ຫຼັງຈາກ 5 ທົດສະວັດປາຍຜ່ານມາ ພວກທະນາຄານຕ່າງປະເທດ ກຳນົດຈະກັບຄືນໄປຍັງມຽນມາ ຢ່າງເຕັມສ່ວນໃນທ້າຍປີນີ້ ໃນຖານເປັນພາກສ່ວນນຶ່ງຂອງການປະຕິຮູບນະໂຍບາຍຂອງລັດຖະບານ ທີ່ແນໃສ່ການພັດທະນາການເສດຖະກິດ ແລະໂຄງລ່າງພື້ນຖານຂອງປະເທດ.
ພວກທະນາຄານຕ່າງປະເທດ ທີ່ເຄີຍຢູ່ໃນມຽນມາ ທີ່ເອີ້ນກັນໃນເມື່ອກ່ອນວ່າ ພະມ້າ ໃນປີ 1963 ນັ້ນ ໄດ້ຖືກໂອນເປັນຂອງລັດຫຼັງຈາກທະຫານຂຶ້ນກຳອຳນາດ.
ຫຼັງຈາກຖືກໂດດດ່ຽວມາເປັນເວລາຫຼາຍປີ ຈາກປະຊາຄົມນາໆຊາດ ແລະການລົງໂທດຕ່າງໆ ທາງດ້ານເສດຖະກິດ ແລະການຄ້າ ຍັງໄດ້ບ່ອນທຳລາຍການພັດທະນາໃນພາກສ່ວນການທະນາຄານເຊັ່ນກັນ.
ນັບແຕ່ການເປີດກວ້າງທາງດ້ານການເມືອງຂອງມຽນມາ ເລີ້ມຂຶ້ນໃນປີ 2011 ເປັນຕົ້ນມາ ພວກທະນາຄານນາໆຊາດປະມານ 40 ທະນາ ຄານ ໄດ້ໄຂຫ້ອງການຜູ້ຕາງໜ້າຂອງຕົນຂຶ້ນ ໂດຍໃຫ້ການບໍລິການໃນການແນະນຳຕ່າງໆທີ່ຈຳກັດ.
ທ່ານ Set Aung ຮອງຜູ້ອຳນວຍການທະນາຄານກາງ ຂອງມຽນມາ ກ່າວວ່າ ມີທະນາຄານຕ່າງປະເທດຈຳນວນຫຼາຍເຖິງ 10 ທະນາຄານຈະໄດ້ຮັບໃບອະນຸຍາດ ແລະຈະເປີດການບໍລິການທາງດ້ານການທະ ນາຄານແບບຈຳກັດໃນເດືອນກັນຍາປີນີ້.
ໃນກໍລະກົດເດືອນນີ້ ຄະນະຜູ້ອອກໃບອະນຸຍາດຈຸນຶ່ງຮວມທັງ ກະຊວງການເງິນທະນາຄານກາງ ຫ້ອງການໄອຍະການສູງສຸດ ບັນດາຜູ້ຕາງໜ້າຈາກກອງທຶນສາກົນ ຫຼື IMF ແລະທີມທີ່ປຶກສາເຢຍຣະ ມັນຈຸນຶ່ງຈະເສັດສິ້ນການທົບທວນເບິ່ງຄຳຮ້ອງຕ່າງໆ. ທະນາຄານໂລກ ສະເໜີແນະໃຫ້ພວກທະນາຄານໃໝ່ ມີຕົ້ນທຶນທີ່ຊຳລະແລ້ວ 75 ລ້ານດອນລາ.
