Homeສຸຂະພາບ ແລະ ສີ່ງແວດລ້ອມສູດກຳຈັດໄຂມັນໜ້າທ້ອງໃນເວລາພຽງ 4 ວັນ ງ່າຍໆໄດ້ຜົນ!!

ສູດກຳຈັດໄຂມັນໜ້າທ້ອງໃນເວລາພຽງ 4 ວັນ ງ່າຍໆໄດ້ຜົນ!!

Published on

ເຄື່ອງດື່ມທີ່ສາມາດເຜົາຜານໄຂມັນໄດ້ຢ່າງໄວ ເຈົ້າສາມາດກຳຈັດໜ້າທ້ອງ ຂອງເຈົ້າໃນເວລາພຽງ 4 ວັນ ເຄື່ອງດື່ມນີ້ຈະສ້າງຄວາມສົມດູນຂອງອາຫານ ແລະເຜົາຜານໄຂມັນ ທີ່ສະສົມໃນຮ່າງກາຍຂອງເຈົ້າອອກໝົດ.

ເຈົ້າບໍ່ຕ້ອງກັງວົນກັບຜົນຂ້າງຄຽງໃດໆ ເພາະສ່ວນປະສົມທີ່ສຳຄັນຂອງມັນຄືນໍ້າ. ນອກຈາກການດື່ມເຄື່ອງດື່ມນີ້ເປັນເວລາພາຍໃນ 4 ວັນ ແລະຕ້ອງຫຼຸດປະລິມານຂອງອາຫານມັນ ແລະເຂົ້າໜົມຫວານ ດັ່ງນັ້ນສິ່ງທີ່ເຈົ້າຄວນກິນຄື: ໝາກໄມ້ສົດ ແລະຜັກ ເພາະມັນເຕັມໄປດ້ວຍນໍ້າ, ໝາກແຕງກວາ, ໝາກແຄນຕາລູບ ແລະໝາກໂມ ເປັນທາງເລືອກທີ່ດີເມື່ອຮ່າງກາຍຂອງເຈົ້າມີສານໄຮເດຼດ ເຈົ້າຈະຕ້ອງບໍ່ທົນທຸກທໍລະມານ ຈາກອາການເຈັບທ້ອງ ແລະທ້ອງອືດອີກຕໍ່ໄປ

#   ສ່ວນປະສົມທີ່ສຳຄັນ

  • ຂີງ 1 ບ່ວງແກງ
  • ນໍ້າ 8 ແກ້ວ
  • ໝາກນາວ 1 ໜ່ວຍ ປາດເປັນປ່ຽງ
  • ໝາກແຕງກວາ 1 ໜ່ວຍ ປອກແລ້ວຊອຍເປັນປ່ຽງບາງໆ
  • ໃບຫອມລາບ 12 ໃບ

#   ວິທີເຮັດ:

  • ໃສ່ສ່ວນປະສົມທັງໝົດລົງໃນຕຸກ ປະສົມໃຫ້ເຂົ້າກັນ ປະໄວ້ 1 ຄືນ
  • ເຄື່ອງດື່ມຈະໃຊ້ໄດ້ໃນຕອນເຊົ້າ ດື່ມເຄື່ອງດື່ມສູດນີ້ເປັນເວລາ 4 ວັນ

ສ່ວນປະສົມທຳມະຊາດທັງໝົດນີ້ ມີປະໂຫຍດເປັນຢາຂັບປັດສະວະ ເນື່ອງຈາກ ມີຄຸນສົມບັດໃນກາທຳຄວາມສະອາດ ແລະຂັບທາດແຫຼວທີ່ເປັນສ່ວນເກີນໃນຮ່າງກາຍຂອງເຈົ້າອອກທັງໝົດ ແລະໃນ 4 ວັນນີ້ ເຈົ້າຈະເຂົ້າຫ້ອງນໍ້າຕະຫຼອດ, ບໍ່ຕ້ອງກັງວົນ ມັນເປັນການກຳຈັດນໍ້າອອກໄປ ໃນຂະນະດຽວກັນ ກໍຍັງຊ່ວຍໃຫ້ຜິວພັນດີຂຶ້ນອີກດ້ວຍ

ທີ່ມາ: sukapap
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...