spot_img
Home​ຂ່າວບັນເທິງກຽມຊົມລະຄອນເວທີ ແລະ ການເຕັ້ນໃນມໍ່ໆນີ້

ກຽມຊົມລະຄອນເວທີ ແລະ ການເຕັ້ນໃນມໍ່ໆນີ້

Published on

ເມື່ອວັນທີ 2 ກັນຍາຜ່ານມາທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ໄດ້ມີພິທີຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຈັດເຕັ້ນປະຈຳປີ 2016, ໂດຍການເຂົ້າຮ່ວມຂອງທ່ານ ສົມສະໝຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີທ່ານ ອຸ່ນຫຼ້າ ພາອຸດົມ ຜູ້ອຳນວຍການບໍລິສັດຟັງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດເຕັ້ນປະຈຳປີ 2016 ຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນການສະແດງຂອງທີມງານການສະແດງອາເມຊິ້ງບ້ານນາ ຊຶ່ງຈະຈັດຂຶ້ນໃນສະຫວ່າງວັນທີ 9-10 ກັນຍາ 2016 ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍກິດ ຈະກຳມື້ທຳອິດຄື: (ວັນທີ 9 ກັນຍາ 2016) ເລີ່ມແຕ່ 15:00–18:00 ໂມງ ທ່ານຈະໄດ້ພົບກັບການສະແດງສິນຄ້າໄວໜຸ່ມ, ຕະຫຼາດ “ເປີດທ້າຍຂາຍເຄື່ອງ”, ຊີມກະແລັມ Walls ແມັກນຳ ແລະເຄື່ອງດື່ມ Sprite ບໍ່ໄດ້ເສຍຄ່າພ້ອມດຽວກັນເວລາ18:00 ໂມງ ທ່ານຈະໄດ້ຊົມການສະແດງເຕັ້ນ Flash MOB ແລະຊົມການແຂ່ງຂັນເຕັ້ນລະດັບນາໆຊາດ All Style Battle 4vs4 ແລະການສະແດງຈາກແຂກຮັບເຊີນພິເສດ.

ສຳລັບກິດຈະກຳມື້ທີ 2 (ວັນທີ 10 ກັນຍາ 2016) ທ່ານຈະໄດ້ຊົມ ການແຂ່ງຂັນເຕັ້ນຂອງນັກຮຽນຈາກບໍລິສັດຟັງລາວ ແລະຊົມການສະແດງລະຄອນໃນຮູບແບບການເຕັ້ນ, ການສະແດງຊຶ່ງໄດ້ເອົາວັດທະນະທຳຂອງບ້ານນາມາເປັນແຮງບັນດານໃຈໃນການສ້າງລະຄອນເລື່ອງນີ້ຮັບຮອງວ່າມ່ວນຊື່ນ, ຕະຫຼົກ, ເຮຮາກັບກຸ່ມນັກສະແດງຫຼາກຫຼາຍຄວາມສາມາດ ທີ່ຈະມາສ້າງຄວາມສຸກໃຫ້ກັບຜູ້ຊົມທຸກໆທ່ານ, ການສະແດງໄດ້ລວມເອົາລະຄອນໃບ້, ຕະຫຼົກມາປະສົົມປະສານກັບການຟ້ອນ, ເຕັ້ນ ແລະສິລະປະມວຍລາຍລາວເຂົ້າກັນຢ່າງລົງຕົວ.

ຢ່າງໃດກໍ່ຕາມ ຖ້າຫາກວ່າທ່ານໃດສົນໃຈກໍສາມາດມາຮັບຊົມກັນ ໄດ້ຊຶ່ງບັດເຂົ້າຊົມລາຄາພຽງ 19 ພັນກີບຕໍ່ຄົນ, ພິເສດ 3 ຮ້ອຍບັດທຳອິດຂາຍລາຄາ 10 ພັນກີບພຽງແຕ່ທ່ານນຳຝາກະແຈມອນເນັດໂຕ 1 ຝາມາແລກຊື້.

 

ຂ່າວຈາກ: 
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...