ທ່ານ Sean Turnell ອາຈານສອນວິຊາເສດຖະສາດ ທີ່ມະຫາວິທະຍາໄລ Macquarie ກ່າວວ່າ ເມື່ອພິຈາລະນາເຖິງການຂາດການພັດທະນາໃນພາກສ່ວນການທະນາຄານຂອງມຽນມາແລ້ວ ພວກທະນາຄານຕ່າງປະເທດສາມາດຫຼິ້ນບົດບາດທີ່ສຳຄັນໄດ້
ກໍຄື ອຳນວຍເງິນທຶນທີ່ຕ້ອງການຫຼາຍທີ່ສຸດ ແລະການເຂົ້າຫາເພື່ອເຊື່ອມໂຍງດ້ານການຄ້ານາໆຊາດໄດ້ ຊຶ່ງທ່ານກ່າວວ່າ:
“ມຽນມາຕ້ອງການຫຍັງ? ອັນທີ່ມຽນມາ ຕ້ອງການຫຼາຍທີ່ສຸດນັ້ນ ແມ່ນເງິນທຶນ
ຊຶ່ງເວລານີ້ມຽນມາບໍ່ມີເງິນທຶນເລີຍ. ເປັນສິ່ງຈຳເປັນທີ່ສຸດ ລະບົບການທະນາ
ຄານ ທີ່ມີຢູ່ຫັ້ນໃນເວລານີ້ ແມ່ນນ້ອຍກວ່າ ທະນາຄານຂະໜາດພໍປານກາງຢູ່
ໃນສະຫະລັດ ດັ່ງນັ້ນ ມຽນມາຈຶ່ງຕ້ອງການເງິນທຶນ. ພວກເຮົາຈະຕ້ອງການເງິນ
ນີ້ມາຈາກໃສ? ດັ່ງນີ້ ພວກເຮົາຈະໄດ້ເງິນທຶນນີ້ມາຈາກພວກທະນາຄານຕ່າງ
ປະເທດ ຊຶ່ງກ່ອນອື່ນໝົດ ກໍແມ່ນວ່າ ພວກທະນາຄານໃນທ້ອງຖິ່ນ ໃນເວລານີ້
ບໍ່ໃຫຍ່ພໍ.”
ພາກສ່ວນການທະນາຄານຂອງມຽນມາ ຍັງຄົງຢູ່ໃນຂັ້ນດ້ອຍການພັດ ທະນາຢ່າງຫຼວງຫຼາຍຢູ່. ລາຍງານຂອງສະຫະປະຊາຊາດ ພົບເຫັນວ່າ ມີພຽງແຕ່ 4 ເປີເຊັນເທົ່ານັ້ນຂອງຈຳນວນພົນລະເມືອງທີ່ກະປະມານກັນວ່າ ມີຢູ່ 61 ລ້ານຄົນຂອງມຽນມານັ້ນ ມີບັນຊີ ຫຼື ເງິນອອມສິນໃນທະນາຄານ. ປະຊາຊົນຫຼາຍຄົນ ອາໄສ “ການທະນາຄານແບບບໍ່ເປັນທາງການ” ຮວມທັງການກູ້ຢືມເງິນຈາກອັນທີ່ເອີ້ນວ່າ “ຜູ້ທີ່ອອກເງິນໃຫ້ກູ້ຢືມໂດຍຄິດຄ່າດອກເບ້ຍແບບແພງໆ”.
ມຽນມາເປັນນຶ່ງໃນບັນດາປະເທດທີ່ທຸກຍາກທີ່ສຸດໃນເອເຊຍ ຊຶ່ງປະຊາຊົນໃນຈຳນວນປະມານ 43 ເປີເຊັນ ອາໄສຢູ່ກິນນຳລາຍຮັບບໍ່ຮອດ 2 ດອນລາຕໍ່ມື້ ແລະປະມານ 80 ເປີເຊັນມີລາຍຮັບມື້ນຶ່ງ 5 ດອນລາ.
ທ່ານຄົບສັກ ພຸດທະກູນ ຮອງປະທານບໍລິຫານທະນາຄານບາງກອກທີ່ໄທ ກ່າວວ່າ ການພັດທະນາພາກສ່ວນການທະນາຄານ ເປັນສິ່ງ ສຳຄັນ ເພື່ອສະໜັບສະໜຸນການປະຕິຮູບຕ່າງໆທາງດ້ານເສດຖະກິດ ແຕ່ປະເຊີນກັບການທ້າທາຍຕ່າງໆ ເນື່ອງຈາກການຂາດແຄນຄວາມກ້າວໜ້າໃນຫວ່າງບໍ່ເທົ່າໃດທົດສະວັດຜ່ານມາ.
