spot_img
Home​ຂ່າວບັນເທິງລາວ – ຈີນ ຮ່ວມສ້າງຮູບເງົາເລື່ອງ “ດອກຈຳປາບານ”

ລາວ – ຈີນ ຮ່ວມສ້າງຮູບເງົາເລື່ອງ “ດອກຈຳປາບານ”

Published on

“ດອກຈຳປາບານ” ເປັນຊື່ເລື່ອງຂອງຮູບເງົາພັນປະສົມເລື່ອງໃໝ່ທີ່ທຸ້ມທຶນສ້າງເຖິງ 1 ລ້ານໂດລາສະຫະລັດ ດ້ວຍການຮ່ວມມືກັນລະຫວ່າງສອງປະເທດ ລາວ – ຈີນ ເປັນຮູບເງົາຮັກທີ່ມີເນື້ອຫາກິນໃຈ ຊວນອອນຊອນ ແລະ ງົດງາມທັງທິວທັດທຳມະຊາດ ຮີດຄອງປະເພນີ ແລະ ສາຍພົວພັນ ຄວາມຮັກ ມິດຕະພາບ ຂອງຄົນ 2 ຊາດ ລາວ- ຈີນ.

13.4

ພິທີເຊັນສັນຍາ ແລະ ຖະແຫຼງຂ່າວການສ້າງຮູບເງົາເລື່ອງ “ດອກຈຳປາບານ” ໄດ້ມີຂຶ້ນຢູ່ທີ່ສະຖາບັນຮູບເງົາປັກກິ່ງ ນະຄອນຫຼວງປັກກິ່ງ ສປ.ຈີນ ເມື່ອວັນທີ 24 ເມສາປີນີ້ ການສ້າງຮູບເງົາເລື່ອງດັ່ງກ່າວ ແມ່ນເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ – ຈີນ ຄົບຮອບ 55 ປີ.

ພິທີເຊັນສັນຍາ ແລະ ຖະແຫຼງຂ່າວການສ້າງຮູບເງົາເລື່ອງ “ດອກຈຳປາບານ” ໄດ້ມີຂຶ້ນຢູ່ທີ່ສະຖາບັນຮູບເງົາປັກກິ່ງ ນະຄອນຫຼວງປັກກິ່ງ ສປ.ຈີນ ເມື່ອວັນທີ 24 ເມສາ 2016.

ທ່ານ ບຸນຈອມ ວົງເພັດ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ສ.ປ.ປລາວ ໄດ້ມີຄວາມເຫັນວ່າ  ລາວ – ຈີນ ແມ່ນປະເທດເພື່ອບ້ານທີ່ມີພູຜາ ສາຍນໍ້າຕິດຈອດກັນ ສອງປະເທດມີມິດຕະພາບອັນເປັນມູນເຊື້ອ ແລະ ໄດ້ຮ່ວມມືກັນເປັນຢ່າງດີຕະຫຼອດມາ  ການສ້າງຮູບເງົາເລື່ອງ “ດອກຈຳປາບານ” ນີ້ຈິ່ງຫວັງວ່າຈະກາຍເປັນຜົນງານໃໝ່ແຫ່ງການຮ່ວມມືດ້ານວັດທະນະທຳ ລະຫວ່າງ 2 ປະເທດ ແລະ ຂໍໃຫ້ມິດຕະພາບ ລາວ – ຈີນ ຈົ່ງເບັ່ງບານ ຫອມຫວນ ດັ່ງດອກຈໍາປາເມືອງລາວຕະຫຼອດໄປ.

