spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ມ້າງຂະບວນການຄ້າຂາຍຢາບ້າ ໄດ້ຜູ້ຖືກຫາ 2 ຄົນ ພ້ອມຂອງກາງ

ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ມ້າງຂະບວນການຄ້າຂາຍຢາບ້າ ໄດ້ຜູ້ຖືກຫາ 2 ຄົນ ພ້ອມຂອງກາງ

Published on

ໄພຂົ່ມຂູ່ຈາກບັນຫາຢາເສບຕິດ ແມ່ນຍັງສືບຕໍ່ຮຸ່ນແຮງ ມີທ່າອຽງແຜ່ຂະຫຽາຍອອກສູ່ວົງກວ້າງ ແລະ ສະຫຼັບຊັບຊ້ອນຍິ່ງຂຶ້ນ ເຊິ່ງສະພາບການດັ່ງກ່າວໄດ້ສ້າງຄວາມຫຽຸ້ງຍາກ ແລະ ອຸປະສັກໃຫ້ແກ່ລັດຖະບານ ແລະ ການພັດທະນາເສດຖະກິດ-ສັງຄົມ ການແກ້ໄຂຄວາມທຸກຍາກ ໂຮມທັງການບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ດັ່ງນັ້ນ ເຈົ້າໜ້າທີ່ແຕ່ລະພາກສ່ວນກໍໄດ້ເພີ່ມທະວີການແກ້ໄຂ ເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງເທື່ອລະກ້າວ ດັ່ງທີ່ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງມ້າງຄະດີຄ້າຂາຍ ມົ້ວສຸມຢາເສບຕິດຢູ່ເຂດບ້ານຄຳຈະເລີນ ເມືອງຫາດຊາຍຟອງ ສາມາດກັກໂຕຜູ້ຖືກຫາໄດ້ 2 ຄົນ ພ້ອມຂອງກາງຢາບ້າ 2.447 ເມັດ ແລະ ຢາໄອສ໌ 18 ຖົງນ້ອຍ ເງິນກີບ 80 ລ້ານກີບ ເງິນບາດ 41.000 ບາດ ມາດຳເນີນຄະດີ.

ຕາມການເປີດເຜີຍຂອງເຈົ້າໜ້າ ປກສ ເມືອງຫາດຊາຍຟອງ ໃນວັນທີ 05 ກັນຍາ 2016 ວ່າ ໃນວັນທີ 28 ພຶດສະພາ 2016 ຜ່ານມາ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີລັກລອບຄ້າຂາຍຢາເສບຕິດ ຢູ່ເຂດບ້ານຄໍາຈະເລີນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກນັ້ນ ຈິ່ງນໍາໃຊ້ວິຊາສະເພາະລົງຕິດຕາມເຫັນວ່າມີມູນຄວາມຈິງ ຈິ່ງສາມາດກັກໂຕຜູ້ຖືກຫາໄດ້ 2 ຄົນຄື ທ້າວ ເຊີນ ອາຍຸ 35 ປີ ຢູ່ບ້ານຄຳຈະເລີນ ແລະ ທ້າວ ໜູຄຳ ຈັນທະວົງ ອາຍຸ 29 ປີ ຢູ່ບ້ານຊຽງຄວນ ທັງສອງຂຶ້ນກັບເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມທັງກວດຄົ້ນເຮືອນ ພົບຢາບ້າ 12 ຖົງ ເທົ່າກັບ 2.371 ເມັດ ຢາໄອສ໌ 18 ຖົງນ້ອຍ ເງິນກີບ 179.800.000 ກີບ ແລະ ເງິນບາດ 41.000 ບາດ ມາດຳເນີນຄະດີ.

