spot_img
Homeຄວາມງາມສູດແກ້ບັນຫາສອກດຳ, ເຂົ່າດຳ ທີ່ໃຜໆກໍ່ເຮັດໄດ້

ສູດແກ້ບັນຫາສອກດຳ, ເຂົ່າດຳ ທີ່ໃຜໆກໍ່ເຮັດໄດ້

Published on

ຜິວສີໃດກໍ່ງາມໄດ້ຖ້າເປັນຜິວທີ່ລຽບນຽນ ແຕ່ບັນຫາທີ່ກວນໃຈສາວໆທັງຫຼາຍຄືບັນຫາເຂົ່າດຳ ຫຼື ສອກດຳ ແກ້ຈັ່ງໃດກໍ່ບໍ່ຫາຍ ເລື່ອງນີ້ຖືວ່າເປັນອີກໜຶ່ງບັນຫາທີ່ສ້າງຄວາມກຸ້ມຫຼາຍກັບສາວໆທັງຫຼາຍ ຄໍລຳຄວາມງາມວັນນີ້ ເຮົາກໍ່ເລີຍມີສູດເດັດສູດດີມາຝາກກັນ ເຊິ່ງຈະເຮັດແບບໃດນັ້ນເຮົາມາອ່ານນຳກັນເລີຍ

1073ba423

ສູດໝາກນາວ
ພຽງນຳມາກນາວມາຖູທີ່ບໍລິເວນສອກດຳ, ເຂົ່າດຳ ປະມານ 5-10 ນາທີ ແລ້ວລ້າງອອກ ຫຼັງຈາກນັ້ນກໍ່ທາຄຣີມບຳລຸງຜິວໃສ່ ເຮັດແບບນີ້ອາທິດລະ 3-4 ມື້ ບໍລິເວນທີ່ດຳກໍ່ຈະຄ່ອຍຂາວອອກຢ່າງເຫັນໄດ້ຊັດເຈນ
a587cdf50
ສູດໂຢເກິດຣົດທຳມະຊາດ ແລະ ຂີ້ໝິ້ນ
ນຳຜົງຂີ້ໜິ້ນ ແລະ ໂຢເກິດຣົດທຳມະຊາດມາປະສົມໃຫ້ກາຍເປັນເນື້ອດຽວກັນແລ້ວທາລົງບໍລິເວນສອກດຳ, ເຂົ່າດຳ ຖູເບົາໆ ປະມານ 5-10 ນາທີ ແລ້ວລ້າງອອກ ຈາກນັ້ນກໍ່ທາຄຣີມທາຜິວໃສ່ ເຮັດແບບນີ້ອາທິດລະ 1-2 ຄັ້ງ ຮັບຮອງວ່າສອກ ແລະ ເຂົ່າຂອງທ່ານຈະຂາວໃສຢ່າງທີ່ຄິດແນ່ນອນ

A70XP0 Greek yogurt in white ceramic bowl with spoon - high end Hasselblad 61mb digital image. Image shot 2006. Exact date unknown.

ສູດໂຢເກິດຣົດທຳມະຊາດ ແລະ ນ້ຳສົ້ມສາຍຊູ

ນຳນ້ຳສົມສາຍຊູ ແລະ ໂຢເກິດຢ່າງລະ 1 ບ່ວງແກງ ມາປະສົມເຂົາກັນແລ້ວທາບໍລິເວນສອກດຳ ແລະ ເຂົ່າດຳ ແລ້ວປະໄວ້ 15 ນາທີຈິ່ງລ້າງອອກ ຫຼັງຈາກນັ້ນກໍ່ທາຄຣີມບຳລຸງຜິວໃສ່ ເຮັດແບບນີ້ອາທິດລະ 2 ຄັ້ງ ບັນຫາຜິວດຳກໍ່ຈະຫາຍໄປ

Silver scoop of sugar, spilling onto blue surface.

ສູດຂັດຜິວດ້ວຍນ້ຳຕານ
ນຳເອົານ້ຳຕານປະສົມກັບນົມສົດເລັກໜ້ອຍແລ້ວມາຖູເບົາໆທີ່ບໍລິເວນສອກດຳ, ເຂົ່າດຳ ປະມານ 5-10 ນາທີ ແລ້ວຈິ່ງລ້າງອອກ ຫຼັງຈາກນັ້ນກໍ່ທາຄຣີມທາຜິວໃສ່ ເຮັດແບບນີ້ອາທິດລະ 3-4 ຄັ້ງ ຮັບຮອງວ່າສີສອກ ແລະ ເຂົ່າຈະຂາວຂຶ້ນແນ່ນອນ
ຂໍ້ມູນຈາກ: http://www.siamok.com/s/130523

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...