spot_img
Homeຂ່າວທ້ອງຖິ່ນເນື້ອທີ່ການຜະລິດປະຊາຊົນ 5 ກຸ່ມບ້ານ ເມືອງຫົວເມືອງ ຖືກຕັກແຕນທຳລາຍກ້ຽງ!

ເນື້ອທີ່ການຜະລິດປະຊາຊົນ 5 ກຸ່ມບ້ານ ເມືອງຫົວເມືອງ ຖືກຕັກແຕນທຳລາຍກ້ຽງ!

Published on

ຂປລ. ຕາມການລາຍງານຈາກຫ້ອງການກະສິກຳປ່າໄມ້ ເມືອງຫົວເມືອແຂວງຫົວພັນໃຫ້ຮູ້ວ່າ: ​ປະຊາຊົນ​​ 5 ກຸ່ມບ້ານຂອງເມືອງຫົວເມືອງຄື: ກຸ່ມບ້ານເມືອງອໍ້, ​ບ້ານສົບເລົ້າ, ​ບ້ານຄັ້ງຄາວ, ​ບ້ານໂພນໄຊແລະ ກຸ່ມບ້ານເມືອງເປິໄດ້ຮັບຜົນກະທົບຢ່າງໜັກຈາກຝຸງຕັກ​​ແຕນ ໄມ້ປ່ອງທຳລາຍເນື້ອທີ່ທຳການຜະລິດເສຍຫາຍ 369 ​ກວ່າເຮັກຕາ, ມີ 17 ບ້ານ, 200 ກວ່າຄອບຄົວ​. ​ໃນນີ້ມີ 5 ບ້ານທີ່ຖືກຝຸງຕັກ​​ແຕນໄມ້ປ່ອງ ກັດກິນຕົ້ນເຂົ້າ, ຕົ້ນສາລີເຮັດໃຫ້ເນື້ອທີ່ທຳການຜະລິດເສຍຫາຍ 100% ຄື: ບ້ານສົ້ນຂົວເນື້ອທີ່ໄຮ່ເຂົ້າເສຍຫາຍ 26 ​ເຮັກຕາ, ​​ໄຮ່ສາລີ 3,3 ​ເຮັກຕາ; ບ້ານໂຮງອ້ອຍ ເຂົ້າໄຮ່ 55,7 ​ເຮັກຕາ; ບ້ານ​​ໂຮມພັນ ເຂົ້າໄຮ່ 1,7 ​ເຮັກຕາ; ບ້ານນ້ຳປ້ອງ ໄຮ່ສາລີ 6 ​ເຮັກຕາ ​ແລະ ບ້ານຫົວຊຽງ ​​ໄຮ່ສາລີ 8 ​ເຮັກຕາ.

ຕໍ່ກັບ​ສະພາບການດັ່ງກ່າວ, ທາງການນຳເມືອງ ກໍຄືຫ້ອງການກະສິກຳປ່າໄມ້ ​​ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຂັ້ນຕ່າງໆ ນຳເອົາຢາຂ້າຕັກ​​ແຕນລົງແຈກຢາຍໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ພ້ອມທັງແນະນຳວິທີການນຳໃຊ້ຢ່າງລະອຽດ. ພ້ອມທັງເຝົ້າຕິດຕາມການລະບາດ ຂອງຝຸງຕັກ​​ແຕນ​​ໄມ້ປ່ອງເປັນປົກກະຕິເມື່ອພົບເຫັນ ລະບາດຢູ່ຂົງເຂດໃດ ຕ້ອງໄດ້ແກ້ໄຂ​​ໃຫ້ທັນການ ເພື່ອຈຳກັດບໍ່ໃຫ້ຂະຫຍາຍວົງກວ້າງ ອອກສູ່ເຂດອື່ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...