spot_img
HomeມູມໄອທີລາວSamsung ເປີດໂຕ Galaxy Folder 2 ສະມາດໂຟນຝາພັບ ທີ່ປະເທດຈີນ ມາພ້ອມ Android 6.0.1

Samsung ເປີດໂຕ Galaxy Folder 2 ສະມາດໂຟນຝາພັບ ທີ່ປະເທດຈີນ ມາພ້ອມ Android 6.0.1

Published on

ຍ້ອນກັບໄປເມື່ອປີ 2013 ທີ່ ​Samsung ໄດ້ເປີດໂຕສະມາດໂຟນຝາພັບລຸ້ນທຳອິດທີ່ມີຊື່ວ່າ: Galaxy Folder. ໂດຍຫຼ້າສຸດນີ້ ບໍລິສັດ Samsung ກໍໄດ້ປະກາດເປີດໂຕລຸ້ນສືບທອດຂອງລຸ້ນດັ່ງກ່າວອອກມາແລ້ວນັ້ນກໍຄື: Galaxy Folder 2 (SM-G1600) ທີ່ປະເທດຈີນ. 

ໂຕເຄື່ອງຂອງ Samsung Galaxy Folder 2 ແມ່ນເຮັດດ້ວຍໂພລີຄາໂບເນດ ທີ່ເບິ່ງຄ້າຍກັບໂລຫະ ມາພ້ອມຈໍ 3.8 ນິ້ວ, ໃຊ້ຊິບປະມວນຜົນ Snapdragon 425, Ram 2 GB ແລະກ້ອງຫຼັງ 8 ລ້ານພິກເຊວ ພ້ອມແຟລັດ LED. ນອກຈາກນີ້ແມ່ນຮອງຮັບ 2 ຊິມ ແລະ 4G VoLTE.

ສຳລັບລາຍລະອຽດສະເປັກຂອງ Samsung Galaxy Folder 2 ມີດັ່ງນີ້:


  • ສັດສ່ວນເຄືີອງ: 122 x 60.2 x 15.4 ມມ
  • ນ້ຳໜັກ: 160 ກຣາມ
  • ໜ້າຈໍຂະໜາດ 3.8 ນິ້ວ, ຄວາມລະອຽດ WVGA (480 x 800 ພິກເຊວ)
  • CPU: ຄອດຄໍ Snapdragon 425 ຄວາມແຮງ 1.4GHz 
  • GPU Adreno 308
  • RAM 2GB
  • ROM 16GB ເພີ່ມກາຣ໌ດ microSD ໄດ້ 128GB
  • ໃຊ້ລະບົບ Android 6.0.1 (Marshmallow)
  • ຮອງຮັບ 2 ຊິມ
  • ກ້ອງຫຼັງ 8 ລ້ານພິກເຊວ ມາພ້ອມແຟລັດ LED ແລະຮູຮັບແສງ f/1.9
  • ກ້ອງໜ້າ 5 ລ້ານພິກເຊວ ແລະ f/1.9
  • ຮອງຮັບ 4G VoLTE, WiFi 802.11 b/g/n, Bluetooth 4.2, GPS
  • ແບັດເຕີຣີ 1,950mAh

ສຳລັບ Samsung Galaxy Folder 2 ແມ່ນມີພຽງສີຄຳເທົ່ານັ້ນ ແລະຄາດວ່າຈະວາງຈຳໜ່າຍທີ່ປະເທດຈີນໃນໄວໆນີ້. ສຳລັບລາຄາໃນຕອນນີ້ຍັງບໍ່ມີປະກາດອອກມາໃດໆ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...