spot_img
Homeຊີວິດແລະຄວາມຮັກ8 ພຶດຕິກຳຂອງແມ່ຍິງທີ່ຜູ້ຊາຍເຫັນແລ້ວ ບໍ່ຢາກເຂົ້າໄປຈີບ

8 ພຶດຕິກຳຂອງແມ່ຍິງທີ່ຜູ້ຊາຍເຫັນແລ້ວ ບໍ່ຢາກເຂົ້າໄປຈີບ

Published on

ສາວໆທີ່ຍັງໂສດ ມາອ່ານທາງນີ້ດ່ວນ ພ້ອມສຳຫຼວດເບິ່ງຕົວເອງຄືນວ່າມີພຶດຕິກຳທີ່ຈະກ່າວຕໍ່ໄປນີ້ ຫຼື ບໍ່ ຖ້າມີ…ຕ້ອງແກ້ໄຂດ່ວນ ຫາກບໍ່ຢາກເປັນໂສດດົນຈົນຄ້າງສາງ ທ່ານຈົ່ງຢ່າລືມວ່າ ແມ່ຍິງສະໄໝນີ້ມີຫຼາຍ ສາວຂຶ້ນໃໝ່ເກີດຂຶ້ນປານດອກເຫັດ ມີແຕ່ຜູ້ເປັນຕາຮັກ ສະນັ້ນໂອກາດທີ່ເຮົາຈະໄປໃກ້ຄານທອງກໍ່ມີເປີເຊັນຫຼາຍຂຶ້ນຕື່ມອີກ ເອົາເປັນວ່າບໍ່ລໍຊ້າ ເຮົາມາອ່ານ ພຶດຕິກຳຂອງແມ່ຍິງທີ່ຜູ້ຊາຍເຫັນແລ້ວ ບໍ່ຢາກເຂົ້າໄປຈີບ ກັນເລີຍດີກວ່າ

  1. ກົ້ມໜ້າຫຼິ້ນແຕ່ສະມາດໂຟນ/ແທັບເລັດ/ໂນ໊ດບຸກ ຕະຫຼອດ 24 ຊົ່ວໂມງ ແບບບໍ່ເຄີຍໜ້າເບິ່ງໃຜເລີຍ
  2. ບໍ່ສົບສາຍຕາ ຢ່າລືມວ່າສາຍຕາແມ່ນອະໄວຍະວະສ່ວນທີ່ສຳຄັນໃນການສື່ສານ ຖ້າທ່ານບໍ່ມີການໂຕ້ຕອບອີກຝ່າຍດ້ວຍການສົ່ງສາຍຕາໃຫ້ ແນ່ນອນເລີຍວ່າຊາຍຄົນນັ້ນເຂົາຈະບໍ່ກ້າເຂົ້າມາຈີບທ່ານ ເພາະເຂົາຂາດຄວາມໝັ້ນໃຈທີ່ຈະເຂົ້າມາຫາທ່ານ
  3. ເຮັດກິລິຍາຍິ່ງ ບໍ່ໃຫ້ກຽດຄົນອື່ນ ເວົ້າຈາບໍ່ສຸພາບ
  4. ເປັນສາວໝັ້ນເກີນຮ້ອຍ ອັນໃດກໍ່ວ່າຕົວເອງຖືກໝົດ, ຮູ້ໝົດທຸກເລື່ອງ
  5. ໃຜຊວນໄປໃສກໍ່ໄປນຳໝົດ ເລາະທ່ຽວທົ່ວໄປ ຄ່ຳໃສນອນນັ້ນ
  6. ບໍ່ປ່ອຍໃຫ້ຜູ້ຊາຍໄດ້ຢູ່ກັບຕົວເອງສອງຕໍ່ສອງ ຈະໄປໃສຕ້ອງເອົາໝູ່ໄປນຳຕະຫຼອດ
  7. ອອກໄປທ່ຽວກັບຜູ້ຊາຍຄົນນັ້ນຄົນນີ້ ປ່ຽນໜ້າຕະຫຼອດ
  8. ເຫັນແກ່ໂຕ ບໍ່ມີນ້ຳໃຈ

 

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...