Homeອຸບັດເຫດແລະປາກົດການຫຍໍ້ທໍ້ຮືຮາ! ພົບລູກໝູປະຫລາດມີງວງງອກທີ່ຫົວ

ຮືຮາ! ພົບລູກໝູປະຫລາດມີງວງງອກທີ່ຫົວ

Published on

ເມື່ອວັນທີ 6 ກັນຍາ 2016 ທີ່ຜ່ານມາ ເວັບໄຊ ເດລີເມລ ເຜີຍຄລິບວິດີໂອ ແລະ ລາຍງານສຸດປະຫຼາດທີ່ກຳລັງເປັນທີ່ຮືຮາ ແລະ ຖືແຊຣຕໍ່ກັນຢ່າງຫຼວງຫຼາຍໃນໂລກໂຊຊ້ຽວມີເດຍຂອງປະເທດຈີນ ໃນຄລິບຈະເຫັນຜູ້ຊາຍຄົນໜຶ່ງຈັບລູກໝູໂຊໜ້າກ້ອງ ໂດຍລູກໝູໂຕນີ້ບໍ່ຄືກັບໂຕອື່ນໆທີ່ເຄີບພົບເຫັນທົ່ວໄປ ມັນເກີດມີລັກສະນະກາຍພັນ ໜ້າຕາປະຫຼາດຄ້າຍມະນຸດ ແຖມມີງວງງອກອອກມາຈາກຫົວ ເຊິ່ງໃນຄລິບວິດີໂອລູກໝູໂຕນີ້ມີອາການທໍລະມານ ແລະ ຫາຍໃຈຖີ່ຢູ່ຕະຫຼອດ ເຊິ່ງລູກໝູໂຕນີ້ມີຊີວິດຢູ່ໄດ້ບໍ່ດົນກໍ່ຕ້ອງຕາຍເນື່ອງຈາກແມ່ຂອງມັນບໍ່ໃຫ້ກິນນົມ

ດ້ານໂລກອອນລາຍຕ່າງກໍ່ພາກັນເວົ້າເຖິງລູກໝູກາຍພັນໂຕດັ່ງກ່າວ ພາກັນຄາດເດົາວ່າເກີດຈາກສາເຫດຫຍັງ ບາງຄົນກໍ່ວ່າເປັນຍ້ອນມົນລະພິດທາງອາກາດ ຄວາມຜິດປົກກະຕິທາງພັນທຸກຳ ບາງຄົນກໍ່ວ່າລູກໝູໂຕນີ້ເປັນໂຣກຄ້າຍເນື້ອງອກ ເຮັດໃຫ້ເກີດມາມີຮູບຊົງແບບນີ້ ແຕ່ມີບາງຄົນເຊື່ອວ່າລູກໝູໂຕນີ້ກັບຊາດມາເກີດ

https://youtu.be/i6R70W6RYeQ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...