spot_img
Homeຂ່າວທ້ອງຖິ່ນລະວັງ! ອາດມີລົມພັດແຮງໃນວັນທີ 10-14 ສິງຫານີ້

ລະວັງ! ອາດມີລົມພັດແຮງໃນວັນທີ 10-14 ສິງຫານີ້

Published on

ກົມມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 10-14ສິງຫານີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງລາວ, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກພ້ອມມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນອອກ: ສະພາບຝົນຈະຫລາຍຂຶ້ນ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ;ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຫລາຍຂຶ້ນ. ອຸນຫະພູມຕ່ຳສຸດ 23-25ອົງສາ ແລະ ສູງສຸດ 33-35 ອົງສາ; ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍຫາປານກາງຫລາຍຂຶ້ນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 33-35 ອົງສາ; ພາກກາງ: ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 26-28 ອົງສາ ແລະ ສູງສຸດ 33-35 ອົງ ສາ; ພາກໃຕ້: ຈະມີຝົນຕົກຟ້າຄະນອງ ໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງຖິ່ນແຂວງສາລະວັນ ແລະ ຈຳປາສັກ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 33-35 ອົງສາ.

 

ຂ່າວຈາກ: http://laophatthananews.blogspot.com/2016/08/10-14.html

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...