Homeສຸຂະພາບ ແລະ ສີ່ງແວດລ້ອມພຽງເຮັດແບບນີ້ ມື້ລະ 10 ນາທີ ກໍ່ຈະຊ່ວຍໃຫ້ໜ້າໜຸ່ມຂຶ້ນ ແລະ ບໍ່ປວດໄມເກຣນ

ພຽງເຮັດແບບນີ້ ມື້ລະ 10 ນາທີ ກໍ່ຈະຊ່ວຍໃຫ້ໜ້າໜຸ່ມຂຶ້ນ ແລະ ບໍ່ປວດໄມເກຣນ

Published on

ເຄັດລັບບຳບັດສຸຂະພາບທີ່ຈະກ່າວຕໍ່ໄປນີ້ ແມ່ນ ການນອນຫ້ອຍຫົວ ໂດຍໃຊ້ເວລານອນທ່ານີ້ພຍງວັນລະ 10 ນາທີ ເພື່ອໃຫ້ຫົວໄດ້ມີໂອກາດຢູ່ຕ່ຳກວ່າລຳຕົວແນ່ ເລືອດຈະໄດ້ໄຫຼລົງໄປລ້ຽງສະໝອງຫຼາຍຂຶ້ນ ບໍ່ພຽງແຕ່ມີປະໂຫຍດທາງດ້ານສະໝອງເທົ່ານັ້ນ ແຕ່ຍັງມີປະໂຫຍດຕໍ່ຜິວໜ້າຂອງທ່ານອີກດ້ວຍ

ປະໂຫຍດໂດຍກົງຕໍ່ສະໝອງ
ເຫດຜົນທີ່ການນອນຫ້ອຍຫົວມີຜົນດີຕໍສະໝອງກໍ່ຍ້ອນວ່າ ໂດຍປົກກະຕິແລ້ວ ເຊລຕ່າງໆຂອງສະໝອງຕ້ອງການເລືອດໄປລໍ່ລ້ຽງຮ່າງກາຍຢູ່ແລ້ວໄດ້ມີໂອກາດໄຫລໄປທີ່ຫົວໄດ້ງ່າຍຂຶ້ນ ເຊິ່ງເມື່ອເລືອດໄຫລວຽນດີ ເນື້ອເຍື້ອສະໝອງ ຫຼື ເນື້ອເຍື້ອເຊລກໍ່ໄດ້ຮັບການບຳລຸງຊ້ອມແຊມຢ່າງເຕັມທີ່ ລະບົບຕ່າງໆ ກໍ່ທຳງານໄດ້ເປັນຢ່າງດີ ສົ່ງຜົນໃຫ້ຄວາມຄິດວ່ອງໄວ ເປັນລະບົບລະບຽບ ຄວາມຈຳດີຂຶ້ນ ປ້ອງກັນໂຣກຄວາມຈຳເຊື່ອມ ແລະ ແກ້ອາການປວດໄມເກຣນ ໄດ້ດີ

ປະໂຫຍດດ້ານອື່ນໆ

1. ຫຼຸດອາການຜົມຫງອກ, ຜົວຂາວ

2. ຊ່ວຍຜ່ອນຄານຄວາມຄຽດ

3. ຜິວໜ້າເປັ່ງປັ່ງສຸຂະພາບດີ

4. ປ້ອງກັນໂຣກອຳມະພາດ

ຂໍ້ຄວນລະວັງ

1. ຜູ້ປ່ວຍໂຣກຄວາມດັນເລືອດສູງ ຫຼື ຄວາມດັນເລືອດຕ່ຳ ແລະ ຜູ້ທີ່ມີອາຍຸສູງ ຄວນຮັບຄຳປຶກສາຈາກແພດຜູ້ຊ່ຽວຊານກ່ອນ ແລະ ຖ້າໃນລະຫວ່າງເຮັດເກີດໜ້າມືດ ຄວນຢຸດພັກທັນທີ

ຂໍ້ມູນຈາກ: http://www.rak-sukapap.com/2016/09/10_62.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...