ຮູບເງົາເລື່ອງ “ດອກຈຳປາບານ” ແມ່ນຂຽນບົດ ແລະ ກໍາກັບໂດຍ ທ່ານ ລິວສວນເວີຍ ເຊິ່ງຈະໃຊ້ນັກສະແດງສອງຊາດ ລາວ – ຈີນ ໂດຍນັກສະແດງໂຕເອກຝ່າຍຊາຍແມ່ນດາຣາດັງຈາກ ສປ.ຈີນ ສ່ວນນັກສະແດງເອກຝ່າຍຍິງ ພ້ອມດ້ວຍນັກສະແດງສົມທົບອື່ນໆຈະມີການຄັດເລືອກນັກສະແດງຈາກ ສປປ.ລາວ ທີ່ເຫັນວ່າເໝາະສົມກັບບົດບາດ ….. ຮູບເງົາເລື່ອງ  “ດອກຈຳປາບານ” ມີເນື້ອຫາໂດຍຫຽໍ້ກ່ຽວກັັບຊາຍໝຸ່ມນັກວິສະວະກອນຊາວຈີນຄົນນຶ່ງທີ່ໄດ້ຖືກມອບໝາຍໃຫ້ເຂົ້າມາຄຸມວຽກໂຄງການໃນລາວ ໄດ້ເກີດຄວາມປະທັບໃຈ ແລະ ເກີດຄວາມຮັກກັບສາວລາວຈົນເຖິງຂັ້ນຕົກລົງຢູ່ກິນ ແລະ ມີລູກນຳກັນ ແຕ່ເຂົາພັດຖືກເອີ້ນໂຕກັບປະເທດດ່ວນ ເຮັດໃຫ້ການໄປຂອງເຂົາຕ້ອງໄດ້ປະຖິ້ມເມຍ ແລະ ລູກນ້ອຍຢູ່ເມືອງລາວ … ການຈາກໄປໂດຍບໍ່ໄດ້ຮັບຂ່າວເຮັດໃຫ້ກາຍເປັນເລື່ອງທີ່ເຄືອງແຄ້ນໃຫ້ກັບຜູ້ໃຫຽ່ ແລະ ຄອບຄົວຝ່າຍຍິງທີ່ຢູ່ລາວ ທັງໆທີ່ເຂົາເອງກໍພະຍາຍາມຈະສົ່ງຂ່າວຫາ ແຕ່ເວລານັ້ນສະພາບການຕິດຕໍ່ພົວພັນແມ່ນບໍ່ເອື້ອອຳນວຍປານໃດ ຈົນເວລາຜ່ານໄປຫຼາຍປີ ເຂົາຈິ່ງກັບມາຕາມຫາຄອບຄົວເທື່ອໃໝ່ໃນບັນຍາກາດທີ່ການພົວພັນ ລາວ-ຈີນ ມີຄວາມແຈ່ມໃສ ແລະ ການໄປມາຫາສູ່ມີຄວາມສະດວກ ເຂົາມາພ້ອມລູກສິດທີ່ເປັນນັກວິສະວະກອນໝຸ່ມທີ່ມາຫຼົງຮັກສາວລາວແບບດຽວກັບເຂົາ ແຕ່ເຂົາພັດຖືກກີດກັນຈາກທາງຜູ້ໃຫຽ່ຢ່າງເອົາເປັນເອົາຕາຍ ເຂົາບໍ່ເຂົ້າໃຈວ່າເປັນຫຽັງຄົນລາວຄືກີດກັນບໍ່ໃຫ້ລູກສາວຕ້ອງມີຄວາມຮັກກັບຄົນຈີນ ແຕ່ພໍຮູ້ຄຳຕອບ ມັນໄດ້ປັກສຽບເຂົ້າຫົວໃຈເຂົາຢ່າງແສນສາຫັດ ເພາະເຫດຜົນທີ່ເຂົາໄດ້ຮັບກໍຄື  “ຊາຍຄົນຈີນບໍ່ມີສັດຈະ ຂີ້ຕົວະຫຼອກລວງ ບໍ່ມີຄວາມຮັບຜິດຊອບ ບໍ່ເປັນຄຸນຄ່າອັນງົດງາມຂອງຄວາມຮັກ” …. ແລະ ຈາກເຫດການນີ້ ຈິ່ງນຳພາເຂົາໄດ້ມາຮູ້ສາວນ້ອຍຄົນທີ່ຖືກກີດກັນບໍ່ໃຫ້ຮັກກັບຊາຍໜຸ່ມຈີນນັ້ນ ແລະ ເມື່ອຮູ້ເລິກໆ ຍິງລາວຄົນນັ້ນກໍແມ່ນລູກສາວຂອງເຂົາເອງ … ເລື່ອງຈະເປັນໄປແນວໃດ ເຂົາຈະແກ້ຂໍ້ຜິດພາດ ແລະ ກັບຄືນມາຢູ່ກັບຄອບຄົວທີ່ລາວໄດ້ຫຼືບໍ່ ອັນນີ້ຖ້າຕິດຕາມຊົມນຳກັນ”.

ການຖະແຫຼງຂ່າວຢ່າງເປັນທາງການ ມີແຂກສໍາຄັນເຂົ້າຮ່ວມຫຼາຍທ່ານທັງຝ່າຍລາວ ແລະ ຈີນ ເຊັ່ນ ທ່ານ ສີສະໄໝ ຫຼວງຈັນດາວົງ ກົງສູນໃຫຽ່ ສປປ.ລາວ ປະຈຳ ນະຄອນຊຽງໄຮ້ ສປ.ຈີນ ທ່ານ ບຸນຈອມ ວົງເພັດ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ທອງໃບ ໂພທິສານ ຮອງຫົວໜ້າຫ້ອງການກະຊວງ ຖວທ ປະທານສະມາຄົມນັກປະພັນລາວ ທ່ານ ໂຫວກວງມິງ ເລຂາຄະນະພັກສະຖາບັນຮູບເງົາປັກກິ່ງ ທັງເປັນທີ່ປຶກສາຂອງຄະນະຖາຍທໍາຮູບເງົາເລື່ອງ “ດອກຈຳປາບານ” ທ່ານ ອີຈ້ຽນຫົງ ຫົວໜ້າໂຮງຜະລິດຮູບເງົາໄວໜຸ່ມ ແລະ ແຂກຜູ້ມີກຽດ ນັກສະແດງ ນັກວິຊາການຮູບເງົາຂອງຈີນອີກຈຳນວນນຶ່ງເຂົ້າຮ່ວມນຳ.

ສ່ວນການຖ່າຍທໍາຮູບເງົາເລື່ອງນີ້ ຈະມີຂື້ນພາຍຫຼັງທີ່ຄັດເລືອກໄດ້ນັກສະແດງຈາກ ສປປ.ລາວ ໂດຍຈະໃຊ້ສະຖານທີ່ຖ່າຍທຳໃນປະເທດລາວເປັນສ່ວນໃຫຽ່ ອີກຈຳນວນນຶ່ງແມ່ນຈະຖ່າຍທຳໃນປະເທດຈີນ ຄາດວ່າກາງປີໜ້າ ທັງສອງປະເທດ ລາວ- ຈີນ ຈະໄດ້ຊົມຮູບເງົາແຫ່ງມິດຕະພາບນີ້ພ້ອມໆກັນ

ຂ່າວຈາກ: http://www.vtetoday.la/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...