Homeຂ່າວການພັດທະນາຍີ່ປຸ່ນຊ່ວຍເຫຼືອລາວ ນໍາໃຊ້ກົນຈັກທຳລາຍລະເບີດບໍ່ທັນແຕກຢູ່ຊຽງຂວາງ

ຍີ່ປຸ່ນຊ່ວຍເຫຼືອລາວ ນໍາໃຊ້ກົນຈັກທຳລາຍລະເບີດບໍ່ທັນແຕກຢູ່ຊຽງຂວາງ

Published on

ພິທີລົງນາມສັນຍາໂຄງການນໍາໃຊ້ເຄື່ອງກົນຈັກທຳລາຍລະເບີດບໍ່ທັນແຕກ (ລະເບີດລູຫວ່ານ) ທີ່ຊຽງຂວາງ, ມູນຄ່າ 570.662 ໂດລາສະຫະລັດ, ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ ຢູ່ສະຖານທູດຍີ່ປຸ່ນປະຈໍາລາວ, ລະຫວ່າງທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ ແລະທ່ານ ຣຽວອິຈິໂຣະ ອາຣະກາວະ ປະທານອົງການເກັບກູ້ລະເບີດຍີປຸ່ນ (JMAS) ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫຼາຍ.

ໂຄງການດັ່ງກ່າວ ແນໃສ່ສົ່ງເສີມສະພາບແວດລ້ອມການເປັນຢູ່ທີ່ປອດໄພ ແລະການພັດທະນາຊົນນະບົດໃນແຂວງຊຽງຂວາງ, ໂດຍການເລັ່ງເກັບກູ້ລະເບີດບໍ່ທັນແຕກດ້ວຍເຄື່ອງຈັກທໍາລາຍລະເບີດລູກຫວ່ານ, ເຊິ່ງເຮັດໃຫ້ປະຢັດເວລາ ,ເພີ່ມຄວາມປອດໄພອີກດ້ວຍ ແລະ ເປັນຄັ້ງທໍາອິດຂອງໂລກທີ່ ມີການຫັນປ່ຽນເອົາເຄື່ອງຈັກມານໍາໃຊ້ເຂົ້າໃນວຽກງານທີ່ມີອັນຕະລາຍນີ້ ເພື່ອຊ່ວຍອົງການເກັບກູ້ລະເບີດແຫ່ງຊາດລາວ ເລັ່ງລັດການເກັບກູ້ລະເບີດໃນລາວໃຫ້ໄດ້ໄວຍິ່ງຂຶ້ນທັງໃນຕໍ່ໜ້າ ແລະ ຍາວນານ.

ອົງການ JMAS ໄດ້ປະຕິບັດຫລາຍໂຄງການເກັບກູ້ລະເບີດໃນ ສ ປປ ລາວ ຄື: ຢູ່ແຂວງຊຽງຂວາງລະຫວ່າງ 2005-2007, ສາລະວັນໃນປີ 2011 ,ຈໍາປາສັກແຕ່ 2011-2013 ແລະ ນະຄອນຫລວງວຽງຈັນແຕ່ປີ 2014-2015. ນອກຈາກນີ້, ລັດຖະບານຍີປຸ່ນຍາມໃດກໍໃຫ້ຄວາມສໍາຄັນວຽກງານແກ້ໄຂລະເບີດບໍ່ທັນແຕກ, ໂດຍຖືເອົາຂະແໜງດັ່ງກ່າວເປັນບູລິມະສິດ ໃນນະໂຍບາຍການຊ່ວຍເຫລືອດ້ານການພັດທະນາແກ່ລາວ, ໂດຍຜ່ານການຊ່ວຍເຫລືອດ້ານທຶນຮອນ ແລະ ອຸປະກອນອັນຈໍາເປັນ ເຊັ່ນ: ເຄື່ອງກວດຫາລະເບີດ, ເຄື່ອງຈັກຕັດຫຍ້າ, ການສ້າງຄວາມເຂັ້ມແຂງດ້ານວິຊາການ, ພະນັກງານ, ສະໜັບສະໜູນວຽກງານໂຄສະນາສຶກສາຊຸມຊົນເພື່ອຫຼີກລຽງຄວາມສ່ຽງໄພອັນຕະລາຍຈາກລະເບີດບໍ່ທັນແຕກ ແລະ ການປີ່ນປົວຜູ້ໄດ້ຮັບເຄາະຮ້າຍອີກດ້ວຍ.

 

ຂ່າວ: ພັດທະນາລາວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...