spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຫັນການບໍລິການຮ້ານກິນດື່ມເປີດເພງສຽງດັງເກີນຄວນເຂົ້າສູ່ລະບົບ

ຫັນການບໍລິການຮ້ານກິນດື່ມເປີດເພງສຽງດັງເກີນຄວນເຂົ້າສູ່ລະບົບ

Published on

ປັດຈຸບັນມີຜູ້ປະກອບການ ດ້ານຮ້ານກິນດື່ມ, ຮ້ານບັນເທີງຈຳນວນໜຶ່ງ ຢູ່ບ້ານໂນນສະອາດ, ເມືອງໄຊທານີ ນະຄອນຫລວງວຽງຈັນ ຍັງເຫັນ ແກ່ຜົນປະໂຫຍດສ່ວນຕົວ ໂດຍບໍ່ຄຳນຶງເຖິງ ຜົນກະທົບສ່ວນລວມ ທັງລະເມີດຕໍ່ລະບຽບ ຂອງບ້ານເມືອງຄື: ເປີດສຽງ ເພງດັງ, ຮອດເວລາປິດກໍຍັງບໍ່ປິດ, ທັງຍັງ ເປີດສຽງເພງດັງ ຈົນຮອດທ່ຽງຄືນ, ສ້າງຄວາມລຳຄານ ແລະ ກະທົບຕໍ່ປະຊາຊົນຢູ່ອ້ອມຂ້າງ.

ຕາມການໃຫ້ຮູ້ຂອງທ່ານແສງດາວ ບັນດາສັກ, ນາຍບ້ານໆໂນນສະອາດວ່າ: ບ້ານພວກເຮົາເປັນບ້ານໃຫຍ່ ອັນດັບ 2 ຂອງເມືອງໄຊທານີ ແລະ ມີຮ້ານກິນດື່ມ,ບັນເທີງຫລາຍພໍສົມຄວນ ເຊິ່ງມີຫລາຍຮ້ານ ທີ່ປະຕິບັດຕາມລະບຽບ ຂອງຂັ້ນເທິງວາງອອກ ໄດ້ຢ່າງເຂັ້ມ ງວດ, ແຕ່ກໍມີ 2-3 ຮ້ານ ຍັງດື້ດ້ານເຫັນແກ່ຕົວ ລະເມີດຕໍ່ລະບຽບ ໃນການເປີດສຽງເພງດັງ ສົ່ງຜົນກະທົບ ໃຫ້ບຸກຄົນຢູ່ອ້ອມຂ້າງ. ຜ່ານມາມີປະຊາຊົນ ໄດ້ສ່ອງແສງມາຍັງ ອຳນາດການປົກຄອງບ້ານ ພວກເຮົາວ່າມີຜູ້ ປະກອບການ ທາງດ້ານຮ້ານກິນດື່ມ, ຮ້ານບັນເທີງເປີດ ສຽງເພງດັງເກີນໄປ. ຕໍ່ກັບບັນຫາດັ່ງກ່າວ ພວກເຮົາກໍໄດ້ ສົມທົບກັບພາກສ່ວນ ກ່ຽວຂ້ອງຂັ້ນເມືອງ, ນະ ຄອນຫລວງວຽງຈັນລົງແກ້ໄຂບັນຫາ ຮ້ານກິນດື່ມ ທີ່ໃຊ້ສຽງເພງດັ, ທັງໄດ້ເຮັດບົດບັນທຶກ ໃນການປັບປຸງ, ເປັນຕົ້ນປັບປຸງ ຫ້ອງເກັບສຽງ ບໍ່ໃຫ້ສຽງອອກນອກຫລີກ ເວັ້ນສຽງດັງ ທີ່ກະທົບກັບບຸກຄົນ ອ້ອມຂ້າງ ແລະ ຕ້ອງປິດ ຕາມເວລາທີ່ໄດ້ວາງອອກ ຄື 23:30 ໂມງ ຫລາຍຄັ້ງແລ້ວ ແຕ່ກໍຍັງລະເມີດ ແລະ ບໍ່ປະຕິບັດຕາມບົດບັນທຶກ.

