spot_img
Homeນານາສາລະ5 ອາຫານທີ່ເຮັດໃຫ້ມີກິ່ນໂຕແຮງ

5 ອາຫານທີ່ເຮັດໃຫ້ມີກິ່ນໂຕແຮງ

Published on

  1. ຊີ້ນທີ່ເປັນສີແດງ: ເປັນອາຫານທີ່ເຮັດໃຫ້ມີກິ່ນໂຕແຮງ ເພາະຊີ້ນມີກົດອະມິໂນ ທີ່ຖືກຍ່ອຍແລ້ວ ຈະເຮັດໃຫ້ສານຊະນິດໜຶ່ງ ທີ່ສົ່ງຜົນຕໍ່ການເກີດກິ່ນໂຕ, ສານຊະນິດນີ້ຈະຖືກຂັບອອກມາທາງເຫື່ອ ແລ້ວປະຕິກິລິຍາກັບແບັກທີເລຍ ທີ່ຢູ່ເທິງຜິວໜັງ ເຮັດໃຫ້ເກີດກິ່ນໂຕ
  2. ອາຫານທີ່ມີຄາໂບໄຮເດດຕໍ່າ: ການກິນອາຫານປະເພດນີ້ ເປັນສາເຫດໜຶ່ງຂອງການເກີດກິ່ນໂຕ ເຖິງແມ່ນຢູ່ວ່າອາຫານປະເພດນີ້ເຮັດໃຫ້ບໍ່ຕຸ້ຍ ແຕ່ວ່າຈະເຮັດໃຫ້ມີກິ່ນໂຕແຮງ ທາງອອກທີ່ດີຄວນກິນອາຫານໃຫ້ຄົບ 5 ໝູ່ຈະດີທີ່ສຸດ
  3. ກະຫຼໍາປີ ແລະດອກກະຫຼຳປີ: ອາຫານປະເພດນີ້ ມີສານຊັນເຟີ ທີ່ຈະຂັບກິ່ນໂຕອອກມາພ້ອມກັບເຫື່ອ ແຕ່ວ່າຜັກເຫຼົ່ານີ້ກໍມີປະໂຫຍດ ວິທີແກ້ໄຂຄື: ໃຫ້ເອົາຜັກເຫຼົ່ານີ້ ໄປລວກນໍ້າຮ້ອນ ໃສ່ເກືອໜ້ອຍໜຶ່ງກ່ອນຈະເອົາມາກິນ ເທົ່ານີ້ບັນຫາເຫຼົ່ານີ້ກໍໝົດໄປ
  4. ຊີສ, ນົມ, ເນີຍ: ອາຫານເຫຼົ່ານີ້ ເປັນສານທີ່ກໍ່ໃຫ້ເກີດກິ່ນໂຕຢ່າງແຮງເຊັ່ນ: ສານໄຮໂດຣເຈນ, ຊັນໄຟ ທີ່ເຮັດໃຫ້ກິ່ນໂຕແຮງ, ດັ່ງນັ້ນ ຄວນຄວບຄຸມປະລິມານໃນການກິນໃຫ້ໜ້ອຍລົງ
  5. ພີດຊ່າ, ເບີເກີ, ຊ໊ອກໂກແລັດ: ເນື່ອງຈາກມີການວິໄຈແລ້ວວ່າ ອາຫານປະເພດນີ້ ມີປະລິມານນໍ້າຕານສູງ, ສ່ຽງຕໍ່ການເກີດພະຍາດເບົາຫວານ ເຮັດໃຫ້ພາວະນໍ້າຕານໃນເລືອດສູງ ເຮັດໃຫ້ຮ່າງກາຍຂັບອອກມາທາງເຫື່ອຫຼາຍເມື່ອມາປະສົມກັບແບັກທີເລຍຈະເຮັດໃຫ້ກິ່ນໂຕຢ່າງແຮງ

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...