Homeມູມໄອທີລາວສາກແບັດເຕີຣີ ມືຖື ໄວ້ຂ້າມຄືນ ຈະເຮັດໃຫ້ເຄື່ອງເພໄວ ຫຼື ບໍ່?

ສາກແບັດເຕີຣີ ມືຖື ໄວ້ຂ້າມຄືນ ຈະເຮັດໃຫ້ເຄື່ອງເພໄວ ຫຼື ບໍ່?

Published on

ຫຼາຍໆຄົນ ຄົງຈະເຄີຍມີຄຳຖາມຢູ່ໃນໃຈວ່າ ການສາກແບັດເຕີຣີໄວ້ຂ້າມຄືນນັ້ນ ຈະສົ່ງຜົນເສຍໃຫ້ຕົວເຄື່ອງມືຖື ຫຼື ບໍ່? ວັນນີ້ເຮົາມີຄຳຕອບ

Shane Broesky ຈາກບໍລິສັດ Farbe Technik ບໍລິສັດທີ່ຜະລິດອຸປະກອນເສີມກ່ຽວກັບແບັດເຕີຣີ ໂເຍສະເພາະ ລະບຸວ່າການສາກ iPhone ຮວມເຖິງສະມາດໂຟນແບຣນອື່ນໆ ການສາກແບັດໄວ້ຂ້າມຄືນນັ້ນ ຈະບໍ່ສົ່ງຜົນເສຍກັບຕົວເຄື່ອງ ແລະ ແບັດເຕີຣີຂອງຕົວເຄື່ອງ ທີ່ຈິງແລ້ວສະມາດໂຟນນັ້ນ ເມື່ອແບັດເຕີຣີເຕັມແລ້ວມັນຈະຕັດໄຟເຂົ້າແບັດເຕີຣີເອງ ເພື່ອບໍ່ໃຫ້ການສາກໄຟທີ່ຫຼາຍເກີນໄປ (over charge) ແຕ່ Jesse Hollington ຈາກເວັບໄຊ໌ iLounge ເຜີຍວ່າ ຜູ້ໃຊ້ງານບໍ່ສາມາດສາກສະມາດໂຟນ ຫຼື ອຸປະກອນ ອີເລັກໂທຣນິກ ໃຫ້ເກີດລີມິດຂອງອຸປະກອນໄດ້ (over charge) ເນື່ອງຈາກແບັດເຕີຣີປະເພດ ລິທຽມ ໄອອອນ (ໂພລິເມີຣ) ຈະຕັດໄຟເອງ ເມື່ອແບັດເຕີຣີເຕັມ ຖ້າຫາກຍັງຄົງສາກຕໍ່ໄປ ໄຟທີ່ໄຫຼເຂົ້າຈະບໍ່ຜ່ານແບັດເຕີຣີ ແຕ່ຈະສົ່ງກະແສໄຟໄປທີ່ບຣອດເລີຍທັນທີ ເຮັດໃຫ້ເວລາເຮົາໃຊ້ງານສະມາດໂຟນ ແບັດເຕີຣີບໍ່ທັນຫຼຸດລົງ ແຕ່ເຄື່ອງຈະຮ້ອນໄວນັ້ນເອງ

 

ທີ່ມາ:​ https://www.beartai.com/article/tech-article/100775

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...