spot_img
Homeຂ່າວຕ່າງປະເທດລູກສາວບາລັກ ໂອບາມາ ໃຊ້ເວລາຫວ່າງເຮັດວຽກເສີມເປັນຄົນເສີບອາຫານທີ່ຮ້ານອາຫານທະເລແຫ່ງໜຶ່ງ

ລູກສາວບາລັກ ໂອບາມາ ໃຊ້ເວລາຫວ່າງເຮັດວຽກເສີມເປັນຄົນເສີບອາຫານທີ່ຮ້ານອາຫານທະເລແຫ່ງໜຶ່ງ

Published on

ບອສຕັນ ເຮຣັລ ສື່ທ້ອງຖິ່ນໃນສະຫະລັດອາເມລິກາລາຍງານວ່າ ຊາຊາ ຫຼື ມີຊື່ແທ້ວ່າ ນາຕາຊາ ໂອບາມາ ໄວອາຍຸ 15 ປີ ລູກສາວຂອງ ບາລັກ ໂອບາມາ ປະທານາທິບໍດີສະຫະລັດອາເມລິກາ ໄດ້ໃຊ້ເວລາຫວ່າງ ມາຮຽນຮູ້ປະສົບການຊີວິດໃໝ່ໃນຊ່ວງພັກລະດູຮ້ອນໂດຍການເປັນພະນັກງານເສີບອາຫານທີ່ຮ້ານອາຫານທະເລ ແນຊີສ ທີ່ເກາະມາຣ໌ທາສ໌ ໃນລັດແມສຊາຊູເຊດສ໌ ທີ່ຄອບຄົວໂອບາມາມັກມາກິນເປັນປະຈຳ ແລະ ຈາກຂ່າວລະບຸວ່າ ປະທານາທິບໍດີ ບາລັກ ໂອບາມາ ຍັງໄດ້ກາຍເປັນໝູ່ກັບເຈົ້າຂອງຮ້ານອາຫານທະເລແຫ່ງນີ້ອີກດ້ວຍ

1-21

ຊາຊາ ໄດ້ເລີ່ມເຂົ້າເຮັດວຽກວັນທຳອິດຕັ້ງແຕ່ວັນທີ 2 ສິງຫາ 2016 ໂດຍມາພ້ອມກັບຕຳຫຼວດລັບ 6 ຄົນ ທີ່ມາຮັກສາຄວາມປອດໄພ ໂດຍຊາຊາ ຈະເຮັດວຽກຕອນພາກເຊົ້າ ເປັນເວລາ 4 ຊົ່ວໂມງ ແລະ ເຮັດວຽກສະເພາະວັນເສົາ ໂດຍເຮັດໜ້າທີ່ຕັ້ງແຕ່ຮັບ ອໍເດີ ເປັນບັນຊີຄິດໄລ່ເງິນ ເກັບຈານເຊັດໂຕະ ໄປຈົນເຖິງຊ່ວຍຈັດກຽມຮ້ານກ່ອນເປີດໃຫ້ບໍລິການ ຫາກບໍ່ສັງເກດດີໆແລ້ວ ຊາຊາກໍ່ເໝືອນກັບພະນັກງານທົ່ວໄປທີ່ນຸ່ງຊຸດພະນັກງານເປັນເສື້ອຢືດຄໍມົນສີນ້ຳເງິນ ໂສ້ງຢືນຂາຍາວ ໃສ່ໝວກ ສ່ວນຕຳຫຼວດລັບຈະຄອຍສັງເກດການຮັກສາຄວາມປອດໄພຢູ່ທີ່ລົດເອສຢູວີທີ່ຈອດຢູ່ໃກ້ໆ ບໍລິເວນຮ້ານ ຫຼື ນັ່ງຢູ່ຕັ່ງໃກ້ບໍລິເວນຮ້ານ ເມື່ອຊາຊາເຮັດວຽກແລ້ວກໍ່ຈະຂຶ້ນລົດກັນເມືອເຮືອນ

ຂ່າວຈາກ: http://www.matichon.co.th/news/238950

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...