spot_img
Homeນານາສາລະຊ່ວຍ​ກັນ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຕາມ​ເສັ້ນທາງ​ກາງ​ນະຄອນຫລວງ

ຊ່ວຍ​ກັນ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຕາມ​ເສັ້ນທາງ​ກາງ​ນະຄອນຫລວງ

Published on

ຫລາຍຄົນອາດຈະຍັງຈື່ ຕອນທີ່ປະເທດເຮົາເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ທ້າຍປີ 2004, ການຈັດສັນ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ເຮືອນຊານບ້ານຊ່ອງ, ຮ້ານຄ້າ ແຄມທາງ ຢູ 4 ເມືອງ ໃນນະຄອນຫລວງວຽງຈັນ ປະຕິບັດໄດ້ດີ ເຊິ່ງໄດ້ຖືເອົາການປຸກລະດົມ ການມີສ່ວນຮ່ວມໃນທົ່ວສັງຄົມ; ພ້ອມດຽວກັນ ກໍ່ມີມາດຕະການຕໍ່ບ່ອນທີ່ບໍ່ໃຫ້ຄວາມຮ່ວມມື ເປັນຕົ້ນການຕໍ່ເທີບ ຕໍ່ຮ້ານແຄມທາງໃຫຍ່ທີ່ບໍ່ຖືກລະບຽບ ຫລື ບໍ່ຈົບງາມ. ສິ່ງທີ່ເຮົາພາກັນໄດ້ ແມ່ນຄວາມເປັນລະບຽບຮຽບຮ້ອຍຈົບງາມ ເປັນໃບໜ້າໃບຕາຂອງປະເທດ ແລະ ຖືກຍ້ອງຍໍຈາກຜູ້ແທນທີ່ມາຮ່ວມກອງປະຊຸມ.

ປີ 2016, ປະເທດເຮົາ ໃນນາມປະທານອາຊຽນ ກໍ່ໄດ້ເຮັດສຳເລັດໜ້າທີ່ຢ່າງສະຫງ່າງາມ ໃນການ​ເປັນເຈົ້າພາບຈັດກອງປະຊຸມ ໃນລະດັບຕ່າງໆ ຜ່ານມາຫລາຍເດືອນ ເປັນຕົ້ນກອງປະຊຸມດ້ານການເມືອງຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳສັງຄົມ, ການຕ່າງປະເທດ ແລະ ພວມກະກຽມ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໃນເດືອນກັນຍາທີ່ຈະເຖິງນີ້. ຄຽງຄູ່ກັບການກະກຽມດ້ານເນື້ອໃນ ກໍ່ຄືສະຖານທີ່ ແລະ ຄວາມພ້ອມດ້ານຕ່າງໆນັ້ນ, ນະຄອນຫລວງວຽງຈັນ ເຊິ່ງຈະເປັນບ່ອນຈັດປະຊຸມຕົວຈິງ ກໍ່ພວມອອກແຮງປຸກລະດົມທົ່ວປວງຊົນ ເຂົ້າຮ່ວມເປັນເຈົ້າພາບກອງປະຊຸມໃນຄັ້ງນີ້ ໃຫ້ສຳເລັດຕາມຄາດໝາຍ ທີ່ວາງໄວ້ທຸກປະການ.

