spot_img
Homeຂ່າວຕ່າງປະເທດກະແສໄລ່ຈັບໂປເກມອນ ຖືກຕໍ່ຕ້ານໃນຝຣັ່ງ-ກຳປູເຈຍ ອ້າງບໍ່ເຄົາລົບສະຖານທີ່ ແຖມສ້າງຄວາມປັ່ນປ່ວນທົ່ວໂລກ!

ກະແສໄລ່ຈັບໂປເກມອນ ຖືກຕໍ່ຕ້ານໃນຝຣັ່ງ-ກຳປູເຈຍ ອ້າງບໍ່ເຄົາລົບສະຖານທີ່ ແຖມສ້າງຄວາມປັ່ນປ່ວນທົ່ວໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫາຜ່ານມານີ້ວ່າ ໂປເກມອນ ໂກ ຊຶ່ງເປັນເກມອອນລາຍໃໝ່ ທີ່ຫາກໍເປີດຕົວເມື່ອບໍ່ດົນມານີ້ ໄດ້ສ້າງກະແສຄວາມປັ່ນປ່ວນໄປທົ່ວໂລກ ຊຶ່ງໃນນັ້ນລວມມີທັງກະແສ ຄວາມບໍ່ເພິ່ງພໍໃຈ ທີ່ມີການໄລ່ຈັບໂປເກມອນ ໃນສະຖານທີ່ສຳຄັນຫລາຍແຫ່ງ ຢ່າງບໍ່ຖືກກາລະເທສະ, ອີກທັງຍັງເປັນຕົ້ນເຫດ ກໍ່ໃຫ້ເກີດອຸບັດເຫດ ແລະ ການລະເມີດກົດລະບຽບຈະລາຈອນ ຢູ່ຫລາຍປະເທດ.

ທ່ານ ຊາຍ ວິໂສດ ຜູ້ອຳນວຍການ ພິພິທະພັນຂ້າລ້າງເຜົ່າພັນໂຕນສະເລງ ຂອງກຳປູເຈຍ ໄດ້ອອກມາຢືນຢັນ ໃນວັນພຸດທີ 10 ສິງຫາ 2016 ວ່າ ມີຄົນເຂົ້າໄປຫລິ້ນ ໂປເກມອນ ໂກ ໃນພິພິທະພັນດັ່ງກ່າວນີ້ແທ້ ໂດຍເຈົ້າໜ້າທີ່ໄດ້ເພີ່ມມາດຕະການປ້ອງກັນ ເພື່ອບໍ່ໃຫ້ຄົນເຂົ້າໄປຫລິ້ນເກມນີ້ອີກ.

ປ້າຍຫ້າມຫລິ້ນເກມ ໂປເກມອນ ໂກ ທີ່ພິພິທະພັນ
ປ້າຍຫ້າມຫລິ້ນເກມ ໂປເກມອນ ໂກ ທີ່ພິພິທະພັນ ຂ້າລ້າງເຜົ່າພັນໂຕນສະເລງ ຂອງກຳປູເຈຍ

ຢູ່ປະເທດຝຣັ່ງ ໂຄສົກຂອງ ອະນຸສອນສະຖານ ສົງຄາມໂລກຄັ້ງທີ 1 ດູໂອມອງ ອອສຊູເອຣີ ຊຶ່ງເປັນບ່ອນຝັງສົບ ທະຫານ 130,000 ຄົນ ຢູ່ພາກຕາເວັນອອກສຽງເໜືອຂອງຝຣັ່ງ ກໍໄດ້ກາຍເປັນສະຖານທີ່ຕໍ່ສູ້ ແລະ ໄລ່ຈັບ ໂປເກມອນ ໂກ ເຊັ່ນດຽວກັນ ເຮັດໃຫ້ໃນທ້າຍອາທິດທີ່ຜ່ານມາ ທາງອະນຸສອນສະຖານດັ່ງກ່າວ ໄດ້ຮ້ອງຂໍໄປຍັງ ຜູ້ສ້າງເກມດັ່ງກ່າວນີ້ ໃຫ້ລຶບສະຖານທີ່ດັ່ງກ່າວ ອອກຈາກແຜນທີ່ເກມ ເນື່ອງຈາກບໍ່ເປັນການເຄົາລົບ ຕໍ່ກັບສະຖານທີ່ ແລະ ຜູ້ທີ່ເສຍຊີວິດໄປແລ້ວ.

