spot_img
Homeວັນນະກຳເລື່ອງສັ້ນພົມລິຂິດ (ນິຍາຍຮັກ) ຕອນດຽວຈົບເລື່ອງ

ພົມລິຂິດ (ນິຍາຍຮັກ) ຕອນດຽວຈົບເລື່ອງ

Published on

ເຊົ້າວັນອາທິດທີ່ຂົວມິດຕະພາບລາວ-ໄທ 1 ເກສອນໄດ້ໄປຕໍ່ຄິວອັນຍາວຍຽດໃນການຈ້ຳປື້ມຜ່ານແດນ ເພື່ອຈະຂ້າມໄປທ່ຽວທີ່ໜອງຄາຍ ຫຼັງຈາກທີ່ນາງຈຳປື້ມແລ້ວ ນາງກໍ່ໄປສະແກນອອກ ແລ້ວໄປຊື້ປີ້ລົດເມລະຫວ່າງປະເທດ ນະຄອນຫຼວງວຽງຈັນ-ໜອງຄາຍ ມື້ນີ້ຮູ້ສຶກວ່າຄົນຫຼາຍເປັນພິເສດໃນຂະນະທີ່ ເກສອນ ຂຶ້ນລົດເມ ນາງໄດ້ຊອກຫາບ່ອນນັ່ງແລ້ວສາຍຕາຂອງນາງກໍ່ໄດ້ແນມໄປເຫັນ ຕ້ອມ ຊາຍໜຸ່ມທີ່ເຄີຍເປັນຄົນຮັກເກົ່າຂອງນາງເມື່ອສາມປີກ່ອນ  ທັງສອງໄດ້ແນມເບິ່ງໜ້າກັນ ແຕ່ຕ່າງຄົນຕ່າງເສີຍ ນີ້ຖືວ່າເປັນຄັ້ງທຳອິດທີ່ພວກເຂົາໄດ້ພົບກັນ ຫຼັງຈາກເລີກລາກັນໄປເກສອນ ຮູ້ສຶກວູ໊ບວ໊າບໃນຫົວໃຈຮູ້ສຶກເຈັບແປ໊ບໆ ເພາເລິກໆແລ້ວບໍ່ມີວັນໃດເລີຍທີ່ນາງບໍ່ຄິດຮອດຕ້ອມ ຄິດຮອດເລື່ອງລາໃນອາດີດ ເມື່ອລົດຂ້າມຂົວໄປຮອດດ່ານຝັ່ງໜອງຄາຍແລ້ວທຸກຄົນກໍ່ພາກັນລົງຈາກລົດ ແລະ ມຸ່ງໜ້າໄປທີ່ດ່ານເພື່ອຈ້ຳປື້ມຜ່ານແດນເຂົ້າປະເທດໄປ ຕ້ອມ ກັບ ເກສອນ ຢືນລຽນແຖວຂ້າງກັນ ແຕ່ກໍ່ເຮັດຄືຄົນບໍ່ຮູ້ຈັກກັນ ເມື່ອຈ້ຳປື້ມແລ້ວຕ່າງຄົນກໍ່ຕ່າງໄປໃຜໄປມັນ ແຕ່ເກສອນ ກໍ່ລັກສັງເກດເບິ່ງຕ້ອງຢູ່ໃກໆ ສັງເກດວ່າຕ້ອມມາກັບໃຜ ຫຼື ບໍ່ ກໍ່ປະກົດວ່າເຫັນຕ້ອມມາຄົນດຽວ ໃນໃຈເກສອນເລິກໆແລ້ວຮູ້ສຶກໂລ່ງໃຈ ເພາະຢ່າງໜ້ອຍກໍ່ບໍ່ເຫັນຕ້ອມຄວງສາວທາງໃດມານຳ ຖ້າບໍ່ດັ່ງນັ້ນນາງຄົງຊ້ຳໃຈສຸດໆເລີຍ ເມື່ອໄປຮອດສູນການຄ້າ ໂລຕັດ ໃນເວລາທີ່ເກສອນກຳລັງຊຸກລໍ້ເຄື່ອງເລາະຊື້ເຄື່ອງຢູ່ນັ້ນ ບັງເອີນ ຕ້ອມກໍ່ຊຸກລໍ້ເຄື່ອງມາເຊິ່ງໜ້າກັນພໍດີ ພວກເຂົາທັງສອງໄດ້ຊຸກລໍ້ເຄື່ອງສວນທາງກັນແຕ່ບໍ່ໄດ້ແນມເບິ່ງກັນ ພໍຊຸກລໍ້ວິດ ເກສອນ ໄດ້ແອບແນມກັບຫຼັງເບິ່ງຕ້ອມກຳລັງຍ່າງຫັນຫຼັງຈາກຕົນໄປແບບບໍ່ຫຼຽວຫຼັງກັບມາເບິ່ງຕົນເອງເລີຍ ເມື່ອເລາະແລ້ວ ເວລາໄປກິນເຂົ້າ ພວກເຂົ້າກໍ່ໄປກິນພ້ອມກັນອີກ ແຕ່ນັ່ງຄົນລະໂຕະ ເກສອນກໍ່ຮູ້ສຶກແປກໃຈ ແລະະ ຄິດໃນໃຈວ່ານີ້ມັນແມ່ນຄວາມບັງເອີນ ຫຼື ຕັ້ງໃຈ ເພາະເວລາເລາະຊື້ເຄື່ອງກໍ່ພົບກັນ ແລ້ວເວລາກິນເຂົ້າກໍ່ມາພົບກັນອີກ

ຫຼັງຈາກວັນນັ້ນມາເກສອນກໍ່ໄດ້ແຕ່ນອນຄິດ, ນັ່ງຄິດຍ້ອນກັບໄປໃນວັນທີ່ນາງໄດ້ພົບກັບຕ້ອມ ແລະ ຄິດວ່າຖ້າຍ້ອນເວລາກັບໄປໄດ້ຄົງດີ ເພາະເກສອນຮູ້ສຶກເສຍດາຍທີ່ບໍ່ໄດ້ປາກເວົ້າກັບຕ້ອມຈັກຄຳເລີຍ ນາງບໍ່ໜ້າປ່ອຍໂອກາດນັ້ນໄປເລີຍ (ເກສອນຄິດ) ຜ່ານໄປສອງເດືອນແລ້ວ ເກສອນຍັງຄິດວ່າວັນໜຶ່ງນາງຈະໄດ່ພົບກັບຕ້ອມອີກຄັ້ງ ແຕ່ແລ້ວເມື່ອໂຊກຊະຕາຈະຊ່ວຍໃຫ້ເກສອນສົມປາຖະໜາ ໃນຂະນະທີ່ນາງກຳລັງຢືນລັດລົດເມເພື່ອຈະໄປການ ເພາະລົດຂອງນາງເພຈິ່ງປະໄວ້ຮ້ານໃຫ້ຊ່າງສ້ອມແປງລົດໃຫ້ ເກສອນຢ້ານໄປວຽກບໍ່ທັນນາງເລີຍຢືນລັດລົດເມປຈຳທາງ ໃນຂະນະທີ່ນາງກຳລັງຢືນລັດລົດຢູ່ນັ້ນກໍ່ມີລົດ ວີໂກ້ ຄັນສີຂາວ ມາຈອດຢູ່ຕໍ່ໜ້ານາງແຖມຍັງເອົາແວ່ນລົງ ເບື້ອງຕົ້ນນາງກໍ່ຮູ້ສຶກງົງວ່າແມ່ນລົດໃຜມາຈອດຢູ່ໜ້າຕົນເອງ ບຶດໜຶ່ງກໍ່ມີຜູ້ຊາຍຄົນໜຶ່ງໂຜ່ໜ້າອອກມາຈາກລົດແລ້ວບອກນາງວ່າຂຶ້ນລົດສິໄປໃສດຽວໄປສົ່ງ ຊາຍຄົນນັ້ນກໍ່ບໍ່ແມ່ນຄົນອື່ນຄົນໃກແມ່ນຕ້ອມນີ້ເອງ ເກສອນຮູ້ສຶກຕົກໃຈ ແລະ ແປກໃຈເລັກໜ້ອຍ ເບື້ອງຕົ້ນເກສອນປະຕິເສດວ່າບໍ່ໄປນຳແຕ່ຕ້ອມລົງຈາກລົດມາໄຂປະຕູໃຫ້ ເກສອນຂີນບໍ່ໄດ້ກໍ່ເລີຍຍອມຂຶ້ນລົດໄປກັບຕ້ອມໃນລົດພວກເຂົາໄດ້ລົມກັນເລັກໜ້ອຍເມື່ອຮອດໜ້າຫ້ອງການເກສອນຕ້ອມກໍ່ໄດ້ຈອດລົດ ແລ້ວເກສອນກໍ່ໄດ້ລົງຈາກລົດໄປ ຜ່ານໄປໜຶ່ງອາທິດ ໃນຂະນະທີ່ເກສອນກຳລັງນັ່ງຫຼິ້ນເຟສບຸກທີ່ຫ້ອງນອນ ຕ້ອມກໍ່ໄດ້ທັກມາມາຫາເກສອນ ພວກເຂົາກໍ່ໄດ້ແຊັດລົມກັນ ແລ້ວຕ້ອມກໍ່ໄດ້ຊວນເກສອນມາງານວັນເກີດຂອງລາວ ເກສອນກໍ່ຕອບຕົກລົງ ໃນມື້ວັນເກີດຂອງຕ້ອມວັນນີ້ເກສອນແຕ່ງຕົວງາມເປັນພິເສດ ແລະ ເລືອກຂອງຂັວນທີ່ຄິດວ່າຈະຖືກໃຈຕ້ອມທີ່ສຸດ ເກສອນໄດ້ຍ່າງເຂົ້າໄປໃນງານວັນເກີດດ້ວຍອາການປະມ່າໃຈສັ່ນເລັກໜ້ອຍ ນາງຮູ້ສຶກເຂີນໆແບບບອກບໍ່ຖືກແຕ່ຈັ່ງໃດກໍ່ມາແລ້ວຄົງຈະຖອຍກັບບໍ່ໄດ້ ເກສອນໄດ້ຍ່າງເຂົ້າໄປໃນງານທ່າມກາງສາຍຕາຫຼາຍຄູ່ທັງຍິງ ແລະ ຊາຍທີ່ຈັບຈ້ອງມາທີ່ນາງຈົນນາງເຮັດຫຍັງບໍ່ຖືກເລີຍໄດ້ແຕ່ໜ້າແດງເພາະຄວາມອາຍ ຕ້ອມທີ່ກຳລັງຢືນລົມກັບໝູ່ໃນງານແນມມາເຫັນເກສອນລາວກໍ່ຟ້າວຍ່າງມາຮັບເອົາເກສອນເຂົ້າໃນງານທັນທີ ຕ້ອມໄດ້ພາເກສອນໄປແນະນຳກັບບັນດາໝູ່ເພື່ອນຂອງລາວໃນຖານະແຟນ ເຊິ່ງມັນເຮັດໃຫ້ເກສອນແຖບຊ໊ອກ ເກສອນແຖບບໍ່ເຊື່ອຫູຕົນເອງທີ່ໄດ້ຍິນຕ້ອມແນະນຳລາວກັບຄົນອື່ນວ່າເປັນແຟນ ເກສອນຮູ້ສຶກໃຈສັ່ນທັງດີໃຈເລິກໆ ແລະ ຮູ້ສຶກມຶນງົງ ຕອນນັ້ນນາງເຮັດໄດ້ພຽງແຕ່ຍິ້ມ ແລະ ບໍ່ປາກຫຍັງເລີຍ ຜ່ານໄປສາມວັນຫຼັງຈາກວັນເກີດຂອງຕ້ອມ ເກສອນກໍ່ຄິດວົນໄປວຽນມາກັບເລື່ອງຄືນນັ້ນວ່າສິ່ງທີ່ຕ້ອມເວົ້າໃນງານວັນເກີດມັນມາຈາກໃຈຂອງຕ້ອມ ຫຼື