ທ່ານຄົບສັກ ກ່າວວ່າ “ໃນພາກສ່ວນການທະນາຄານ ສິ່ງທ້າທາຍຕ່າງໆທີ່ສຳຄັນສຳລັບມຽນມາ ກໍແມ່ນວ່າ ຈະເຮັດວິທີໃດເພື່ອພັດທະນາລະບົບການທະນາຄານຂອງເຂົາເຈົ້າເອງ ເພື່ອວ່າ ເຂົາເຈົ້າຈະສາມາດສະໜັບສະໜຸນການພັດທະນາພວກວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງຕົນເອງແລະບໍລິສັດໃປະເທດຂອງຕົນເອງ ເພື່ອວ່າໃນຂັ້ນຕໍ່ໄປ ຕົນຈະແຂ່ງຂັນກັບພວກບໍລິສັດຂອງນາໆຊາດໄດ້ ທີ່ຈະເຂົ້າມາດຳເນີນທຸລະກິດໃນປະເທດນັ້ນ.”
ພວກທະນາຄານທ້ອງຖິ່ນ ແລະພວກສະໜັບສະໜຸນຂອງເຂົາເຈົ້າ ໄດ້ພະຍາຍາມມາແລ້ວ ເພື່ອເຮັດໃຫ້ການອອກກົດໝາຍການປະຕິຮູບຕົກທາງໄປ ຍ້ອນຄວາມຢ້ານກົວຂອງການແຂ່ງຂັນຈາກພວກທະນາຄານຕ່າງປະເທດ. ແຕ່ປະທານາທິບໍດີ Thein Sein ແມ່ນຄັດຄ້ານ ຕໍ່ຄຳຮຽກຮ້ອງຕ່າງໆ ໂດຍຢືນຢັດວ່າ ການປະຕິຮູບຈະເດີນໜ້າຕໍ່ໄປ.
ທ່ານTurnell ທີ່ມະຫາວິທະຍາໄລ Macquarie ກ່າວວ່າ ພວກທະນາຄານທ້ອງຖິ່ນ
ມີຄວາມເປັນຫ່ວງກ່ຽວກັບການແຂ່ງຂັນກັບພວກທະນາຄານຕ່າງປະເທດທີ່ມີທຶນຢ່າງ
ຫຼວງຫຼາຍ ຊຶ່ງສາມາດແຍ້ງເອົາພວກ ເຈົ້າໜ້າທີ່ໃນທ້ອງຖິ່ນຂອງເຂົາຕົນໄປເຊັ່ນກັນ.
ແຕ່ທ່ານ Turnell ກ່າວວ່າ ຄວາມຢ້ານກົວນັ້ນ ແມ່ນເກີນກວ່າເຫດ.
ທ່ານ Turnell ກ່າວວ່າ “ພວກທະນາຄານໃນທ້ອງຖິ່ນເວົ້າໃຫ້ຕົນແຕກຕື່ນຢ້ານເອງ ກ່ຽວກັບພວກທະນາຄານຕ່າງປະເທດນັ້ນ. ການຂາດພາກສ່ວນການເງິນທີ່ດຳເນີນການໄດ້ ກຳລັງຢູ່ໃນລະດັບສູງຢູ່ໃນບັນຊີຂອງເຂົາເຈົ້າວ່າເປັນຫຍັງເຂົາເຈົ້າຈຶ່ງເດີນໜ້າ ແລະລົງທຶນເອງ. ດັ່ງນີ້ພວກທະນາຄານຕ່າງປະເທດເຮັດເຊັ່ນນັ້ນ ແລະລົງທຶນເຊັ່ນນັ້ນ. ແຕ່ໃນການກະທຳເຊັ່ນນັ້ນ ພວກທະນາຄານເຫຼົ່ານີ້ ເຮັດສິ່ງໃດສິ່ງນຶ່ງ ທີ່ພວກທະນາຄານໃນທ້ອງຖິ່ນບໍ່ເຮັດເລີຍ.”
ພວກທະນາຄານຕ່າງປະເທດຈະປະເຊີນກັບຂໍ້ຈຳກັດຮັດແຄບຕ່າງໆ. ພວກທະນາຄານເຫຼົ່ານີ້ ຈະຖືກຈຳກັດພຽງແຕ່ສາຂາດຽວໃນການໃຫ້ ການບໍລິການທີ່ຈຳກັດ ຮວມທັງການໃຫ້ເງິນກູ້ຢືມແກ່ພວກບໍລິສັດຕ່າງປະເທດ. ເພື່ອໃຫ້ເງິນກູ້ຢືມແກ່ພວກບໍລິສັດພາຍໃນປະເທດນັ້ນ ຈະຕ້ອງມີການຮ່ວມໄມ້ຮ່ວມມືກັບພວກທະນາຄານໃນທ້ອງຖິ່ນ.