spot_img
Homeມຸມຂ່າວ AECເຈົ້າໜ້າທີ່ ແລະ ປະຊາຊົນລາວ ຮູ້ສຶກດີໃຈທີ່ໄດ້ຮັບໃຊ້ ກອງຊຸມສຸດຍອດອາຊຽນ

ເຈົ້າໜ້າທີ່ ແລະ ປະຊາຊົນລາວ ຮູ້ສຶກດີໃຈທີ່ໄດ້ຮັບໃຊ້ ກອງຊຸມສຸດຍອດອາຊຽນ

Published on

ຂປລ. ​ບັນດາ​ເຈົ້າ​ໜ້າ​ທີ່ ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພໍ່​​ແມ່​ປະຊາຊົນ ສະ​ແດງ​ຄວາມ​ຊົມ​ເຊີຍ, ມີ​ຄວາມ​ດີ​ໃຈ​ຫລາຍ ​ທີ່​ໄດ້​ປະກອບສ່ວນ​ຮັບ​ໃຊ້​ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28, 29 ທີ່ ສປປ ລາວ ​ເປັນ​ເຈົ້າພາບ ​ໂດຍ​ສະ​ເພາະ​ ໄດ້​​ເຄື່ອນ​ໄຫວ​ກວດກາ​ເວນຍາມ, ຮັກສາ​ຄວາມ​ສະຫງົບ-ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮ້ອຍ, ປະກອບສ່ວນ​ວັດຖຸ​ປັດ​​ໄຈ ​ແລະ ອື່ນໆ ​ເພື່ອ​​ໃຫ້​ມີ ​ຄວາມຮັບ​ປະກັນຫລາຍ​ຂຶ້ນ.

​ ສະຫາຍ ສີ​ບ​ເອກ ສຸດ​ໃຈ ສີ​ນົນ​ທອງ ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ ​ຄວາມ​ສະຫງົບ ທີ່​ປະຕິບັດ​ໜ້າ​ທີ່ ຢູ່​ຖະໜົນ​ເສດ​ຖາ​ທິລາດ ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ ໃນ​ວັນ​ທີ 7 ກັນຍາ 2016 ນີ້ວ່າ: ຕົນ​ເອງ​ດີ​ໃຈ ​ແລະ ພາກພູມ​ໃຈ ​ທີ່​ໄດ້​ປະກອບສ່ວນ​ຮັບ​ໃຊ້​ ກອງ​ປະຊຸມສຸດ ​ຍອດ​ອາ​ຊຽນ ຄັ້ງ​ທີ່ 28, 29 ທີ່ ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ​ໃນ​ຄັ້ງ​ນີ້ ​ເຊິ່ງຖື​​ໄດ້ວ່າ ​ເປັນ​ບາດກ້າວ​ໜຶ່ງ​ທີ່​ສຳຄັນ ​​ໃນ​ການ​ພັດທະນາ ​ແລະ ​ເປັນ​ທີ່​ຮູ້ຈັກ ​​ໃນ​ທົ່ວ​ສັງຄົມ ກໍ​ຄື ​ທົ່ວ​ໂລກ, ພ້ອມ​​ຢືນ​ຢັນ​ວ່າ ຈະ​ຕັ້ງໜ້າຈັດ​ຕັ້ງ​ປະຕິບັດ​ ໜ້າ​ທີ່​ຮັບຜິດຊອບຂອງ​ຕົນ ​ໃນ​ການ​ປ້ອງ​ກັນ ​ຄວາມ​ສະຫງົບ ຈົນ​ກວ່າ​ກອງ​ປະຊຸມ​ດັ່ງກ່າວ ​ຈະໄດ້​ຮັບ​ຜົນສຳ​ເລັດ​ ຢ່າງ​ຈົບງາມ.