ເວົ້າເພື່ອປະສົດໃຜບໍ່ ເພາະເກສອນສັງເກດເວລາທີ່ຕ້ອມແນະນຳຕົນເອງອອກໄປໃນຖານະແຟນ ເກສອນຮູ້ສຶກວ່າເໝືອນມີຄົນບໍ່ພໍໃຈ ໃຈຂອງເກສອນຮ້ອນຮົນທົນບໍ່ໄຫວຕ້ອງຖາມໃຫ້ຮູ້ເລື່ອງ ນາງເລີຍສົ່ງຂໍ້ຄວາມໄປຖາມ ແລ້ວຕ້ອມກໍ່ໂທມາ ແລະຕອບເກສອນໄປວ່າເລື່ອງຄືນນັ້ນແມ່ນຄວາມຈິງ ແລ້ວຍັງບອກກັບເກສອນອີກວ່າຕະຫຼອດເວລາ 3 ປີທີ່ຫ່າງກັນ ບໍ່ມີວັນໃດທີ່ຕ້ອມບໍ່ຄິດຮອດເກສອນເລີຍ ທ່ີ່ຂົວມິດຕະພາບວັນນັ້ນຍ້ອນລາວຮູ້ສຶກຕື້ນຕັນໃຈເລີຍບໍ່ກ້າເວົ້າຫຍັງອອກໄປ ແລະ ຍັງຮູ້ສຶກຜິດທີ່ຕົນເອງເປັນຕົ້ນເຫດທີ່ເຮັດໃຫ້ເກສອນເສຍໃຈເມື່ອສາມປີກ່ອນ ທີ່ພົບກັນຕະຫຼອດບໍ່ວ່າຈະເປັນຕອນນັ່ງທີ່ລົດເມ, ຕອນເລາະຊື້ເຄື່ອງ ຫຼື ຕອນກິນເຂົ້າມັນບໍ່ແມ່ນເລື່ອງບັງເອີນແຕ່ມັນສິ່ງທີ່ລາວຕັ້ງໃຈເຮັດໃຫ້ມັນເກີດຂຶ້ນ ຕະຫຼອດສາມປີເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຕິດຕໍ່ກັນແຕ່ຕ້ອມກໍ່ເບິ່ງການເຄື່ອນໄຫວຂອງເກສອນຜ່ານເຟສບຸກຕະຫຼອດເວລາ ຈາກນັ້ນຕ້ອມກໍ່ຂໍເລີ່ມຕົ້ນຂໍເປັນແຟນກັບເກສອນອີກຄັ້ງ ເກສອນມິດຫງຽບຕັ້ງໃຈຟັງທີ່ຕ້ອມເວົ້າດ້ວຍຫົວໃຈທີ່ເຕັ້ນລົວແຖບຈະບໍ່ເປັນຈັງຫວະ ນາງຮູ້ສຶກດີໃຈສຸດໆປານຖືກລາງວັນທີໜຶ່ງ ພໍຢາກກີ໊ດດັງອອກມາ ນາງຈິ່ງບໍ່ລໍຊ້າ ບໍ່ຄິດຫຼາຍ ຟ້າວຕອບຕົກລົງຕ້ອມໄປທັນ ຈາກນັ້ນພວກເຂົາກໍ່ກັບມາຄົບກັນອີກຄັ້ງ ຜ່ານໄປພຽງສາມເດືອນຕ້ອມກໍ່ໃຫ້ພໍ່ແມ່ຍາດຜູ້ໃຫຍ່ໄປສູ່ຂໍເກສອນ ແລ້ວພວກເຂົາທັງສອງກໍ່ໄດ້ສ້າງຄອບຄົວທີ່ມີຄວາມສຸກດ້ວຍກັນຈົນເຖິງທຸກວັນນີ້

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...