ປະຊາຊົນບ້ານດັ່ງກ່າວ ກໍໄດ້ຮຽກຮ້ອງ ມາຍັງພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ແກ້ໄຂ ບັນຫາດັ່ງກ່າວ ໃຫ້ມີຄວາມສະຫງົບ ພ້ອມທັງເພີ່ມມາດຕະການທີ່ເຂັ້ມ ງວດຕື່ມ, ກໍລະນີມີການກ່າວເຕືອນ ຫລາຍຄັ້ງຫາກຜູ້ປະກອບການ ຍັງບໍ່ປະຕິບັດ ກໍຕ້ອງມີມາດຕະການປັບ ໃໝ ແລະ ໄປຕາມຂັ້ນຕອນອື່ນໆ; ທັງນີ້ກໍເພື່ອ ຄວາມສະຫງົບ,ຄວາມເປັນລະບຽບ ຮຽບຮ້ອຍຂອງ ບ້ານໂນນສະອາດ ກໍຄືນະຄອນຫລວງວຽງຈັນ.

ຄວາມຈິງແລ້ວ ການປະກອບທຸລະກິດ ຮ້ານກິນດື່ມກໍ່ຄື ຮ້ານບັນເທີງ ໃນລະດັບຕ່າງໆ ລ້ວນແຕ່ມີລະບຽບ ການຄຸ້ມຄອງ ຈາກຂະແໜງການກ່ຽວຂ້ອງ ໂດຍມີການແບ່ງ ຂັ້ນຄຸ້ມຄອງ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຮາກຖານຢູ່ແລ້ວ ເຊິ່ງຜ່ານມາ ກໍ່ມີຫລາຍບ່ອນ ປະຕິບັດ ໄດ້ດີ ໂດຍສະເພາະ ຄວາມເປັນລະບຽບ ຮຽບຮ້ອຍ, ແຕ່ກໍ່ຍັງມີຮ້ານຈຳນວນໜຶ່ງ ທີ່ບໍ່ຄ່ອຍປະຕິບັດ ຕາມລະບຽບກົດໝາຍ ເຊິ່ງໄດ້ຮັບການ ສ່ອງແສງມາຢູ່ຫລາຍບ່ອນ ໃນນະຄອນຫລວງພວກເຮົາ, ບໍ່ວ່າແຕ່ການ ເປີດເພງດັງເດິກດື່ນ, ມີບາງບ່ອນ ໃຊ້ເສັ້ນທາງຫລວງ ເປັນ ບ່ອນຈອດລົດລູກຄ້າ ແລະ ເກັບຄ່າຝາກກໍ່ຍັງມີ ເຊິ່ງມີບາງຄຳຄິດຄໍາເຫັນ ຈາກຜູ້ທີ່ເຮັດວຽກຄຸ້ມ ຄອງຮ້ານກິນດື່ມ ກໍ່ຄືການບັນເທີງ ເພິ່ນວ່າອັນສຳຄັນ ແມ່ນທ້ອງຖິ່ນຮາກຖານ ໃນບ່ອນນັ້ນເປັນເຈົ້າການ ໃນການຕິດຕາມ ກວດ ກາ ໂດຍປະສານສົມທົບແໜ້ນ ກັບພາກ ສ່ວນກ່ຽວຂ້ອງ ຂັ້ນເທິງຖັດຂຶ້ນໄປ ຕາມພາລະບົດບາດໜ້າທີ່. ຜ່ານມາກໍ່ມີຮ້ານກິນດື່ມບັນເທີງກາງແປນ ຫລາຍບ່ອນປະຕິບັດ ໄດ້ດີດ້ານໂມງເວລາ ເປີດປິດຂໍຊົມເຊີຍ. ສ່ວນບ່ອນທີ່ຍັງ ບໍ່ເຂົ້າສູ່ລະບຽບອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ສົມທົບແກ້ໄຂ ໃຫ້ເປັນລວງດຽວ ເພື່ອຕ້ອນຮັບ ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28 ແລະ 29 ທີ່ ສປປ ລາວເປັນເຈົ້າພາບ ຈັດຂຶ້ນໃນເດືອນກັນຍາ ທີ່ຈະມາເຖິງນີ້.

 

ຂ່າວຈາກ: http://kpl.gov.la/detail.aspx?id=16246

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...