Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງຄໍາເກີດ ຈັບເຄືອຂ່າຍຄ້າກັນຊາລາຍໃຫຍ່

ປກສ ເມືອງຄໍາເກີດ ຈັບເຄືອຂ່າຍຄ້າກັນຊາລາຍໃຫຍ່

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ໄດ້ຈັບຕົວເຄືອຄ່າຍ ຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງກັນຊາ ນໍ້າໜັກຫລາຍກິໂລ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງ ຈາກພົນລະເມືອງດີ ວ່າຈະມີການລັກລອບຂົນສົ່ງຢາເສບຕິດ ເປັນຈໍານວນຫລາຍ ຜ່ານເຂດເມືອງຂອງຕົນ, ຈຶ່ງໄດ້ຈັດກໍາລັງລົງຕັ້ງດ່ານກວດກາ ຕາມເສັ້ນທາງຈຸດຕ່າງໆ ແລະ ໃນຂະນະນັ້ນ ໄດ້ເຫັນລົດເປົ້າໝາຍກະບະແດຮັນ ໝາຍເລກທະບຽນ 5071 ກໍາແພງນະຄອນ, ຂັບມາດ້ວຍຄວາມໄວ ຕາມເສັ້ນທາງເຂດບ້ານໂພນຕານ, ເຈົ້າໜ້າທີ່ຈຶ່ງທໍາການຢຸດລົດ ແຕ່ລົດຄັນດັ່ງກ່າວ ໄດ້ຂັບຝ່າດ່ານກວດຂອງເຈົ້າໜ້າທີ່ ຈຶ່ງໄດ້ໄລ່ຕິດຕາມ ຈົນເຮັດໃຫ້ລົດຄັນດັ່ງກ່າວເສຍຫລັກ ເຈີດລົງຂ້າງທາງ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປກວດຄົ້ນລົດ ພົບເຫັນມີໜຶ່ງຄົນຍັງຢູ່ໃນລົດຊື່ ທ້າວ ຫວາຢ່າງຊົງ ອາຍຸ 50 ປີຢູ່ບ້ານຜາເມືອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ສ່ວນຄົນຂັບລົດຄົນດັ່ງກ່າວ ແມ່ນໄດ້ເອົາຕົວລົບໜີ ເຂົ້າໄປໃນປ່າແຄມທາງ ແລະ ພົບເຫັນກັນຊາເປັນຈໍານວນຫລາຍກິໂລ ຊຸກເຊື່ອງໄວ້ໃນເປົາປຸຍຫລາຍໜ່ວຍ ຢູ່ທ້າຍລົດຄັນນັ້ນ, ຈຶ່ງໄດ້ຈັບຕົວຜູ້ທີ່ນັ່ງມານໍາລົດໄປສືບສວນ ແລະ ໄດ້ຍຶດກັນຊາທັງໝົດພ້ອມລົດ ໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທ້າວ ຫວາຢ່າງຊົງ ຮັບສາລະພາບວ່າ: ກັນຊາທັງໝົດ ເປັນຂອງນ້ອງຊາຍຕົນຊື່ທ້າວ ຈາມົວຊົງ ເພື່ອຈະເອົາໄປສົ່ງໃຫ້ລູກຄ້າ ໃນເຂດຫລັກຊາວ ເມືອງຄໍາເກີດ ແລະ ໄດ້ຊວນຕົນນັ່ງລົດໄປນໍາ, ໂດຍບອກວ່າຈະແບ່ງເງິນໃຫ້ຕົນ 5 ພັນບາດ (ສະກຸນເງິນໄທ) ແຕ່ຂັບຂີ່ມາຮອດຈຸດດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ.

ປັດຈຸບັນ, ຄະດີຢາເສບຕິດລາຍນີ້ ເຈົ້າໜ້າທີ່ໄດ້ເລັ່ງຂະຫຍາຍຜົນ ເພື່ອຈັບຕົວຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...