Homeຂ່າວຕ່າງປະເທດນາຍົກສິງກະໂປ ລີຊຽນລຸງ ເປັນລົມໃນຂະນະປາໄສ ຖ່າຍທອດສົດທາງໂທລະພາບ!

ນາຍົກສິງກະໂປ ລີຊຽນລຸງ ເປັນລົມໃນຂະນະປາໄສ ຖ່າຍທອດສົດທາງໂທລະພາບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22​ ສິງຫານີ້ວ່າ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ໄດ້ເກີດເປັນລົມໃນຂະນະ ຂຶ້ນກ່າວປາໄສ ທີ່ມີການຖ່າຍທອດສົດທາງໂທລະພາບ ໃນຄືນວັນອາທິດທີ 21 ສິງຫາ 2016 ຜ່ານມາ ໂດຍທ່ານໄດ້ກ່າວປາໄສ ຍາວຢຽດກິນເວລາກວ່າ 2 ຊົ່ວໂມງ ຈາກນັ້ນ ທ່ານກໍຢຸດເວົ້າຊົ່ວຂະນະ ພ້ອມທັງມີອາການເປັນລົມ ແລະ ທີມເຈົ້າໜ້າທີ່ ໄດ້ຮີບຮ້ອນເຂົ້າມາຊ່ວຍນຳຕົວລົງຈາກເວທີ ເພື່ອພັກຜ່ອນຊົ່ວຄາວ ໂດຍແຫລ່ງຂ່າວໄດ້ລະບຸວ່າ ທ່ານ ລີຊຽນລຸງ ມີອາການອ່ອນເພຍ ແລະ ຂາດນ້ຳ, ແນວໃດກໍຕາມ ຫລັງຈາກພັກຜ່ອນເປັນເວລາ 1 ຊົ່ວໂມງ ແລະ 20 ນາທີ ທ່ານກໍກັບຄືນມາກ່າວປາໄສຕໍ່ໄດ້ອີກຄັ້ງໜຶ່ງ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...