spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໃຈສັ່ນແບບໃດຄວນຟ້າວໄປພົບແພດດ່ວນ

ໃຈສັ່ນແບບໃດຄວນຟ້າວໄປພົບແພດດ່ວນ

Published on

ອາການໃຈສັ່ນ ເປັນຄວາມຮູ້ສຶກຢ່າງໜຶ່ງທີ່ຫຼາຍຄົນເຄີຍພົບ ບາງຄົນກໍ່ຖືເລື່ອງນີ້ເປັນເລື່ອງປົກກະຕິ ແຕ່ອາການຂອງບາງຄົນກໍ່ວາງໃຈບໍ່ໄດ້ ໂດຍທົ່ວໄປແລ້ວເຮົາມັກຮູ້ສຶກເຖິງການເຕັ້ນຂອງຫົວໃຈໃນພາວະທີ່ຫົວໃຈບີບຕົວແຮງ ເຕັ້ນໄວ ໃນເວລາທີ່ອອກກຳລັງກາຍ ແຕ່ໃນພາວະທີ່ບໍ່ໄດ້ມີການກະຕຸ້ນໃດໆເລີຍບາງຄົນອາດຈະເກີດອາການໃຈສັ່ນຈົນເຮັດໃຫ້ເກີດການກັງວົນສົງໄສວ່າ ຫົວໃຈສັ່ນນັ້ນຈະຜິດປົກກະຕິ ຫຼື ບໍ່ ວັນນີ້ພວກເຮົາເລີຍມີ 6 ລັກສະນະອາການຫົວໃຈສັ່ນທີ່ເກີດຂຶ້ນໄດ້ມາຝາກກັນ

  1. ອາການໃຈສັ່ນເກີດຈາກຄວາມຜິດປົກກະຕິຂອງການເຕັ້ນຂອງຫົວໃຈ ຫຼື ໂຣກຫົວໃຈ

2. ອາການໃຈສັ່ນຮ່ວມກັບອາການອື່ນໆເຊັ່ນ: ໜ້າມືດ, ເປັນລົມ, ໝົດສະຕິ, ເຈັບແໜ້ນໜ້າເອິກ ຫຼື ເມື່ອຍຫອບຫືດຜິດປົກກະຕິອາດບົ່ງບອກເຖິງ ໂຣກຫົວໃຈຮຸນແຮງຄວນໄປພົບແພດດ່ວນ

3. ອາການໃຈສັ່ນທີ່ເກີດຂຶ້ນແບບກະທັນຫັນ ໂດຍບໍ່ສຳພັນກັບການອອກແຮງງານ ແລະ ສາມາດຫາຍດີໄດ້ເອງ ຜູ່ປ່ວຍມັກແຍກອາການອອກແຕກຕ່າງກັນຂະນະທີ່ມີ ແລະ ບໍ່ມີອາການໃຈສັ່ນ

4. ອາການໃຈສັ່ນທີ່ເກີດກັບຈັງຫວະການເຕັ້ນຂອງຫົວໃຈບໍ່ສະໝໍ່າສະເໝີ

5. ອາການໃຈສັ່ນໃນຜູ່ປ່ວຍທີ່ຮູ້ວ່າເປັນໂຣກຫົວໃຈຢູ່ແລ້ວເຊັ່ນ: ຜູ້ປ່ວຍທີ່ເຄີຍມີກ້າມເນື້ອຫົວໃຈຕາຍ ຈາກຫຼອດເລືອດຕັນ ຫົວໃຈລົ້ມເເຫລວ ຫົວໃຈຜິດປົກກະຕິແຕ່ກຳເນີດ

6.ອາການໃຈສັ່ນກັບຜູ່ປ່ວຍທີ່ມີປະຫວັດຄົນໃນຄອບຄົວໃກ້ຊິດ ເປັນໂຣກຫົວໃຈ ໂດຍສະເພາະການເສຍຊີວິດກະທັນຫັນກ່ອນໄວອັນຄວນ

 

ທີ່ມາ: http://guru.sanook.com/26747/

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...