spot_img
Homeມູມໄອທີລາວລັດຖະບານໄດ້ອອກແຈ້ງການ ເພີ່ມຕື່ມກ່ຽວກັັບໂທລະສັບ ຊຳຊຸງ ກາແລັກຊີ ໂນ໊ດ 7

ລັດຖະບານໄດ້ອອກແຈ້ງການ ເພີ່ມຕື່ມກ່ຽວກັັບໂທລະສັບ ຊຳຊຸງ ກາແລັກຊີ ໂນ໊ດ 7

Published on

ລັດຖະບານໄດ້ອອກແຈ້ງການ ເພີ່ມຕື່ມໂດຍເປີດທາງໃຫ້ບໍລິສັດ ແລະ ບັນດາຕົວແທນຈຳໜ່າຍສາມາດນຳເຂົ້າ ແລະຈຳໜ່າຍໂທລະສັບຊຳຊຸງກາແລັກ ຊີ ໂນ໊ດ 7 ໃນລາວ ຫຼັງທ້າຍເດືອນກ່ອນໄດ້ມີການສັ່ງຢຸດ, ແຕ່ເຄື່ອງທີ່ອະນຸຍາດ ນຳເຂົ້າຕ້ອງເປັນຮຸ່ນທີ່ໄດ້ຮັບການປັບ ປຸງແກ້ໄຂແລ້ວເທົ່ານັ້ນ ຂະນະທີ່ບໍລິສັດ ລາວຊຳຊຸງພ້ອມຈະສົ່ງມອບເຄື່ອງຜະລິດໃໝ່ໃຫ້ລູກຄ້າທີ່ໄດ້ລົງທະບຽນແຈ້ງ ຂໍປ່ຽນກ່ອນໜ້ານັ້ນ.

    ຈາກກໍລະນີກ່ອນໜ້ານີ້ທີ່ເປັນຂ່າວ ດັງເຖິງເຫດການໂທລະສັບຊຳຊຸງກາ ແລັກຊີ ໂນ໊ດ 7 ຊຶ່ງເປັນຜະລິດຕະພັນ ໃໝ່ຫຼ້າສຸດຂອງຍີ່ຫໍ້ ຊຳຊຸງ ເກີດມີບັນ ຫາຄວາມບົກພ່ອງໃນບາງອຸປະກອນ (ແບັດເຕີຣີລະເບີດ ແລະໄຟໄໝ້) ຢູ່ຕ່າງ ປະເທດ, ສປປ ລາວ ໃນນາມໜຶ່ງປະເທດ ໄດ້ນຳເຂົ້າກໍບໍ່ໄດ້ນີ້ງນອນໃຈ ມີຄວາມ ເປັນຫ່ວງເປັນໃຍຄວາມປອດໄພຜູ້ຊົມ ໃຊ້ ຫ້ອງການກະຊວງ ໄປສະນີ ໂທລະ ຄົມ ມະນາຄົມ ແລະການສື່ສານຕາງໜ້າລັດ ຖະບານ ຈິ່ງໄດ້ອອກແຈ້ງການສະບັບ ເລກທີ 2342/ຫກຊ ໃຫ້ບໍລິສັດຜູ້ນຳ ເຂົ້າຢຸດຕິການນຳເຂົ້າ ແລະຈຳໜ່າຍໂທ ລະສັບຮຸ່ນນີ້ເຂົ້າມາລາວນັບແຕ່ວັນທີ 20 ກັນຍາ 2016 ເປັນຕົ້ນມາ.

ເມື່ອສະພາບເປັນຄືແນວນັ້ນອີກ 8 ວັນຕໍ່ມາຄືວັນທີ 28 ເດືອນດຽວກັນ ບໍລິສັດ ລາວຊຳຊຸງເອເລັກໂຕຣນິກ ຈຳ ກັດຜູ້ດຽວ ຊຶ່ງເປັນບໍລິສັດທີ່ໄດ້ຮັບລິຂະ ສິດໃນການນຳເຂົ້າກໍໄດ້ຢື່ນເອກະສານ ທາງການຕໍ່ກະຊວງໄປສະນີໂທລະຄົມ ມະນາຄົມ ແລະການສື່ສານເພື່ອຊີ້ແຈງ, ຍອມຮັບຕໍ່ຄວາມບົກພ່ອງ ພ້ອມໄດ້ຢັ້ງ ຢືນຄືນການປັບປຸງ ແລະແກ້ໄຂບັນຫາທາງດ້ານເຕັກນິກຂອງໂທລະສັບຊຳຊຸງ ກາແລັກຊີ ໂນ໊ດ 7.

