spot_img
Homeຂ່າວຕ່າງປະເທດຈຳນວນຜູ້ໃຊ້ອິນເຕີເນັດຂອງຈີນ ທະລຸ 710 ລ້ານຄົນ ຫລາຍກວ່າເຄິ່ງໜຶ່ງ ຂອງປະຊາກອນປະເທດ

ຈຳນວນຜູ້ໃຊ້ອິນເຕີເນັດຂອງຈີນ ທະລຸ 710 ລ້ານຄົນ ຫລາຍກວ່າເຄິ່ງໜຶ່ງ ຂອງປະຊາກອນປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫານີ້ວ່າ ສູນເຄືອຂ່າຍຂໍ້ມູນຂ່າວສານອິນເຕີເນັດຈີນ (China Internet Network Information Center : CNNIC) ໄດ້ເປີດເຜີຍວ່າ ຈຳນວນຜູ້ໃຊ້ອິນເຕີເນັດຢູ່ຈີນ ໄດ້ເພີ່ມຂຶ້ນເປັນ 710 ລ້ານຄົນ ໂດຍເພີ່ມຂຶ້ນ 3.1% ໃນໄລຍະ 6 ເດືອນຜ່ານມາ ຊຶ່ງນັ້ນໝາຍເຖິງປັດຈຸບັນ ປະຊາກອນຈີນຫລາຍກວ່າເຄິ່ງໜຶ່ງ ແມ່ນໄດ້ນຳໃຊ້ອິນເຕີເນັດແລ້ວ ແລະ ຕົວເລກດັ່ງກ່າວນີ້ ແມ່ນສູງກວ່າຈຳນວນຜູ້ໃຊ້ອິນເຕີເນັດ ໃນສະຫະລັດອາເມຣິກາເທົ່າຕົວ.

ທັງນີ້ ລັດຖະບານຈີນ ໄດ້ມີຍຸດທະສາດໃນການກະຕຸ້ນເສດຖະກິດ ດ້ວຍການຄ້າຂາຍທາງອີເລັກໂຕນິກ ຫລື ການຄ້າອອນລາຍ ໂດຍຖືເປັນຊ່ອງທາງສຳຄັນ ໃນຄວາມພະຍາຍາມພັດທະນາເສດຖະກິດ-ສັງຄົມຂອງຈີນ ຕາມທິດທັນສະໄໝ.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...