Homeນານາສາລະ7 ຢ່າງທີ່ບໍ່ຄວນແຊ່ໃນຕູ້ເຢັນ

7 ຢ່າງທີ່ບໍ່ຄວນແຊ່ໃນຕູ້ເຢັນ

Published on

ການຊື້ອາຫານ ສິ່ງທຳອິດທີ່ເຮົາຄິດຄືແຊ່ໄວ້ໃນຕູ້ເຢັນ ແຕ່ສົງໄສຕ້ອງໄດ້ປ່ຽນຄວາມຄິດໃໝ່ ເພາະບາງຢ່າງອາດບໍ່ຄວນແຊ່ໃນຕູ້ເຢັນ

  1. ຫົວຫອມບົ່ວໃຫຍ່: ຈະເຮັດໃຫ້ຂຶ້ນເຊື້ອລາ ແລະເລະງ່າຍ
  2. ຂະໜົມປັງ: ຈະເຮັດໃຫ້ຂະໜົມປັງແຫ້ງແລະແຂງ
  3. ກະທຽມ: ຈະເຮັດໃຫ້ອອກຈາວ ແລະຂຶ້ນເຊື້ອລາໄດ້ງ່າຍ
  4. ໝາກເລັ່ນ: ເມື່ອເວລາໃສ່ໃນຕູ້ເຢັນຈະເຮັດໃຫ້ລົດຊາດປ່ຽນໄປ ແລະຄວນຊື້ມາເທື່ອລະໜ້ອຍຈະເປັນການດີທີ່ສຸດ
  5. ນໍ້າມັນໝາກກອກ: ຫ້າມແຊ່ເດັດຂາດ ເພາະຈະເຮັດໃຫ້ມັນເປັນກ້ອນ ວິທີເກັບຄື ເກັບໃຫ້ພົ້ນແສງແດດກໍພຽງພໍແລ້ວ
  6. ນໍ້າເຜິ້ງ: ຖ້າໄດ້ຮັບຄວາມເຢັນຈະເຮັດໃຫ້ຂຸ້ນ ນໍ້າເຜິ້ງເປັນສິ່ງທີ່ໄດ້ຈາກທໍາມະຊາດ ດັ່ງນັ້ນບໍ່ຈໍາເປັນຕ້ອງແຊ່ຕູ້ເຢັນ ເພາະຈະເຮັດໃຫ້ບໍ່ບູດ, ບໍ່ເນົ່າໄດ້
  7. ເຫຼົ້າ: ຄວນເກັບໄວ້ໃນອຸນຫະພູມຫ້ອງກໍພຽງພໍແລ້ວ

ທີ່ມາ: baabinz

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...