Homeສຸຂະພາບ ແລະ ສີ່ງແວດລ້ອມຮູ້ທັນອາການເຈັບໄສ້ຕິ່ງອັກເສບ

ຮູ້ທັນອາການເຈັບໄສ້ຕິ່ງອັກເສບ

Published on

ໄສ​ຕິ່ງ​ອັກ​ເສບ ​ຈະ​ເຈັບທ້ອງ​ແບບ​ເຈັບ​ສຽບ ທີ່​ພົບ​ຫລາຍ​ທີ່​ສຸດ ​ໂດຍ​ສະ​ເພາະ ​ໃນ​ໄວ​ໜຸ່ມ​ສາວທີ່ ອາຍຸ​ບໍ່​ເກີນ 30 ປີ ​ເກີດ​ຂຶ້ນ​ໄດ້​ທັງ​ຜູ້ຍິງ ​ແລະ ຜູ້​ຊາຍ.

ສາເຫດຂອງການ ເກີດໄສຕິ່ງອັກເສບນັ້ນ ເກີດຈາກການອັດຕັນ ຂອງໄສຕິ່ງຈາກອາຈົມ ທີ່ແຂງເກີນໄປ ຫລື ມີກ້ອນຊີ້ນປົ່ງ ເຮັດໃຫ້ອັດຕັນ ແລະ ເກີດການອັກເສບຂຶ້ນມາ ໂດຍອາການ ຂອງຜູ້ເປັນໄສຕິ່ງສ່ວນໃຫຍ່ ຈະມີອາການເຈັບທ້ອງ ບອກຕຳແໜ່ງທີ່ເຈັບໄດ້ ບໍ່ແນ່ນອນເຈັບເປັນໄລຍະ ຫລື ຕະຫລອດເວລາກໍ່ໄດ້ ແຕ່ໂດຍທົ່ວໄປ ມັກຈະເຈັບ ຕະຫລອດເວລາ

ຫລັງຈາກນັ້ນ ອາການເຈັບຈະເລີ່ມຍ້າຍ ໄປຫາທ້ອງນ້ອຍດ້ານຂວາ ແລະ ອາດມີໄຂ້ນຳອີກ ເຊິ່ງຜູ້ເຈັບບາງຄົນອາດ ຈະມີອາການບໍ່ ເປັນຄືທີ່ໄດ້ກ່າວມາ ຂຶ້ນຢູ່ກັບຕຳແໜ່ງ ຂອງໄສ້ຕິ່ງເຊັ່ນ: ບາງທີ​ອາດ​ເຈັບທ້ອງ ​ດ້ານ​ຂວາ​ເທິງ ຫລື ​ເຄິ່ງກາງ​ກໍ່​ມີ​ຖ້າ​ປາຍ ​ຂອງ​ໄສ​ຕິ່ງ​ຍາວ​ໄປ​​ເຖີງບໍລິ​ເວນ​ນັ້ນ.

​ການ​ຮັກສາ​ ໄສ​ຕິ່ງ​ອັກ​​ເສບ​ບໍ່​ວ່າ​ ໄສ​ຕິ່ງ​ຈະ​ແຕກ ຫລື ບໍ່​ແຕກ​ມີ​ແຕ່​ການ​ຜ່າ​ຕັດ ​ຖ້າ​ຫາກ​ບໍ່​​ໄປ​ຮັກສາ​ອາດ ​​ເກີດມີ​ພະຍາດ​​​​ແຊກຊ້ອນ​ໄດ້ ​ເຊັ່ນ​ໄສ້​ຕິ່ງ​ກາຍ​ເປັນ​ຝີ​ ໃນ​ທ້ອງ​ຕ້ອງ​ຜ່າຕັດ​ອອກ ຫລື ​ໄສ​ຕິ່ງ​ແຕກ​ມີ​ໜອງ​ອອກ​ມາ​ພາຍ​ ໃນ​ຊ່ວງ​ທ້ອງ​ເຮັດ​​ໃຫ້​ເສີຍ​ຊີວິດ​ໄດ້.

ດັ່ງ​ນັ້ນ​ ຫາກມີ​ອາ​ການ​ເຈັບທ້ອງ​ ໂດຍ​ບໍ່​ຮູ້​ສາ​ເຫດ ​ຢ່າ​ຟ້າວ​ກິນ​ຢາ​ແກ້​ປວດ ຄວນ​ໄປ​ກວດ​ ເພື່ອ​ໃຫ້​ຮູ້​ລະອຽດ ​ເພາະ​ການ​ກິນ​ຢາ​ແກ້​ປວດ ​ຈະ​ເຮັດ​ໃຫ້​ກວດ​ພະຍາດ​ຢາກ ​ຫລື​ ກວດ​ບໍ່​ພົບ​ເຫັນ​ ເພາະ​ຢາ​ຈະ​ປິດ ອາການ​ເຈັບທ້ອງ ​ຖ້າ​ຫາກ​ເຈັບທ້ອງ​ເກີນ 6 ຊົ່ວ​ໂມງ ຄວນ​ຮີບ​ໄປ​ຫາ​ແພດ ​ເພາະ​ສ່ວນ​ໃຫຍ່​ແລ້ວ​ ຖ້າ​ບໍ່​ເປັນ​ໄສ​ຕິ່ງ​ອັກ​ເສບ​ ກໍ່​ມັກ​ເປັນ​ອາການ​ຮ້າຍ​ແຮງ​ອື່ນໆ.
ທີ່ມາ: http://kpl.gov.la/detail.aspx?id=16104

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...