spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດສ້າງເຄື່ອງກັ່ນນ້ຳປັດສະວະໃຫ້ກາຍເປັນນ້ຳດື່ມບໍລິສຸດ

ນັກວິທະຍາສາດສ້າງເຄື່ອງກັ່ນນ້ຳປັດສະວະໃຫ້ກາຍເປັນນ້ຳດື່ມບໍລິສຸດ

Published on

ເມື່ອວັນທີ 26 ກໍລະກົດ 2016 ເວັບໄຊເດລີເມລ ເຜີຍລາຍງານວ່າ ນັກວິທະຍາສາດຈາກມະຫາວິທະຍາໄລເກນຕ໌ ໃນປະເທດ ເບລຢຽມ ໄດ້ສ້າງສິ່ງປະດິດອຸປະກອນຊະນິດໜຶ່ງຂຶ້ນມາໂດຍມີຄຸນສົມບັດພິເສດຄື ສາມາດປ່ຽນນ້ຳປັດສະວະໃຫ້ກາຍເປັນນ້ຳດື່ມໄດ້ ໂດຍຕົວເຄື່ອງນີ້ມີຂະບວນການທຳງານງ່າຍໆ ບໍ່ຊັບຊ້ອນ ແລະ ອາໃສພະລັງງານຈາກແສງແດດຊ່ວຍເທົ່ານັ້ນ

002 (1)

ດຣ. ເຊບາສຕຽນ ດີຣິສ ຫົວໜ້າທີມຜູ່ຄິດຄົ້ນ ໄດ້ເຜີຍວ່າ ຂະບວນການທຳງານຂອງເຄື່ອງນີ້ ເລີ່ມຈາກການກັກເກັບນ້ຳປັດສະວະໄວ້ໃນຖັງເກັບນ້ຳທີ່ເຮັດໜ້າທີ່ເປັນໝໍ້ຕົ້ມນ້ຳຂະໜາດໃຫຍ່ ແລ້ວອາໃສຄວາມຮ້ອນຈາກແສງແດດໃນການຕົ້ມ ເມື່ອໄດ້ຮັບຄວາມຮ້ອນປັດສະວະກໍ່ຈະແຍກຕົວເປັນຊັ້ນລະຫວ່າງນ້ຳກັບທາດທີ່ຢູ່ໃນນັ້ນ ຢ່າງພວກໂປຣແຕສຊຽມ ໄນໂຕໜເຈນ ແລະ ຟອສຟໍຣັສ ເຊິ່ງແຮ່ທາດເຫຼົ່ານີ້ຈະຖືກນຳໄປເຮັດປຸ໋ຍ ສ່ວນນ້ຳຈະຜ່ານຂະບວນການພາຍໃນເຄື່ອງ ຈົນໄດ້ນ້ຳທີ່ບໍລິສຸດສາມາດດື່ມໄດ້

         003

ແຫລ່ງຂໍ້ມູນຈາກ: http://hilight.kapook.com/view/140086

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)