ທີ່ເກາະໄຕ້ຫວັນ ປະເທດຈີນ ທາງສຳນັກງານທາງຫລວງແຫ່ງຊາດ ກໍໄດ້ອອກມາຮຽກຮ້ອງ ໃຫ້ຜູ້ສ້າງເກມດັ່ງກ່າວນີ້ ຢຸດເຊື່ອງໂຕ ໂປເກມອນ ພາຍໃນບໍລິເວນທາງດ່ວນ ແລະ ຈຸດພັກລົດຂອງໄຕ້ຫວັນ ຫລັງຈາກທີ່ມີປະຊາຊົນ ຫລາຍກວ່າ 1,200 ຄົນ ຖືກຈັບກຸມ ໃນຂໍ້ຫາລະເມີດ ກົດລະບຽບຈະລາຈອນ ຈາກການຫລິ້ນເກມດັ່ງກ່າວ ໃນຂະນະທີ່ຂັບຂີ່ລົດ ນັບຕັ້ງແຕ່ມື້ວັນເສົາທີ 6 ສິງຫາເປັນຕົ້ນມາ ທີ່ເກມດັ່ງກ່າວ ເປີດຕົວຢູ່ເທິງເກາະແຫ່ງນີ້.

ຢູ່ປະເທດເອກົວດໍ ເຈົ້າໜ້າທີ່ຕຳຫລວດທ້ອງຖິ່ນ ໄດ້ເປີດເຜີຍວ່າ ມີຊາຍອາເມຣິກາຄົນໜຶ່ງຊື່ ທ້າວ ມິດເຊວ ຄລິບ ວິນລຽມ ຖືກຄົນຮ້າຍສອງຄົນ ພະຍາຍາມຈີ້ ແລະ ໃຊ້ອາວຸດປືນຍິງຜູ້ກ່ຽວ ຈົນໄດ້ຮັບບາດເຈັບ ໃນຂະນະທີ່ຜູ້ກ່ຽວ ອອກໄປຫລິ້ນເກມ ໂປເກມອນ ໂກ ໃນສວນສາທາລະນະ ເມືອງກວາຢາກິນ ໃນຕອນຄ່ຳຂອງວັນອາທິດທີ 7 ສິງຫາ 2016 ຜ່ານມາ.

ເກມໂປເກມອນ ໂກ ຍັງເຮັດໃຫ້ສອງຜົວເມຍ ຊາວອາເມຣິກາຄູ່ໜຶ່ງຄື ທ້າວ ເບຣນ ເດົາລີ ອາຍຸ 27 ປີ ແລະ ນາງ ໄບຣອັນນາ ເດລີ ອາຍຸ 26 ປີ ຖືກຕຳຫລວດຈັບກຸມ ແລະ ນຳຕົວຂຶ້ນສານ ຢູ່ເມືອງຟີນິກ ລັດແອຣິໂຊນາ ສະຫະລັດອາເມຣິກາ ໃນຂໍ້ຫາທາລຸນເດັກ ຫລັງຈາກທີ່ທັງສອງຜົວເມຍ ປ່ອຍປະໃຫ້ລູກຊາຍ ອາຍຸ 2 ປີຂອງຕົນ ຢູ່ເຮືອນຕາມລຳພັງ ເພື່ອອອກໄປໄລ່ຈັບໂປເກມອນ ເມື່ອວັນທີ 29 ກໍລະກົດ 2016.

ນອກຈາກນັ້ນ, ຍັງມີລາຍງານຈາກປະເທດບຣາຊິນວ່າ ຕຳຫລວດກຳລັງສືບສວນ ກໍລະນີເດັກນ້ອຍຊາຍ ອາຍຸ 9 ປີ ຄົນໜຶ່ງ ຕົກນ້ຳເສຍຊີວິດ ໃນມື້ວັນຈັນທີ 8 ສິງຫາ 2016 ຜ່ານມາ ໂດຍທ່ານ ແອນໂຕນິໂອ ຄາລອສ ແຣດ ຜູ້ບັນຊາການຕຳຫລວດ ໃນເມືອງອິມເບ ໄດ້ລະບຸວ່າ ຖ້າຜົນການສືບສວນພົບວ່າ ໂປເກມອນ ໂກ ເປັນຕົ້ນເຫດຂອງການເສຍຊີວິດຄັ້ງນີ້ ຈະດຳເນີນການຮ້ອງຟ້ອງ ບໍລິສັດຜູ້ສ້າງເກມ ເນື່ອງຈາກບໍ່ມີການຈຳກັດ ອາຍຸຂອງຜູ້ຫລິ້ນເກມ ຊຶ່ງເຮັດໃຫ້ເກີດອຸບັດເຫດຢ່າງຫລວງຫລາຍ ໃນບັນດາປະເທດຕ່າງໆທົ່ວໂລກ.

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...