເອົາມາປາດເປັນປ່ຽງ ແລ້ວເອົາມາຕົ້ມກິນ, ໝາກຍໍສຸກແມ່ນ ຄັ້ນເອົານໍ້າມັນກິນ ໃນນໍ້າຂອງໝາກຍໍສົດ ສາມາດຊ່ວຍບຳລຸງເລືອດ, ຂັບປະຈຳເດືອນໃຫ້ມາເປັນປົກກະຕິ, ຫຼຸດອາການປວດຮາກ, ຊ່ວຍຮັກສາພະຍາດເບື່ອອາຫານ ແລະຊ່ວຍຟອກເລືອດ

ນອກຈາກໝາກແລ້ວ ໃບໝາກຍໍກໍຍັງມີວິຕາມິນເອ, ວິຕາມິນບີ 1, ວິຕາມິນບີ 2, ແຄວຊຽມ ແລະທາດເຫຼັກ ສາມາດຮັກສາພະຍາດກ່ຽວກັບເຫືອກ, ເຈັບທ້ອງ, ເຈັບຄໍ່ຕ່າງໆໄດ້ ແລະໃບສົດນັ້ນສາມາດເອົາມາກິນກັບແຈ່ວໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...