ທ້າວ ເຊີນ ໄດ້ໃຫ້ການຮັບສາລະພາບວ່າ ຜູ້ກ່ຽວໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດແຕ່ປີ 2015 ເປັນຕົ້ນມາ ຢາບ້າທີ່ເອົາມາຂາຍແມ່ນໄດ້ຊື້ນໍາທ້າວ ຈື່ ຊື້ຄັ້ງລະ 2 ຖົງ ເທົ່າກັບ 400 ເມັດ ແລ້ວນຳເອົາໄປຂາຍໃຫ້ໄວລຸ້ນ ສ່ວນຢາໄອສ໌ ແມ່ນຊື້ຄັ້ງລະ 1 ຖົງໃຫຽ່ ແລ້ວນຳມາແບ່ງເປັນຖົງນ້ອຍຂາຍ ຕົກມາຮອດວັນທີ 24 ພຶດສະພາ 2016 ຜ່ານມາ ທ້າວຈື່ ໄດ້ເອົາຢາບ້າມາໃຫ້ຜູ້ກ່ຽວ ຈຳນວນ 12 ຖົງ ເທົ່າກັບ 2.400 ເມັດ ແລະ ຢາໄອສ໌ 1 ຖົງໃຫຽ່ ຈາກນັ້ນ ຜູ້ກ່ຽວໄດ້ເອົາຢາໄອສ໌ ມາແບ່ງໃສ່ຖົງນ້ອຍໄດ້ຈຳນວນ 19 ຖົງນ້ອຍ ແລ້ວນໍາເອົາໄປຂາຍໃຫ້ທ້າວ ໜູຄຳ 1 ຖົງນ້ອຍ ພ້ອມທັງຢາບ້າ 100 ເມັດ ມາວັນທີ 28 ພຶດສະພາ 2016 ຈິ່ງຖືກເຈົ້າໜ້າທີ່ເຂົ້າກັກໂຕພ້ອມທັງກວດຄົ້ນເຮືອນພົບຢາບ້າ 12 ຖົງ ເທົ່າກັບ 2.371 ເມັດ ຢາໄອສ໌ 18 ຖົງນ້ອຍ ເງີນກີບ 179.800.000 ກີບ ແລະ ເງິນບາດ 41.000 ບາດ ມາດຳເນີນຄະດີ.

ທ້າວ ໜູຄຳ ກໍໄດ້ຮັບສາລະພາບວ່າ ຜູ້ກ່ຽວເລີ່ມເສບຢາບ້າມາແຕ່ປິ 2012 ເສບມື້ລະ 2 ເມັດ ມາປີ 2013 ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນຊື້ນໍາທ້າວ ເຊີນ ຊື້ຄັ້ງລະ 10-100 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນຳໄປຂາຍໃຫ້ໄວລຸ້ນພາຍໃນບ້ານ ມາວັນທີ 28 ພຶດສະພາ 2016 ຜູ້ກ່ຽວຈິ່ງຖືກເຈົ້າໜ້າທີ່ກັກໂຕ ພ້ອມຂອງກາງຢາບ້າ 76 ເມັດ ແລະ ໂທລະສັບ 2 ໜ່ວຍ.

ຄະດີຄ້າຂາຍຢາເສບຕິດລາຍດັ່ງກ່າວ ແມ່ນຍັງຢູ່ໃນຂະບວນການການສຶບສວນຫາຂໍ້ມູນຫຼັກຖານ ເພື່ອສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການສັ່ງຟອງການກະທຳຜິດຂອງພວກກ່ຽວຕໍ່ສານ ເພື່ອພິຈາລະນາຕັດສີນຕາມກົດໝາຍ.

ນອກນັ້ນ ກ່ອນໜ້ານີ້ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກໍໄດ້ມ້າງຄະດີຄ້າຂາຍຢາເສບຕິດຢູ່ເຂດບ້ານໂພສີ ເມືອງຫາດຊາຍຟອງ ສາມາດກັກໂຕຜູ້ຖືກຫາ 2 ຄົນ ຊື່ທ້າວ ຄໍາເກັ່ງ ອາຍຸ 33 ປີ ຢູ່ບ້ານໂພສີ ແລະ ທ້າວ ນິກອນ ອາຍຸ 34 ປີ ຢູ່ບ້ານດອນດູ່ ທັງສອງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມຢາບ້າ 257 ເມັດ ແລະ ປືນສັ້ນດັດແປງ 1 ກະບອກ ພ້ອມກັບລູກປືນຂະໜາດ 22 ມມ 19 ລູກ.

