spot_img
Homeຂ່າວການພັດທະນາຂາຍເຄື່ອງຢູ່ຕະຫຼາດທາດຫຼວງຊົ່ວຄາວ ແກ່ຍາວກາຍວັນນັດໝາຍ

ຂາຍເຄື່ອງຢູ່ຕະຫຼາດທາດຫຼວງຊົ່ວຄາວ ແກ່ຍາວກາຍວັນນັດໝາຍ

Published on

     ສືບເນື່ອງມາຈາກຫາງສຽງສັງຄົມຍ້ອນບັນຫາລົດຕິດເຂດຕະຫຼາດທາດຫຼວງຊົ່ວຄາວໃນຊົ່ວໂມງເລ່ັງດ່ວນເຮັດໃຫ້ການນຳຂອງເມືອງໄດ້ເລີ່ມທາບທາມຜູ້ຄ້າຂາຍໃນຕະຫຼາດນີ້ໃຫ້ທະຍອຍຍ້າຍອອກ ພ້ອມສັ່ງຢຸດຂາຍນັບແຕ່ວັນທີ 23 ສິງຫາ 2016 ນີ້ແຕ່ກາຍມາສອງວັນແລ້ວການບໍລິການຍັງສືບຕໍ່.

     ການເປີດໃຫ້ບໍລິການຂອງຕະຫຼາດທາດຫຼວງຊົ່ວຄາວ ອີງຕາມຂໍ້ມູນຈາກ ໜັງສືພິມວັນອາທິດອ້າງອີງການສຳ ພາດຈາກທ່ານ ຖະໜອມ ທຳມະວົງ ເຈົ້າເມືອງໆໄຊເຊດຖາໄດ້ໃຫ້ຮູ້ວ່າ: ຕາມສັນຍາວ່າດ້ວຍການສ້າງຕະຫຼາດທາດ ຫຼວງຊົ່ວຄາວແລ້ວກຳນົດໃຫ້ບໍລິການພຽງສອງປີ ແຕ່ພາກປະຕິບັດຕົວຈິງໄດ້ ລ່ວງເລີຍມາ 6 ປີແລ້ວ ຊຶ່ງສັນຍາເບື້ອງ ຕົ້ນແມ່ນເລີ່ມແຕ່ວັນທີ 27 ພຶດສະພາ 2010 ແຕ່ປະຈຸບັນກໍຍັງມີການສືບຕໍ່ຊື້- ຂາຍອັນໄດ້ກໍໃຫ້ເກີດຫາງສຽງສັງຄົມ ຕາມມາເປັນຕົ້ນແມ່ນສະພາບການສັນຈອນທີ່ນັບ ມື້ແອອັດໃນຊົ່ວໂມງເລ່ັງດ່ວນຕອນເຊົ້າ ແລະຕອນແລງສົມທົບກັບການທຽວ ເຂົ້າ-ອອກຂອງພໍ່ຄ້າຊາວຂາຍໃນເວລາດຽວກັນ.

ດັ່ງນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນຕົ້ນເດືອນສິງຫານີ້ທ່ານຫົວໜ້າຫ້ອງ ການອຸດສາຫະກຳ ແລະການຄ້າເມືອງ ໄຊເສດຖາຈິ່ງໄດ້ປະກາດແຈ້ງການໃຫ້ ຊາວຄ້າຂາຍໃນຕະຫຼາດທາດຫຼວງຊົ່ວຄາວ ຊຶ່ງມີຈຳນວນຫຼາຍກວ່າ 400   ຮ້ານເຂົ້າໄປພົວພັນຂຶ້ນບັນຊີສະເໜີເຈດ ຈຳນົງຂອງຕົນຕໍ່ຄະນະກຳມະການສະ ເພາະກິດ ເພື່ອໄປຂາຍຢູ່ຕະຫຼາດອື່ນທີ່ ສະດວກ ແລະເໝາະສົມໂດຍໃຫ້ເລືອກ ໄດ້ໃນ 4 ຕະຫຼາດຫຼັກຄືສູນການຄ້າທາດຫຼວງສະແຄວ, ຕະຫຼາດໂນນຄໍ້, ຕະຫຼາດ ຄຳສະຫວາດ ແລະຕະຫຼາດໄຮຄຳລວມ ເຖິງຈຸດຂາຍແຫ່ງອື່ນຕາມທີ່ຄະນະກຳມະການໄດ້ຈັດສັນໄວ້ໃຫ້ແລ້ວ.

ໃນປະກາດແຈ້ງການຂອງຫ້ອງ ການອຸດສາຫະກຳ ແລະການຄ້າເມືອງ ໄຊເສດຖາຍັງໄດ້ຂີດເສັ້ນການບໍລິການ ຄ້າຂາຍໃນຕະຫຼາດທາດຫຼວງຊົ່ວຄາວ ໃຫ້ຢຸດເຊົາເປັນທາງການເລີ່ມແຕ່ວັນທີ 23 ສິງຫາ 2016 ເປັນຕົ້ນໄປແນວ ໃດກໍຕາມຮອດປະຈຸບັນກໍກາຍມາເປັນ ເວລາ 2 ວັນແລ້ວ ແຕ່ການບໍລິການຊື້- ຂາຍຍັງສືບຕໍ່ເປັນປົກກະຕິ ຂະນະທີ່ສັງຄົມຜູ້ໃຊ້ລົດໃຊ້ຖະໜົນທີ່ປະສົບພົບກັບ ບັນຫາຄວາມແອອັດຂອງຍານພາຫະນະ ແລະການນຳເມືອງໄຊເສດຖາເອງ ທີ່ມີຄວາມຕ້ອງການພື້ນທີ່ດັ່ງກ່າວມາສ້າງສາພັດທະນາກໍຄົງຕ້ອງແກ່ຍາວເວລາອອກໄປ ເພື່ອລໍຖ້າການແກ້ໄຂໃນຂັ້ນເດັດຂາດຂອງຂັ້ນເທິງຕໍ່ໄປ.

ແນວໃດກໍດີ ເພື່ອສາມາດຄ້າຂາຍໄປຍາວນານ ແລະໝັ້ນຄົງອີກທັງເພື່ອຜົນປະໂຫຍດຂອງສ່ວນລວມ ໃຫ້ສາມາດແກ້ໄຂໄດ້ບັນຫາລົດຕິດທີ່ເປັນຫາງສຽງສັງຄົມຊາວຄ້າຂາຍເຫັນສົມຄວນໃຫ້ ຄວາມຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງ ແລະຮີບຮ້ອນໄປຈັບຈອງພື້ນທີ່ຂາຍໃໝ່ຈະເປັນຜົນດີບໍ່ໜ້ອຍຕໍ່ທຸກຝ່າຍ.

ທີ່ມາ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...