ລາຍລະອຽດເງິນລາງວັນ ການແຂ່ງຂັນຊ່ວງເຮືອທີ່ ເມືອງມໍລະດົກໂລກ ແຂວງ ຫຼວງພະບາງ

ການແຂ່ງຂັນຊ່ວງເຮືອທີ່ເມືອງມໍລະດົກໂລກຫຼວງພະບາງ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນເກົ້າ ແມ່ນມີຂື້ນທຸກປີ ໂດຍໄດ້ຈັດຂື້ນໃນມື້ແຮມ 14 ຄໍ່າເດືອນ 9 ປີນີ້ແມ່ນກົງກັບວັນທີ່ 1 ກັນຍາ, ເລີ້ມຕັ້ງແຕ່ຕອນເຊົ້າ ໄດ້ມີການຕັດບາດ ແລະ ທຳພິທີທາງສາສະໜາ ຢູ່ຕາມວັດວາອາຣາມແຕ່ລະແຫ່ງ, ຈາກນັ້ນ ແມ່ນໄດ້ມີການເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າຮ່ວມແຂ່ງຂັນຢູ່ຍື່ງແມ່ນ້ຳຄານ ເພື່ອຈັດການແຂ່ງຂັນຊ່ວງເຮືອ. ບັດຍາກາດໃນປີນີ້ ແມ່ນມີຄວາມຄືກຄື້ນມ່ວນຊື່ນທ່າມກາງສຽງຊົມສຽງເຊຍຈາກຜູ້ເບີ່ງ ຜູ້ຊົມຢ່າງຫຼວງຫຼາຍຕາມສອງຝັ່ງແມ່ນ້ຳຄານ. ການຈັດການແຂ່ງຂັນຊ່ວງເຮືອນີ້ ແມ່ນເປັນການອານຸລັກຮັກສາວັດທະນະທຳ ຮີດຄອງປະເພນີ ຂອງຊາວເມືອງມໍລະດົກໂລກຫຼວງພະບາງ ທັງເປັນການຫັດແໜ້ນ ຄວາມສາມັກຄີ-ຮັກແພງ ມີຄວາມເບີກບານມ່ວນຊື່ນ ຮັກສາໄດ້ຮີດຄອງປະເພນີອັນດີງາມທີ່ໄດ້ປະຕິບັດສືບທອດກັນມາຕັ້ງແຕ່ບັນພະຊົນ ໂດຍສະເພາະແມ່ນຮູບແບຂອງການແຂ່ງຂັນເຮືອ ທີ່ມີການຫຍົ້ມຫົວ ເຊີ່ງໃນແຕ່ລະປີ ຄະນະພັກອົງການປົກຄອງແຕ່ລະຂັ້ນ ໄດ້ເສີມຂະຫຍາຍໃຫ້ກ້ວາງຂວາງ ເຮັດໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍ່ໃຫ້ຄວາມສົນໃຈ ແລະ ຢາກມາທ່ອງທ່ຽວ ສຳພັດບັດຍາກາດຕົວຈີງດ້ວຍຕົນເອງ. ປີນີ້ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 29 ລໍາ ໂດຍແມ່ນບັນດາບ້ານ, ພະແນກການກົມກອງ, ບັນດາເມືອງອ້ອມຂ້າງ, ແຂວງໃກ້ຄຽງ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າມາຮ່ວມແຂ່ງຂັນອັນໄດ້ເຮັດໃຫ້ມີບັນຍາກາດມ່ວນຊື່ນກ່ວາທຸກໆປີ. ຜ່ານການແຂ່ງຂັນທ່າມກາງການທົດສອບດ້ວຍພາລະກຳລັງຂອງນັກສີພາຍ ແລະ ສຽງຊົມສຽງເຊຍຢ່າງສະນັ່ນຝົດຟື້ນເບີກບານມ່ວນຊື່ນຂອງກອງເຊຍແຕ່ລະພາກສ່ວນ ຜົນປະກົດວ່າ ເຮືອຊ່ວງນະຄອນຫຼວງວຽງຈັນ ແຊ້ມເກົ່າຍັງຄົງຮັກສາໄດ້ແຊ້ມອີກ 1 ສະໄໝ ໂດຍເອົາຊະນະເຮືອຊ່ວງແຂວງໄຊຍະບູລີໄປຢ່າງຂາດລອຍ, ໄດ້ຮັບລາງວັນຄື: ຂັນຄອງແຊ້ມ 3 ປີ ເປັນຂັນເງີນສົດນໍ້າໜັກ 1,5 ກິໂລກຼາມ 1 ໜ່ວຍ, ຂັນແຊ້ມປະຈໍາປີເປັນຂັນເງີນນ້ຳໜັກ 1 ກິໂລກຼາມ 1 ໜ່ວຍ ພ້ອມດ້ວຍເງີນສົດ 15.000.000 ກີບ, ສ່ວນເຮືອຊ່ວງແຂວງໄຊຍະບູລີ ຍັງໄດ້ເປັນພຽງຮອງແຊ້ມອີກສະໄໝໜື່ງ ໄດ້ຮັບຂັນເງີນນໍ້າໜັກ 800 ກຼາມ 1 ໜ່ວຍພ້ອມດ້ວຍເງີນສົດ 14.000.000 ກີບ, ອັນດັບທີ່ 3 ເຮືອຊ່ວງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ໄດ້ຮັບຂັນເງີນນ້ຳໜັກ 500 ກຼາມ 1 ໜ່ວຍ ພ້ອມດ້ວຍເງີນສົດ 13.000.000 ກີບ, ອັນດັບທີ່ 4 ເຮືອຊ່ວງບລິສັດ ໂຂ້ ກໍ່ສ້າງຂົວທາງຈຳກັດ ໄດ້ຮັບລາງວັນເງີນສົດ 12.000.000 ກີບ, ອັນດັບທີ່ 5ເຮືອຊ່ວງພະແນກສືກສາທິການ ແລະ ກິລາແຂວງ ບໍລິສັດເທບຈະເລີນປະກັນໄພ ບ້ານນູນສະຫວາດ ໄດ້ຮັບເງີນສົດ 11.000.000 ກີບ, ອັນດັບທີ່ 6 ເຮືອຊ່ວງບໍລິສັດອຸທຸມພອນກໍ່ສ້າງຂົວທາງຈຳກັດ ໄດ້ຮັບເງີນສົດ 10.000.000 ກີບ, ອັນດັບທີ່ 7 ເຮືອຊ່ວງວັດຊຽງທອງ 2 ໄດ້ຮັບເງີນສົດ 9.000.000 ກີບ, ອັນດັບທີ່ 8 ເຮືອຊ່ວງບໍລິສັດແສງເພັດກໍ່ສ້າງຂົວທາງຈຳກັດ ໄດ້ຮັບລາງວັນເງີນສົດ 8.500.000 ກີບ. ນອກນັ້ນແມ່ນໄດ້ຮັບລາງວັນຊົມເຊີຍປະກອບມີ ອັນດັບທີ່ 9 ເທົ່າມີ 4 ລາງວັນໄດ້ຮັບເງີນສົດ ລາງວັນລະ 8.000.000 ກີບ, ອັນດັບທີ່ 13 ເທົ່າມີ 4 ລາງວັນໄດ້ຮັບເງີນສົດລາງວັນລະ 7.800.000 ກີບ,ອັນດັບທີ່ 17 ເທົ່າມີ 8 ລາງວັນໄດ້ຮັບເງີນສົດ ລາງວັນລະ 7.600.000 ກີບ, ອັນດັບທີ່ 25 ເທົ່າມີ 5 ລາງວັນ, ລາງວັນລະ 7.500.000 ກີບ. ມູນຄ່າຂັນລາງວັນທັງໝົດ 44.000.000, ແລະ ເງີນສົດ260.000.000 ກີບ, ລວມມູນຄ່າທັງໝົດ 304.000.000 ກີບ. ໃຫ້ກຽດຂື້ນມອບລາງວັນໂດຍມີ ທ່ານ ຄຳໝັ້ນ ຈັນທະລັງສີ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ, ການນຳຂອງເມືອງ ຢ່າງສົມກຽດ.

ໂດຍ: ອາພຸດເດດ ບຸບຜາ