spot_img
Homeຂ່າວພາຍ​ໃນຜະລິດເງິນປອມ ແລ້ວໄປຊື້ຢາບ້າ

ຜະລິດເງິນປອມ ແລ້ວໄປຊື້ຢາບ້າ

Published on

image002

ໜັງສືພິມ ເສດຖະກິດ-ສັງຄົມ ສະບັບວັນທີ 11 ກໍລະກົດ 2014 ລາຍງານ: ກ່ອນ​ໜ້າ​ນີ້ ໜັງ­ສື­ພິມ​ປ້ອງ​ກັນຄວາມ​ສະ­ຫງົບ​ກໍ​ໄດ້​ນຳ​ສະ­ເໜີ​ບັນ­ຫາ​ກ່ຽວ​ກັບ​ຄະ­ດີ​ ໃຊ້​ເງິນ​ປອມ​ຊື້​ລົດ​ວີ​ໂກ້​ເຖື່ອນ​ມາ​ແລ້ວ​ຢູ່​ເມືອງ​ນາ​ຊາຍ​ທອງ ຊຶ່ງ​ວ່າ​ທາງ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ກໍ​ໄດ້​ນຳ​ເອົາ​ຕົວ​ຜູ້​ກະ­ທຳ​ຜິດ​ມາ​ລົງ­ໂທດ​ຕາມ​ລະ­ບຽບ​ກົດ­ໝາຍ​ ເພື່ອ​ເປັນ​ຄະ­ຕິ​ເຕືອນ­ໃຈ​ໃຫ້​ກຸ່ມ​ຄົນ​ຢູ່​ໃນ​ສັງ­ຄົມ​ທີ່​ມີ​ແນວ​ຄິດ​ບໍ່ ​ດີ, ຝືນ​ຕໍ່​ກົດ­ໝາຍ​ຂອງ​ບ້ານ​ເມືອງ​ໃຫ້​ຫັນ​ມາ​ມີ​ແນວ​ຄິດ​ໃໝ່, ມີ​ການ​ດຳ­ລົງ​ຊີ­ວິດ​ທີ່​ສຸດ­ຈະ­ລິດ, ປອດ​ໃສ​ຂາວ​ສະ­ອາດ​ປັດ​ສະ​ຈາກ​ການ​ກະ­ທຳ​ທີ່​ຜິດ​ກົດ­ໝາຍ, ຄຽງ​ຄູ່​ກັນ​ນີ້ ຍັງ​ມີ​ຄົນ​ຈຳ­ນວນ​ໜຶ່ງ​ທີ່​ມີ​ຄວາມ​ຮູ້Œຄວາມ​ສາ­ມາດ ໂດຍ​ສະ­ເພາະ​ຜູ້​ທີ່​ມີ​ຄວາມ​ຮູ້​ທາງ​ໄອ​ທີ, ແຕ່​ກັບ​ນຳ​ໃຊ້​ໄປ​ໃນ​ທາງ​ທີ່​ຜິດ​ກົດ­ໝາຍ ໂດຍ​ການ​ຜະ­ລິດ​ເງິນ​ປອມ​ຂຶ້ນ​ມາ​ເພື່ອ​ເອົາ​ໄປ​ຕົວະ​ຍົວະ​ຫຼອກ​ລວງ​ຊື້​ ວັດ­ຖຸ​ສິ່ງ​ຂອງ​ຕ່າງໆ​ຂອງ​ບັນ­ດາ​ພໍ່​ແມ່​ປະ­ຊາ­ຊົນ​ຢູ່​ໃນ​ສັງ­ຄົມ​ເຮັດ​ ໃຫ້​ສັງ­ຄົມ​ບໍ່​ມີ​ຄວາມ​ສະ­ຫງົບ ແລະ ຜິດ​ຕໍ່​ລະ­ບຽບ​ກົດ­ໝາຍ​ບ້ານ​ເມືອງ​ດັ່ງ​ການ​ຜະ­ລິດ​ເງິນ​ປອມ​ເພື່ອ​ແລກ​ຊື້ ​ຢາ​ບ້າ​ມາ​ເສບ​ລາຍ​ນີ້: ຜູ້​ຖືກ​ຫາ​ຊື່ ທ້າວ ມິ­ຖຸ­ນາ ອາ­ຍຸ 25 ປີ ພະ­ນັກ­ງານ​ຄູ​ສອນ​ຄອມ​ພິວ​ເຕີ ຢູ່​ບ້ານ​ທ່າ​ງ່ອນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ໄດ້​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ໃນ​ທ້າຍ​ ເດືອນ​ມິ­ຖຸ­ນາ​ທີ່​ຜ່ານ​ມາ​ນີ້.

ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ​ໃຫ້​ຮູ້​ວ່າ: ຜູ້­ກ່ຽວ​ແມ່ນ​ໄດ້​ເລີ່ມ​ເສບ​ຢາ​ມາ​ແຕ່​ປີ 2009; ໃນ​ການ​ເສບ​ຢາ​ບ້າ​ແຕ່​ລະ​ຄັ້ງ, ຜູ້­ກ່ຽວ​ແມ່ນ​ໄດ້​ໄປ​ຊື້​ຢູ່​ຕາມ​ຮ້ານ​ເກມຕ່າງໆ​ນຳ​ພວກ​ໄວ​ໜຸ່ມ​ທີ່​ມາ​ ຫຼິ້ນ​ເກມ​ຢູ່ບ້ານ​ນາ ເມືອງ​ໄຊ​ທາ­ນີ ໂດຍ​ຊື້​ໃນ​ລາ­ຄາ​ເມັດ​ລະ 20.000 ກີບ ມາ​ຮອດ​ໄລ­ຍະ​ຕົ້ນ​ເດືອນ​ພຶດ­ສະ­ພາ 2014, ດ້ວຍ​ຄວາມ​ຮູ້​ທາງ​ດ້ານ​ວິ­ຊາ​ສະ­ເພາະ​ກໍ​ຄື​ຄອມ​ພິວ​ເຕີ​ຈິ່ງ​ເກີດ​ມີ​ແນວ​ ຄິດ​ຢາກ​ຜະ­ລິດ​ເງິນ​ປອມ​ຂຶ້ນ​ມາ​ເພື່ອ​ນຳ­ໄປ​ຊື້​ຢາ​ບ້າ​ມາ​ເສບ ຫຼັງ​ຈາກ​ນັ້ນ ຈິ່ງ​ໄດ້​ເລີ່ມ​ຜະ­ລິດ​ເງິນ​ປອມ​ຂຶ້ນ​ມາໃນ​ເບື້ອງ​ຕົ້ນ​ແມ່ນ​ໄດ້​ຜະ­ລິດ​ ເງິນ​ໃບ 50.000 ກີບ ຈຳ­ນວນ 4 ໃບ ແລ້ວ​ນຳ​ເອົາ​ເງິນ​ໄປ​ຊື້​ຢາ​ບ້າ​ມາ​ເສບ​ເຫັນ​ວ່າ​ໄດ້​ຮັບ​ຜົນ​ດີຕໍ່​ມາ​ ຈິ່ງ​ໄດ້​ຜະ­ລິດ​ເງິນ​ເປັນ​ຄັ້ງ​ທີ 2, ໂດຍ​ຜະ­ລິດ​ໃນ 50.000 ກີບ​ຈຳ­ນວນ 200.000 ກີບ ເອົາ​ໄປ​ຊື້​ຢາ​ເສບ​ຕິດ​ຢູ່​ບ້ານ​ໄຮ່; ໃນ​ເວ­ລາ​ນັ້ນ​ໄດ້​ພົບ​ກັບ ທ້າວ ໂກ້ ແລະ ໄດ້​ມີ​ການ​ຕິດ­ຕໍ່​ພົວ­ພັນ​ກັນ​ມາ​ໄດ້​ໄລ­ຍະ​ໜຶ່ງ ທ້າວ ໂກ້ ແມ່ນ​ຕ້ອງ­ການ​ເງິນ​ຈຳ­ນວນ​ຫຼາຍ​ຈິ່ງ​ໄດ້​ບອກ​ໃຫ້ ທ້າວ ມິ­ຖຸ­ນາ ຜະ­ລິດ​ເງິນ​ປອມ​ໃຫ້​ອີກ ຫຼັງ​ຈາກ​ນັ້ນ ທ້າວ ມິ­ຖຸ­ນາ ຈິ່ງ​ໄດ້​ຜະ­ລິດ​ເງິນ​ປອມ​ໃບ 50.000 ກີບ ແລະ ໃບ 100.000 ກີບ ປະ­ມານ 4 ຄັ້ງ ລວມ​ທັງ​ໝົດ 5.000.000 ກີບ ໃຫ້​ທ້າວ ໂກ້ ແລະ ທ້າວ ໂກ ໄດ້​ເອົາ​ຢາ​ບ້າ​ໃຫ້​ຜູ້­ກ່ຽວ​ຈຳ­ນວນ 510 ເມັດ ແລະ ໃນ​ການ​ເສບ​ຢາ​ແຕ່​ລະ​ຄັ້ງ​ແມ່ນ​ຄັ້ງ​ລະ 45 ເມັດ 23 ມື້ແມ່ນ​ເສບ​ເທື່ອ​ໜຶ່ງ.

