spot_img
Homeຂ່າວເຫດການລັດຖະມົນຕີຕ່າງປະເທດລາວ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ

ລັດຖະມົນຕີຕ່າງປະເທດລາວ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ

Published on

ຂປລ. ໃນວັນທີ 12 ສິງຫາ 2016 ນີ້ ທີ່ນະຄອນ​ຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ​ແຫ່ງ​ ສປປ ລາວ ໄດ້ຕ້ອນຮັບ​ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດານຽນ ຣັດເຊວ (Daniel Russel) ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ, ທັງສອງຝ່າຍ ໄດ້ປຶກ​ສາ​ຫາລື​ກັນ ດ້ານ​ເນື້ອ​ໃນ ​ເພື່ອ​ເປັນການ​ກະ​ກຽມ ໃຫ້​ແກ່​ການ​ເດີນທາງ​ມາ​ຢ້ຽມ​ຢາມ ສປປ ລາວ ຄັ້ງປະ​ຫວັດ​ສາດ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຂອງປະທານາທິບໍດີ ສະຫະລັດອາ​ເມ​ລິ​ກາ ໃນຕົ້ນ​ເດືອນກັນຍາ 2016 ນີ້.

ສອງຝ່າຍ​ໄດ້ມີຄວາມ​ເຫັນເປັນເອກະພາບກັນວ່າ ການພົວພັນຮ່ວມມື ຂອງສອງປະເທດ​ ມີທ່ວງທ່າຂະຫຍາຍຕົວດີຂຶ້ນ, ພ້ອມ​ນີ້ ສອງ​ຝ່າຍ​ໄດ້ລົງເລິກ ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນ ຢ່າງກວ້າງຂວາງ ກ່ຽວກັບບັນຫາຕ່າງໆ ທີ່ນອນຢູ່ໃນຂອບການຮ່ວມມືເຊັ່ນ: ວຽກງານການຊອກຄົ້ນຫາ ສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມ (MIA) ການເກັບກູ້ລະເບີດ ທີ່​ບໍ່​ທັນ​​ແຕກ (UXO), ການຮ່ວມມື ດ້ານສາທາລະນະສຸກ, ການ​ສຶກສາ ແລະ ວັດທະນະທຳ, ນັບ​ທັງການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມື ດ້ານການຄ້າ-ການລົງ​ທຶນ ລະຫວ່າງ ສອງປະເທດ.

ນອກຈາກ​ນັ້ນ, ທັງ​ສອງ​ຝ່າຍ ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ ບັນຫາ​ສະພາບ​ການ​ ພາກ​ພື້ນ ​ແລະ ສາກົນ​ ທີ່​ຕ່າງ​ຝ່າຍມີ​ຄວາມ​ສົນ​ໃຈ​ ເປັນຕົ້ນ​ແມ່ນ ການ​ເປັນປະທານ​ອາຊຽນ ຂອງ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...