ນວດ 8 ຈຸດທີ່ມືເພື່ອບຳບັດພະຍາດໃຫ້ຫາຍດີ

02-recovered

ຈຸດທີ 1. ແກ້​ປວດ​ຫົວ​ : ກົດ​ຈຸດ​ທີ່​ຢູ່​ລະຫວ່າງ​ຫົວ​ແມ່​ມື​ແລະ​ນິ້ວ​ຊີ້ບັນ​ຈົບ​ກັນ​ເຢື້ອ​ມາຍັງ​ກະດູກ​ນິ້ວ​ຫົວ​ແມ່​ມື​ດ້ານ​ນອກ​.
ຈຸດທີ 2.ຄາຍ​ຫງຸດ​ຫງິດ​ : ຄວ່ຳ​ມື​ແລ້ວ​ກົດ​ບໍລິເວນ​ຮ່ອງ​ລະຫວ່າງ​ຂໍ້​ນິ້ວ​ນາງ​ກັບ​ນິ້ວ​ກ້ອຍ.
ຈຸດທີ 3.ເພີ່ມ​ພະລັງ​ສະຫມອງ​ : ໃຊ້​ນິ້ວ​ຫົວ​ແມ່​ມື​ຂອງ​ອີກ​ຂ້າງ​ກົດ​ຈຸດ​ທີ່​ບໍລິເວນ​ປາຍ​ນິ້ວ​ຊີ້​ ນິ້ວ​ກາງ​ ນິ້ວ​ນາງ​ ນິ້ວ​ກ້ອຍ​ເຮັດ​ຈົນຄົ​ບ​ 50 ຮອບ​ຕໍ່​ມື້.
ຈຸດທີ 4.ບັນ​ເທົາ​ຫວັດ​ : ກົດ​ຈຸດ​ທີ່​ຢູ່​ບໍລິເວນ​ໃຕ້​ເລັບ​ນິ້ວ​ຫົວ​ແມ່​ມື​.
ຈຸດທີ 5.ແກ້​ປວດ​ຫຼັງ​ : ກົດ​ຈຸດ​ທີ່​ຢູ່​ໃຕ້​ຝ່າ​ມື​ດ້ານ​ນິ້ວ​ຫົວ​ແມ່​ມື​ບໍລິເວນ​ທີ່​ໃຊ້​ຈັບ​ຊີບພະຈອນ​.
ຈຸດທີ 6.ແກ້​ໄອ​ : ໃຊ້​ນິ້ວ​ຫົວ​ແມ່​ມື​ແລະ​ນິ້ວ​ຊີ້ກົ​ດ​ບີບ​ບໍລິເວນ​ໂຄນ​ນິ້ວ​ຫົວ​ແມ່​ມື​ແລະ​ນິ້ວ​ຊີ້​ຄ້າງ​ໄວ້​ດົນ​ 5-10 ນາ​ທີ​
ຈຸດທີ 7.ລຸດ​ທ້ອງ​ຜູກ​ : ກົດ​ຈຸດ​ທີ່​ຢູ່​ບໍລິເວນ​ຮອຍ​ພັບ​ຂໍ້​ມື​ໃຕ້​ນິ້ວ​ກ້ອຍ​ຕິດ​ກັບ​ປຸ່ມ​ກະດູກ.
ຈຸດທີ 8.ກະຕຸ້ນ​ການ​ຍ່ອຍ​ : ໃຊ້​ນິ້ວ​ຫົວ​ແມ່​ມື​ຂວາກົດເຄືງ​ກົງ​ຈຸດ​ຕັດ​ຂອງ​ໂຄນ​ນິ້ວ​ຫົວ​ແມ່​ມື​ແລະ​ ນິ້ວ​ຊີ້​ ມື​ຊ້າຍ​ນິ້ວ​ຊີ້​ແລະ​ນິ້ວ​ກາງ​ຂວາ​ ເຄິ່ງ​ປະ​ຄອງ​ເຄິ່ງ​ກົດ​ດ້ານ​ຫຼັງ​ມື​ເອົາ​ໄວ້​.