ໃນສໍານວນຄະດີ ເຈົ້າໜ້າທີ່ເປີດເຜີຍໃນເບື່ອງຕົ້ນວ່າ ໃນວັນທີ 03 ມີຖຸນາ 2016 ທ້າວ ນິກອນ ໄດ້ໄປຊື້ຢາບ້ານໍາທ້າວ ຄໍາເກັ່ງ ຈໍານວນ 58 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນັ່ງລົມກັນ ໃນເວລານັ້ນ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕພວກກ່ຽວພ້ອມກັບຂອງກາງຢາບ້າ ຈໍານວນ 258 ເມັດມາດໍາເນີນການສອບສວນຂະຫຽາຍຜົນ ທ້າວ ຄໍາເກັ່ງ ຮັບສາລະພາບວ່າ ຜູ້ກ່ຽວໄດ້ເລີ່ມເສບຢາເສບຕິດແຕ່ປີ 2012 ເປັນຕົ້ນມາ ເສບມືລະ 2-3 ເມັດ ຢາບ້າທີ່ນໍາມາເສບແມ່ນຊື້ນໍາໄວລຸ້ນພາຍໃນບ້ານ ມາທ້າຍປີ 2012 ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ຢາບ້າທີ່ນໍາໄປຂາຍແມ່ນຊື້ນໍາຊາຍບໍ່ຊາບຊື່ ຈໍານວນຫຼາຍຄັ້ງ ຄັ້ງລະ 1-2 ຖົງ ເທົ່າກັບ 200-400 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບທ້າວ ນິກອນ ແລະ ຂາຍໃຫ້ກັບໄວລຸ້ນພາຍໃນບ້ານ ນອກນັ້ນ ທ້າວ ຄໍາເກັ່ງ ຍັງໄດ້ຮັບສາລະພາບອີກວ່າ ປືນທີ່ເຈົ້າໜ້າທີ່ໄດ້ກວດພົບແມ່ນຜູ້ກ່ຽວໄດ້ຊື້ມາຈາກພວກໄວ້ລຸ້ນທີ່ມາຊື້ຢາບ້ານໍາ ພາຍຫຼັງຊື້ປືນມາແລ້ວ ກໍນໍາມາເກັບຮັກສາໄວ້ ເວລາເຈົ້າໜ້າທີ່ມາກັກໂຕຈິ່ງພົບເຫັນປືນດັ່ງກ່າວ.

ທ້າວ ນິກອນ ຮັບສາລະພາບວ່າ ໄດ້ເລີ່ມເສບ ແລະ ເຄື່ອນໄຫວຄ້າຂາຍຢາເສບຕິດແຕ່ປີ 2013 ເປັນຕົ້ນມາ ຢາບ້າທີ່ນໍາມາເສບ ແລະ ຂາຍແຕ່ລະຄັ້ງ ແມ່ນຊື້ນໍາທ້າວ ຄໍາເກັ່ງ ຈໍານວນຫຼາຍຄັ້ງ ຄັ້ງລະ 50-100 ເມັດ ເມື່ອໄດ້ຢາບ້າມາແລ້ວ ກໍນໍາມາແບ່ງເສບຄັ້ງລະ 2-3 ເມັດ ສ່ວນທີ່ເຫຼື່ອແມ່ນນໍາມາຂາຍໃຫ້ກັບໄວ້ລຸ່ນພາຍໃນບ້ານ.

ຜ່ານການສະຫຼຸບຕີລາຄາຂອງເຈົ້າໜ້າທີ່ເຫັນວ່າ ການກະທໍາຂອງທ້າວ ຄໍາເກັ່ງ ແລະ ທ້າວ ນິກອນ ເປັນການກະທໍາທີ່ຜິດກົດໝາຍເຊິ່ງໄດ້ເກືອດຫ້າມໄວ້ ແລະ ການກະທໍາດັ່ງກ່າວແມ່ນໄດ້ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ດັ່ງນັ້ນ ຈິ່ງໄດ້ກັກໂຕໄວ້ເພື່ອທໍາການສອບສວນຂະຫຽາຍຜົນ ສະຫຼຸບສໍານວນຄະດີໃຫ້ໄອຍະການປະຊາຊົນ ເພື່ອດໍາເນີນຄະດີຕາມຂັ້ນຕອນຕໍ່ໄປ.

ຂ່າວ/ພາບ: ໄພສານ (ວິທະຍຸ-ໂທລະພາບ ນະຄອນຫຼວງ)
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...