spot_img
Homeຂ່າວຕ່າງປະເທດລະເບີດລົດຖະຫຼົ່ມສຳນັກງານຕຳຫຼວດໃນຕວັກກີ ມີຄົນຕາຍ ແລະ ບາດເຈັບບໍ່ຕ່ຳກວ່າ 70 ຄົນ

ລະເບີດລົດຖະຫຼົ່ມສຳນັກງານຕຳຫຼວດໃນຕວັກກີ ມີຄົນຕາຍ ແລະ ບາດເຈັບບໍ່ຕ່ຳກວ່າ 70 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນອິສຕັນບລູ ປະເທດຕວັກກີເມື່ອວັນທີ 26 ສິງຫາ ວ່າເກີດເຫດລະເບີດລົດໂຈມຕີຈຸດກວດຂອງເຈົ້າໜ້າທີ່ ທີ່ຢູ່ໃກ້ກັບອາຄານບໍລິເວນສູນບັນຊາການຂອງສຳນັກງານຕຳຫຼວດ ປາບຈະລາຊົນໃນເມືອງຊິສເຣ ທີ່ຢູ່ທາງຕາເວັນອອກສຽງໃຕ້ຂອງຕວັກກີ ເມື່ອຕອນເຊົ້າຂອງວັນສຸກຕາມເວລາທ້ອງຖິ່ນ ແຮງລະເບີດເປັນເຫດໃຫ້ຕຳຫຼວດຢ່າງໜ້ອຍ 9 ຄົນເສຍຊີວິດ ແລະມີຜູ້ໄດ້ຮັບບາດເຈັບອີກບໍ່ຕ່ຳກວ່າ 70 ຄົນ ຂະນະທີ່ໂຕອາຄານໄດ້ຮັບຄວາມເສຍຫາຍຢ່າງໜັກ

capture_441

ຫຼັງເກີດເຫດຍັງບໍ່ມີບຸກຄົນໃດອອກມາຮັບວ່າຢູ່ເບື້ອງຫຼັງ ແຕ່ຫຼາຍຝ່າຍເຊື່ອວ່າເປັນສີມືຂອງພັກຄົນງານເຄີດິສຖານ (ພີເຄເຄ) ເນື່ອງຈາກເມືອງຊິສເຣເປັນໜຶ່ງໃນພື້ນທີ່ ທີ່ມີການປະກາດບັງຄັບໃຊ້ເຄີຟິວມາດົນຫຼາຍເດືອນແລ້ວ ຈາກການຕັ້ງຢູ່ໃນເຂດພົນຂອງເຄເຄທີ່ລັດຖະບານກຳລັງເດີນນ້າປາບປາມຢ່າງນັກ ຫຼັງການເຈລະຈາສັນຕິພາບດົນເຖີງ 2 ປີເຄຶ່ງກາຍເປັນໂມຂະເມື່ອປີກາຍ

ຢ່າງໃດກໍ່ຕາມ ເຫດການຄັ້ງນີເກີດຂື້ນໃນຂະນະທີ່ ກອງທັບຕວັກກີປະຕິບັດການຢ່າງໜັກທັງທາງບົກດ້ວຍການຍິງປືນໃຫຍ່ ແລະການໂຈມຕີທາງອາກາດຈາກເຮືອບິນຂັບໄລ່ ຕາມແນວເຂດຊາຍແດນທາງຕອນໃຕ້ທີ່ຕິດກັບພາກເໜືອຂອງຣັສເຊຍ ເພື່ອກົດດັນໃຫ້ກອງກຳລັງປ້ອງກັນຕົນເອງຊາວເຄີດ (ວາຍພີຈີ) ທີ່ເປັນພັນທະມິດກັບພີເຄເຄ ຖອຍອອກຈາກເມືອງຈາຣາບລັສກັບໄປຍັງຖານທີ່ໝັ້ນເຊິ່ງຢູ່ທາງຕາເວັນອອກຂອງແມ່ນ້ຳຢູເຟຣຕິສຕາມເດີມ

 

ຂ່າວຈາກ: http://www.dailynews.co.th/foreign ແລະ http://www.news.com.la/detail/18311
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...