spot_img
Homeນານາສາລະຫຍ້າຂິວ ສະໝຸນໄພເປັນຢາດີ ຊ່ວຍຫ້າມເລືອດ!

ຫຍ້າຂິວ ສະໝຸນໄພເປັນຢາດີ ຊ່ວຍຫ້າມເລືອດ!

Published on

“ຫຍ້າຂິວ” ເປັນພືດຊະນິດໜຶ່ງທີ່ພົບເຫັນງ່າຍຕາມບ່ອນທົ່ວໆໄປ ເປັນສະໝຸນໄພທີ່ມີກິ່ນສະເພາະ ຄົນບູຮານຈະຮູ້ຈັກນຳມາໃຊ້ປະໂຫຍດເປັນຢາຂ້າແມງໄມ້ ແລະເປັນຢາສະໝຸນໄພຊ່ວນໃນການຫ້າມເລືອດ ໂດຍຕຳມາຕຳ ຫຼືຫຍໍ້າລະອຽດແລ້ວໃຊ້ໂພະບາດແຜ.

ໃບຫຍ້າຂິວ ມີສັບພະຄຸນໃນການຫ້າມເລືອດ ປະກອບມີສານສຳຄັນຄື: ກົດອະນິສິກ ແລະຟລາໂວນອຍຫຼາຍຊະນິດເຊັ່ນ: ໄອໂຊຊາກູຣານິຕິນ ແລະໂອໂດຣາຕິນ, ນໍ້າມັນຫອມລະເຫີຍ ເຊິ່ງປະກອບໄປດ້ວຍສານຍູພາທອນ, ດູມາລິນ ໂດຍສານສຳຄັນເຫຼົ່ານີ້ ຈະເຮັດໃຫ້ເສັ້ນເລືອດຫົດຕົວ ແລະຍັງມີກົດໄປກະຕຸ້ນສານທີ່ເຮັດໃຫ້ເລືອດຢຸດໄວ

ນອກນີ້, ສານສະກັດຈາກກ້ານ ແລະໃບ ຍັງຊ່ວຍຢຸດການຈະເລີນເຕີບໂຕຂອງແບັກທີເລຍ ເຊິ່ງເປັນສາເຫດເຮັດໃຫ້ເກີດໜອງ, ໂດຍມີການສຶກສາທາງຄຼີນິກ ພົບວ່າ ໃບຫຍ້າຂິວສົດ ແລະຕາກແຫ້ງ ສາມາດຫ້າມເລືອດໃນຄົນເຈັບທີ່ມີບາດຈີກຂາດຂອງເນື້ອເຍື່ອ ແລະຫຼອດເລືອດຝອຍ ໄດ້ໄວກວ່່າການໃຊ້ຜ້າພັນແຜ ແຕ່ມັນກໍຂຶ້ນກັບຂະ ໜາດ ແລະຄວາມເລິກຂອງບາດນໍາ

ທີ່ມາ: kaijeaw

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...

ປະຊາຊົນຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ກວ່າ 50 ລັດ ປະທ້ວງຕໍ່ຕ້ານ ໂດນັລ ທຣຳ ຜູ້ນຳສະຫະລັດ

ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ:...