spot_img
Homeຂ່າວຕ່າງປະເທດໄທເລັງຈັດເລືອກຕັ້ງທົ່ວໄປ ພາຍໃນປີ 2017 ຫລັງທະຫານຍຶດອຳນາດ - ໄດ້ລັດຖະທຳມະນູນໃໝ່!

ໄທເລັງຈັດເລືອກຕັ້ງທົ່ວໄປ ພາຍໃນປີ 2017 ຫລັງທະຫານຍຶດອຳນາດ – ໄດ້ລັດຖະທຳມະນູນໃໝ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ສິງຫາຜ່ານມານີ້ວ່າ ລັດຖະບານໄທ ພາຍໃຕ້ການນຳຂອງ ທ່ານ ພົນເອກ ປະຍຸດ ຈັນໂອຊາ ຫົວໜ້າຄະນະລັດຖະປະຫານ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ຢືນຢັນວ່າ ການເລືອກຕັ້ງທົ່ວໄປຂອງໄທ ຈະຖືກຈັດຂຶ້ນຢ່າງແນ່ນອນ ພາຍໃນປີ 2017 ທີ່ຈະມາເຖິງນີ້ ຫລັງຈາກທີ່ປະຊາຊົນຊາວໄທ ໄດ້ລົງປະຊາມະຕິ ຮັບຮອງເອົາລັດຖະທຳມະນູນສະບັບໃໝ່ ໃນວັນທີ 7 ສິງຫາ 2016 ທີ່ຜ່ານມາ

ທັງນີ້ ຜົນຂອງການນັບຄະແນນເບື້ອງຕົ້ນພົບວ່າ ມີຜູ້ໃຫ້ການຮັບຮອງ ຮ່າງລັດຖະທຳມະນູນສະບັບໃໝ່ ຫລາຍກວ່າ 61%. ແນວໃດກໍຕາມ, ກ່ອນໜ້າການລົງປະຊາມະຕິນີ້ ບັນດາພັກການເມືອງຫລັກຂອງໄທ ໄດ້ອອກມາວິພາກວິຈານ ຮ່າງລັດຖະທຳມະນູນສະບັບນີ້ ໂດຍໄດ້ລະບຸວ່າ ເປັນການຈຳກັດປະຊາທິປະໄຕ ຊຶ່ງໃນນັ້ນບົດບັນຍັດຂອງລັດຖະທຳມະນູນ ໄດ້ກຳນົດໃຫ້ມີ ສະມາຊິກວຸດທິສະພາ ທີ່ຖືກແຕ່ງຕັ້ງ ໂດຍການສະຫງວນຕຳແໜ່ງເຫລົ່ານີ້ ໄວ້ໃຫ້ກັບຝ່າຍທະຫານ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...