ຕົກ​ມາ­ໄລ​ຍະ​ເດືອນ​ມິ­ຖຸ­ນາ 2014 ໄດ້​ຮູ້­ຈັກ​ກັບ​ໝູ່​ອີກ​ຜູ້​ໜຶ່ງ​ອາ­ຍຸ​ປະ­ມານ 24 ປີ ຢູ່​ບ້ານ​ໂນນ​ບໍ່​ແກ້ວ ເມືອງ​ໄຊ​ທາ­ນີ ຊຶ່ງ​ເປັນ​ໝູ່​ຂອງ ທ້າວໂກ້ ໄດ້​ໂທ​ຫາ​ຜູ້­ກ່ຽວ​ອີ​ກວ່າ​ຢາກ​ໄດ້​ເງິນ​ປອມ​ອີກ​ເປັນ​ຈຳ­ນວນ​ຫຼາຍ ຫຼັງ​ຈາກ​ນັ້ນ, ຈິ່ງ​ໄດ້​ຜະ­ລິດ​ເງິນ​ປອມ​ອີກ 4 ຄັ້ງ, ໃບ 50.000 ກີບ ແລະ ໃບ​ລະ 100.000 ກີບ ຈຳ­ນວນ 5.000.000 ກີບ ໃຫ້​ກັບ​ໝູ່​ຂອງ ທ້າວໂກ້ ແລະ ຜູ້­ກ່ຽວ​ໄດ້​ຮັບ​ຢາ​ເສບ​ຕິດ​ຈຳ­ນວນ 40 ເມັດ ຕົກ​ມາ​ຮອດ​ວັນ​ທີ 30 ມິ­ຖຸ­ນາ 2014 ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ເຈົ້າ​ໜ້າ­ທີ່​ກອງ​ຄະ­ດີ​ອາ­ຍາ ປກສ ເມືອງ​ໄຊ​ທາ­ນີ ໃຫ້​ຮູ້​ວ່າ: ການ​ຜະ­ລິດ​ເງິນ​ຂອງ​ຜູ້­ກ່ຽວ​ແຕ່​ລະ​ຄັ້ງ​ແມ່ນ​ໄດ້​ໃຊ້​ຈັກ​ກັອບ​ປີ້​ສີ ໂດຍ​ເອົາ​ເງິນ​ແທ້​ມາ​ກັອບ​ໃສ່​ກັບ​ເຈ້ຍ​ຊອງ​ບັດ​ເຊີນ​ສີ­ຂາວ​ແລ້ວ​ກັອບ​ ເທື່ອ​ລະ​ດ້ານ; ພາຍ­ຫຼັງ​ກັອບ​ສຳ­ເລັດ​ແລ້ວ​ຈິ່ງ​ໄດ້​ເອົາ​ມາ​ຕັດ​ຕາມ​ຂະໜາດ​ຂອງ​ເງິນ, ສ່ວນ​ເຄື່ອງ​ຕ່າງໆ​ທີ່​ນຳ​ມາ​ຜະ­ລິດ​ນັ້ນ​ແມ່ນ​ໄດ້​ມາ​ຈາກ​ທາງ​ໂຮງ­ຮຽນ​ເອົາ ​ມາ​ໃຫ້​ຜູ້­ກ່ຽວ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈົດ​ບັນ­ທຶກ​ປະ­ຫວັດ​ນັກ­ຮຽນ; ຕໍ່​ກັບ​ການ​ກະ­ທຳ​ໃນ​ຄັ້ງ​ນີ້, ທາງ​ໂຮງ­ຮຽນ​ແມ່ນ​ບໍ່​ຮັບ​ຮູ້​ນຳ ແລະ ເຫັນ​ໄດ້​ວ່າ­ການ​ກະ­ທຳ​ຂອງ ທ້າວ ມິ­ຖຸ­ນາ ໄດ້​ສ້າງ​ຄວາມ​ບໍ່​ສະ­ຫງົບ​ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມ​ສັບ­ສົນ​ວຸ້ນ­ວາຍ​ ສະ­ແດງ​ອອກ​ໃນ​ການ​ຜະ­ລິດ​ເງິນ​ປອມ​ໃຫ້​ກັບ​ຄົນ​ອື່ນ​ເພື່ອ​ແລກ​ກັບ​ຢາ​ເສບ​ ຕິດ ຊຶ່ງ​ມັນ​ເປັນ​ສິ່ງ​ທີ່​ຜິດ​ຕໍ່​ກົດ­ໝາຍ​ຂອງ​ບ້ານ​ເມືອງ ປະ­ຈຸ​ບັນ​ຄະ­ດີ​ດັ່ງ­ກ່າວ​ທາງ​ເຈົ້າ​ໜ້າ­ທີ່​ກຳ­ລັງ​ສືບ­ສວນŒສອບ​ສວນ​ ຂະ­ຫຍາຍ​ຜົນ​ເພື່ອ​ນຳ​ເອົາ​ຕົວ​ຄົນ​ຮ້າຍ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ກະ­ທຳ​ຜິດ ​ໃນ​ຄັ້ງ​ນີ້​ມາ​ລົງ­ໂທດ​ຕາມ​ລະ­ບຽບ​ກົດ­ໝາຍ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...