spot_img
Homeມຸມຂ່າວ AECນາຍົກເນັ້ນກຳລັງ ປກສ ກຽມພ້ອມໃຫ້ດີເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນມີຄວາມສະຫງົບປອດໄພ

ນາຍົກເນັ້ນກຳລັງ ປກສ ກຽມພ້ອມໃຫ້ດີເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນມີຄວາມສະຫງົບປອດໄພ

Published on

ໃນໂອກາດເຂົ້າຮ່ວມຊົມການຝຶກຊ້ອມຂອງເຫລົ່າຮົບວິຊາສະເພາະກຳລັງປ້ອງກັນຄວາມສະຫງົບທີ່ຈະຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28,29 ແລະ ກອງປະຊຸມ ສຳຄັນປິ່ນອ້ອມອື່ນໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດໃນຂຶ້ນຕົ້ນເດືອນກັນຍານີ້, ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອທ້າຍອາທິດຜ່ານມານີ້, ຢູ່ກອງບັນຊາການປ້ອງກັນເຄື່ອນທີ່, ນະຄອນ ຫລວງວຽງຈັນ. ທ່ານໄດ້ໃຫ້ກຽດໂອ້ລົມເນັ້ນໃຫ້ພະນັກງານນັກຮົບທຸກພາກສ່ວນຈົ່ງກະກຽມຄວາມພ້ອມໃຫ້ດີຮອບດ້ານ, ໂດຍສະເພາະຍົກສູງນ້ຳໃຈປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບພິຊອບສູງ, ມີເຕັກນິກ, ວິຊາການ-ວິຊາສະເພາະ ແລະ ສິລະປະຍຸດທີ່ດີ ເພື່ອເຮັດໜ້າທີ່ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຳຄັນປິ່ນອ້ອມອື່ນໆທີ່ປະເທດເຮົາເປັນເຈົ້າພາບເທື່ອນີ້ໃຫ້ມີຄວາມປອດໄພ 100% ແລະ ມີຜົນສຳເລັດຈົບງາມ, ຊຶ່ງທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນຢ່າງສູງຕໍ່ເຫລົ່າຮົບກຳລັງ ປກສ ຈະສາມາດຮັກສາໄດ້ມູນເຊື້ອທີ່ດີງາມ ແລະ ກ້າຫານຂອງຕົນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານເໝືອນດັ່ງຮັບໃຊ້ປ້ອງກັນຫລາຍໆກອງປະຊຸມລະດັບພາກພື້ນ ແລະ ສາກົນທີ່ປະເທດເຮົາເຄີຍໄດ້ຮັບກຽດເປັນເຈົ້າພາບຈັດໃນໄລະຍະຜ່ານມາຈົນມີຜົນສຳເລັດດີ.

 

ທີ່ມາຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...