Homeຂ່າວຕ່າງປະເທດໂດນັນ ທຣັບ ລະບຸ ບາຣັກ ໂອບາມາ ແລະ ຮີນລາຣີ ຄລິນຕັນ ຮ່ວມກັນກໍ່ຕັ້ງກຸ່ມໄອເອັສ!

ໂດນັນ ທຣັບ ລະບຸ ບາຣັກ ໂອບາມາ ແລະ ຮີນລາຣີ ຄລິນຕັນ ຮ່ວມກັນກໍ່ຕັ້ງກຸ່ມໄອເອັສ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ສິງຫານີ້ວ່າ ໃນມື້ວານນີ້ (11 ສິງຫາ) ທ່ານ ໂດນັນ ທຣັບ ຕົວແທນຈາກພັກຣີພັບລິກັນ ລົງສະໝັກຊີງຕຳແໜ່ງ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ກ່າວໃນຂະນະລົງໂຄສະນາຫາສຽງວ່າ ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ແລະ ນາງ ຮີນລາຣີ ຄລິນຕັນ ຄູ່ແຂ່ງຂອງຕົນຈາກ ພັກເດໂມແຄຣັດ ທັງສອງຄົນ ເປັນຜູ້ຮ່ວມກັນກໍ່ຕັ້ງກຸ່ມລັດອິດສະລາມ ຫລື ໄອເອັສ ແລະ ເປັນຜູ້ທີ່ມີບົດບາດສຳຄັນທີ່ສຸດ ຂອງກຸ່ມກໍ່ການຮ້າຍດັ່ງກ່າວນີ້.

ດ້ານທ່ານ ນາງ ຮີນລາຣີ ຄລີນຕັນ ອະດີດລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ແລະ ທັງເປັນຕົວແທນຈາກ ພັກເດໂມແຄຣັດ ເພື່ອລົງສະໝັກຊີງຕຳແໜ່ງ ປະທານາທິບໍດີ ກໍໄດ້ອອກມາຕອບໂຕ້ ໃນມື້ດຽວກັນວ່າ ທ່ານ ທຣັບ ກຳລັງດູຖູກອາເມຣິກາ ແລະ ຄຳກ່າວອ້າງດັ່ງກ່າວນີ້ ບໍ່ມີມູນຄວາມຈິງ.
 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...