ທ່ານ ພັນ​ຕີ ຄໍາ​ສອນ ​ເຈົ້າ​ໜ້າ​ທີ່​ ຈະລາຈອນກ່າວ ​ວ່າ: ຕົນ​ເອງ​ ກໍ​ເປັນ​ຜູ້​ໜຶ່ງ ທີ່​ໄດ້​ຮັບ​ໃຊ້​ກອງ​ປະຊຸມ​ດັ່ງກ່າວ,​ ​ເຊິ່ງ​ໄດ້ປະຕິບັດ​ໜ້າທີ່​ ດ້ວຍ​ຄວາມຮັບຜິດ​ຊອບ​ສູງ​ທີ່​ສຸດ ເພື່ອ​ໃຫ້​ສິ່ງ​ອໍານວຍ​ຄວາມ​ສະດວກ ​ຕໍ່​ພໍ່​ແມ່​ປະຊາຊົນ ​ແລະ ຍານ​ພາຫະນະໃຫ້ມີ ​ຄວາມ​ສະດວກວ່ອງ​ໄວ ​ແລະ ມີ​ຄວາມສະດວກ​ໃນທຸກດ້ານ ​ຕົວຢ່າງ​ໄດ້​ມີ​ການ​ປິດ ​ເສັ້ນທາງ​ສາຍ​ຫລັກ​ບາງ​ເສັ້ນ ​ແລະ ຫ້າມ​ບໍ່​ໃຫ້ຈອດລົດ ​ທຸກ​ປະ​ເພ​ດ​ແຄມ​ທາງ​ເດັດ​ຂາດ. ​ໂດຍ​ສະ​ເພາະ ຖະໜົນສຸພານຸວົງ-ເສດຖາທິລາ (ແຕ່ສະໜາມບິນ-ໂຮງແຮມ ແລນມາກ), ຖະໜົນເຈົ້າຟ້າງຸ່ມ (ແຕ່ສາມແຍກ ດອນຈັນ-ແຍກສະຫລອງໄຊ), ຖະໜົນລ້ານຊ້າງ-ໄກສອນ (ໄຟແດງຫໍຄຳ-ໄຟແດງດົງໂດກ), ຖະໜົນ 3 ແສນໄທ (ໄຟແດງໜອງໜ່ຽງ-ວົງວຽນໂທລະພາບ ແຫ່ງຊາດ, ທາດຂາວ-ຫລັກ 2) ​ແລະ ຖະໜົນ​ສຳຮອງ​ອື່ນໆ.

​ນອກຈາກ​ນີ້, ນາງ ​ດາວ​ເຮືອງ ພ້ອມ​ຄອບຄົວ​ ຍັງ​ໄດ້​ຖື​ໂອກາດ​ນີ້ ປະກອບສ່ວນ ທາງ​ດ້ານ​ເຂົ້າປາ​ອາຫານ​ ຈຳນວນ​ໜຶ່ງ​ ​ເປັນ​ຕົ້ນ ເຂົ້າຜັດ, ຜັດກະເພົາໝູ, ໄຂ່ດາວ 200ກັບ, ນໍ້າດື່ມ 9ແກັດສົມທົບ​ຊຸກຍູ້ ໃຫ້ອ້າຍ​ເອື້ອຍນ້ອງຕຳຫລວດ ​ແລະ ທະຫານຕາມຈຸດຕ່າງໆ ທີ່ຮັກສາຄວາມປອດໄພ ຢູ່ຫໍປະຊຸມແຫ່ງຊາດ ຫາສີ່ແຍກໄຟແດງດົງໂດກ. ນາງ ດາວ​ເຮືອງ ​ເວົ້າ​ວ່າ: ຕົນ​ເອງຮູ້ສຶກດີໃຈຫລາຍ ທີ່​ເປັນ​ສ່ວນ​ໜຶ່ງ​ ໄດ້​ປະກອບສ່ວນ​ຊ່ວຍ​ສັງຄົມ ​​ແລະ ​​ເຈົ້າ​ໜ້າ​ທີ່ຮັບເອົາອາຫານ ​ດ້ວຍຄວາມຍີ້ມແຍ້ມ ແຈ່ມໄສເຖິງວ່າ ຈະບໍ່ແມ່ນຈຳນວນ ທີ່ຫລວງຫລາຍ ແຕ່ນີ້ກໍແມ່ນນໍ້າໃຈ ແລະ ຄວາມສຸກເລັກໆ ນ້ອຍໆ ຂອງຄອບຄົວເຮົາທີ່ໄດ້ ແບ່ງປັນກັນ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...