ຢ່າງໃດກໍ່ຕາມ ເພື່ອເປັນການປະກອບສ່ວນ ໃຫ້ແກ່ການກະກຽມຮັບຕ້ອນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ນີ້, ພ້ອມໆກັບສິ່ງທີ່ພວກເຮົາປະຕິບັດໄດ້ດີນັ້ນ ກໍ່ມີບາງຄວາມເຫັນທີ່ກອງບັນນາທິການ ໜັງສືພິມປະເທດລາວ ໄດ້ຮັບຈາກຜູ້ອ່ານຫລາຍຄົນ ແມ່ນຢາກໃຫ້ເອົາໃຈໃສ່ຕື່ມອີກ ວຽກໜຶ່ງແມ່ນການຈັດສັນ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫລວງ ເຊັ່ນ ການຈອດລົດແຄມທາງ ຢ່າງບໍ່ເປັນລະບຽບ (ຜິດກົດໝາຍຈະລາຈອນ) ເຊິ່ງຄວນດັດປັບແຕ່ດຽວນີ້, ບັນຫາການຈອດລົງຕາມໃຈ ໃນຫລາຍໆບ່ອນ ຢູ່ຕາມບາງເສັ້ນທາງຖືກປ່ອຍປະມາດົນ, ອາດຈະກາຍເປັນບັນຫາຊໍາເຮື້ອ ແກ້ຍາກໃນອະນາຄົດໄດ້. ບາງເສັ້ນທາງ ເຖິງວ່າບໍ່ໄດ້ຢູ່ໃນເປົ້າໝາຍ ການໃຊ້ຂອງຂະບວນລົດຄະນະຜູ້ແທນກອງປະຊຸມ, ແຕ່ກໍ່ເຫັນສົມຄວນຕ້ອງຈັດໃຫ້ມີຄວາມເປັນ ລະບຽບຈົບງາມ. ທຸກບັນຫາຖ້າປະໄວ້ດົນ ກໍ່ອາດເປັນຄືຄຳບູຮານວ່າ  “ນົກ ລຶ້ງ ຜຽກ”. ຕົວຢ່າງການຈອດລົດຍາມແລງຄໍ່າຄືນ ຖະໜົນເສດຖາທິລາດ, ແຖວໃກ້ວັດອົງຕື້, ຖະໜົນກຳແພງເມືອງ ແຖວບ້ານວຽງຈະເລີນ, ຖະໜົນດົງປ່າລານ, ຖະໜົນຄູວຽງ ເຂດຕະຫລາດຂົວດິນ (ນັບທັງການຈອດລົງຂາຍຫມາກໄມ້ຕາມແຄມທາງ ແຕ່ໜ້າວຽງຈັນເຊັນເຕີ ຮອດວົງວຽນສາມແຍກສາລາແດງພະໂພພະໄຊ…) ແລະ ອື່ນໆ. ອີກບ່ອນໜຶ່ງ ແມ່ນສາມແຍກໄຟອຳນາດ ໂພນສີນວນໂພນສະຫວັນ ເມືອງສີສັດຕະນາກ, ຫ່າງຈາກເສົາໄຟອຳນາດບໍ່ຮອດ 50 ແມັດ(ເບື້ອງບ້ານໂພນສະຫວັນ) ມີຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າ ມີລົດກະບະເປ່ເພ ຄັນໜຶ່ງຈອດຄາບທາງຍ່າງໄວ້  ແນວນັ້ນມາຕົ້ນປີ 2016 ບໍ່ມີຫຍັງປ່ຽນແປງ, ເຫັນແລ້ວບໍ່ງາມຕາແທ້ໆ, ທັງທີ່ຢູ່ໃກ້ກັບຈຸດໄຟອຳນາດ.

ຈຶ່ງຂໍແລກປ່ຽນຄໍາເຫັນວ່າ ຄວນເອົາໃຈໃສ່ຕື່ມ ໃນການຈັດສັນຄວາມເປັນລະບຽບຈົບງາມ ຕາມເສັ້ນທາງຕ່າງໆ ແລະ ການສ້າງຄວາມສວຍງາມ ຕາມແຄມທາງຂອງອາຄານຮ້ານຄ້າບ່ອນຢູ່ອາໄສ ຄືກັນກັບທີ່ພວກເຮົາປະຕິບັດໄດ້ດີ ຕອນທີ່ເປັນເຈົ້າພາບ ກອງປະຊຸມອາຊຽນ ຄັ້ງທີ 10 ແລະ ເມື່ອປະຕິບັດໄດ້ດີແລ້ວ ກໍ່ຄວນໃຫ້ເປັນແບບໄປເລີຍ, ຫັນເອົາການຄຸ້ມຄອງລັດ ຄຸ້ມຄອງສັງຄົມໄປສູ່ກົດໝາຍ ໃຫ້ໄດ້ໂດຍແທ້ຈິງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...