ຜ່ານການຄົ້ນຄວ້າເອກະສານລາຍງານ ດັ່ງກ່າວມາໃນວັນທີ 30 ກັນຍາ 2016 ຫ້ອງການກະຊວງໄປສະນີໂທລະຄົມ ມະນາຄົມ ແລະການສື່ສານ ຈິ່ງໄດ້ອອກ ແຈ້ງການເພີ່ນຕື່ມສະບັບເລກທີ 2443/ຫກຊ ເນັ້ນໃຫ້ບໍລິສັດລາວຊຳຊຸງ ແລະ ຕົວແທນຈຳໜ່າຍທົ່ວປະເທດດຳເນີນ ການໂດຍໄວເພື່ອຮຽກເກັບຄືນໂທລະ ສັບ ຊຳຊຸງ ກາແລັກຊີ ໂນ໊ດ 7 ຮຸ່ນທີ່ມີ ບັນຫາ ໄດ້ນຳເຂົ້າ ແລະຈຳໜ່າຍໃຫ້ລູກ ຄ້າກ່ອນໜ້ານີ້ທັງໝົດ ເພື່ອປ່ຽນແທນຄືນເຄື່ອງໃໝ່ທີ່ປັບປຸງແກ້ໄຂດ້ານເຕັກ ນິກແລ້ວ ໂດຍໃຫ້ນຶກເຖິງຜົນປະໂຫຍດ ຂອງລູກຄ້າເປັນສຳຄັນ.

ຂະນະດຽວກັນນັ້ນກໍໃຫ້ບໍລິສັດລາວ ຊຳຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວ ສາ ມາດນຳເຂົ້າ ແລະຈຳໜ່າຍໂທລະສັບ ດັ່ງກ່າວ ຮຸ່ນທີ່ໄດ້ຮັບການປັບປຸງແກ້ໄຂ ແລ້ວ ແລະກ່ອນຈະນຳເຂົ້າແຕ່ລະຄັ້ງບໍ ລິສັດຕ້ອງຢື່ນເອກະສານຂໍອະນຸຍາດ ແລະເອກະສານຢັ້ງຢືນດ້ານເຕັກນິກຫາ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານຕາມລະບຽບກົດໝາຍ.

ແນວໃດກໍດີ ໃນວັນທີ 3 ຕຸລາ 2016 ບໍລິສັດ ລາວຊຳຊຸງເອເລັກໂຕຣນິກ ຈຳ ກັດຜູ້ດຽວ ໄດ້ມີຖະແຫຼງການໂດຍບໍລິ ສັດມີຄວາມພ້ອມແລ້ວທີ່ຈະສົ່ງມອບໂທ ລະສັບຊຳຊຸງ ກາແລັກຊີ ໂນ໊ດ 7 ເຄື່ອງ ທີ່ຜະລິດໃໝ່ໃຫ້ລູກຄ້າທີ່ລົງທະບຽນ ແຈ້ງຂໍປ່ຽນເຄື່ອງໃໝ່ລ່ວງໜ້າເລີ່ມແຕ່ ວັນທີ 5-9 ຕຸລານີ້ ,

ທັງນີ້ ລູກຄ້າສາມາດສັງເກດ ໂທລະ ສັບຊຳຊຸງ ກາແລັກຊີ ໂນ໊ດ 7 ຊຸດໃໝ່ ໂດຍເບິ່ງຢູ່ບ່ອນສີຂອງຮູບໄອຄອນແບັດ ເຕີຣີ ຊຶ່ງຊຳຊຸງໄດ້ທຳການປັບປ່ຽນຊອບ ແວທັງໝົດ 3 ຈຸດ ເພື່ອປ່ຽນສີໄອຄອນ ແບັດເຕີຣີຂອງ ກາແລັກຊີ ໂນ໊ດ 7 ໃຫ້ ເປັນສີຂຽວ.

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...