spot_img
Homeຂ່າວຕ່າງປະເທດUN ປະນາມຜູ້ກໍ່ເຫດລະເບີດພາກໃຕ້ຂອງໄທ ເລັ່ງຈັບຄົນຮ້າຍດ່ວນ

UN ປະນາມຜູ້ກໍ່ເຫດລະເບີດພາກໃຕ້ຂອງໄທ ເລັ່ງຈັບຄົນຮ້າຍດ່ວນ

Published on

ເລຂາທິການແຫ່ງສະຫະປະຊາຊາດ ອອກມາປະນາມ ຜູ້ກໍ່ເຫດຄວາມວຸ່ນວາຍຢູ່ທາງພາກໃຕ້ຂອງໄທ ເລັ່ງໃຫ້ທາງລັດຖະບານໄທຕ້ອງຈັບຄົນຮ້າຍມາຮັບໂທດໂດຍໄວ

ເວັບໄຊທາງການຂອງສະຫະປະຊາຊາດ ລາຍງານວ່າ ທ່ານ ບັນກີມຸນ ເລຂາທິການແຫ່ງຢູເອັນ ໄດ້ປະນາມການໂຈມຕີດ້ວຍລະເບີດໃນປະເທດໄທ ທີ່ເກີດຂຶ້ນເມື່ອວັນພະຫັດ-ສຸກທີ່ຜ່ານມານີ້ວ່າ ເຫດການນີ້ສົ່ງຜົນໃຫ້ຜູ້ບໍລິສຸດເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍ  ໃນນັ້ນລວມທັງຊາວໄທ ແລະ ຊາວຕ່າງຊາດ ໂດຍເລຂາຢູ່ເອັນ ຂໍໃຫ້ລັດຖະບານໄທ ຟ້າວຈັບຕົວຄົນກໍ່ເຫດດັ່ງກ່າວເພື່ອນຳມາໃສ່ໂທດຢ່າງຮີບດ່ວນ ໂດຍຄຳເວົ້າຂອງທ່ານ ບັນຄີມຸນ ໄດ້ມີການເຜີຍແຜ່ຈາກໂຄສົກສ່ວນຕົວຂອງ ທ່ານ ບັນຄີມຸນ ທີ່ລະບຸວ່າ ເລຂາທິການຢູເອັນ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຄອບຄົວຜູ້ທີ່ເສຍຊີວິດ ຜູ້ໄດ້ຮັບບາດເຈັບ ແລະ ທາງຢູເອັນຂໍສົ່ງຄວາມເຫັນໃຈມາຍັງລັດຖະບານໄທ ແລະ ປະຊາຊົນຊາວໄທ ຕາມການລາຍງານຂອງສື່ພາຍໃນໄລຍະເວລາ 24 ຊົ່ວໂມງ ໃນມື້ວັນພະຫັດ ແລະ ສຸກ ທີ່ເກີດເຫດລະເບີດໃນເມືອງ ຫົວຫີນ, ພູເກັດ, ພັງງາ ແລະ ສຸຣາດທານີ

ຂ່າວຈາກ: http://news.sanook.com/2047986/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...