spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 28 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 28 ກໍລະກົດ

Published on

ວັນທີ 28 ກໍລະກົດ ປີ 2006 ຫຼືມື້ນີ້ເມື່ອ 10 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Dirge of Cerberus: Final Fantasy VII ເທິງເຄື່ອງ PS2 ທີ່ກຸ່ມປະເທດສະຫະລາດອານາຈັກ. ໂດຍເກມນີ້ແມ່ນເປັນພາກເສີມທີ່ເປັນເຫດການໃນຊ່ວງ 3 ປີຫຼັງຈາກ Final Fantasy VII ພາກຫຼັກ ແລະຍັງເປັນການທົດລອງເຮັດເກມແນວແອັກຊັ່ນຊູດຕິ້ງກັບຊີຣີ Final Fantasy ເປັນຄັ້ງທຳອິດ ເຊິ່ງທີມງານຕ້ອງການຈະນຳສະເໜີສິ່ງໃໝ່ໆ ນອກເໜືອຈາກແນວ RPG ທີ່ເຄີຍເຮັດມາຕະຫຼອດ ເພືີອດຶງດູດແຟນໆ ໜ້າໃໝ່ໃຫ້ມາສົນໃຈຊີຣີ Final Fantasy ເພີ່ມນຳ. 

ສຳລັບເນື້ອເລື່ອງຂອງ Dirge of Cerberus ຈະເລົ່າເຖິງວິນເຊນ ວາເລນທາຍ ທີ່ໄດ້ຮັບບົດເປັນໂຕລະຄອນຫຼັກຂອງພາກນີ້ ທີ່ຕ້ອງປະເຊີນໜ້າກັບວາຍຮ້າຍທີ່ເປັນສະມາຊິກຂອງອົງກອນທີ່ເອີ້ນໂຕເອງວ່າ Deepground ທີ່ມີແຜນໃນການໃຊ້ອະສູນທີ່ມີຊື່ວ່າ Omega ເພື່ອທຳລາຍທຸກໆສິ່ງທີ່ມີຊີວິດເທິງໂລກນີ້ ດ້ວຍເຫດນີ້ຈຶ່ງເຮັດໃຫ້ລາວຕ້ອງຮ່ວມມືກັບໝູ່ຈາກ Final Fantasy VII ພາກຫຼັກອີກບາງສ່ວນເພື່ອລົ້ມລ້າງແຜນການຂອງສັດຕູໃຫ້ໄດ້. 

ລະບົບເກມຫຼັກໆຂອງ Dirge of Cerberus ແມ່ນຈະເປັນແນວແອັກຊັ່ນຊູດຕິ້ງມຸມມອງບຸກຄົນທີ 3 ເຊິ່ງມຸມກ້ອງແມ່ນຈະແລ່ນຕາມຫຼັງວິນເຊນຕະຫຼອດເວລາ ໂດຍວິນເຊນຈະສາມາດໃສ່ອຸປະກອນ 3 ຊະນິດໄວ້ກັບໂຕໄດ້ພ້ອມກັນ ນັ້ນກໍຄື: ອາວຸດປືນ, ຊຸດເກາະ ແລະເຄື່ອງປະດັບ. ເຊິ່ງໃນສ່ວນຂອງອາວຸດກໍຈະແບ່ງເປັນປືນພົກ, ປືນໄຣເຟີນ ແລະປືນກົນ. ໃນລະຫວ່າງເກມກໍຈະມີປືນໃໝ່ໆ ໃຫ້ເກັບ ໃນຂະນະດຽວກັນ ປືນບາງອັນທີ່ມີນ້ຳໜັກຫຼາຍໆກໍຈະສົ່ງຜົນຕໍ່ຄວາມໄວໃນການເຄື່ອນໄຫວຂອງວິນເຊນນຳ. ນອກຈາກນີ້, ລະບົບລິມິດເບຣກກໍຈະມີໃຫ້ໃຊ້ຢູ່ 2 ຊະນິດຄື: ແບບແປງຮ່າງເປັນ Galian Beast ທີ່ຈະເພີ່ມຄວາມໄວແລະຄວາມແຂງແກ່ງເປັນເວລາ 30 ວິນາທີ ແລະ ແບບແປງຮ່າງເປັນ Chaos ທີ່ມີພະລັງໂຈມຕີສູງທີ່ສຸດ ແຕ່ຮ່າງນີ້ຈະແປງໄດ້ສະເພາະດ່ານສຸດທ້າຍເທົ່ານັ້ນ.

Fact ເລັກນ້ອຍກ່ຽວກັບເກມ Dirge of Cerberus: Final Fantasy VII

  • ເກມນີ້ສາມາດເຮັດຍອດຂາຍທົ່ວໂລກໄປໄດ້ 1.243 ລ້ານຊຸດ ໂດຍເປັນອີກ 1 ເກມທີ່ໄດ້ກາປະທັບ Gold Category ຈາກທາງ Sony ໃນຖານະທີ່ເປັນເກມທີ່ເຮັດຍອດຂາຍໄດ້ດີຫຼາຍເທິງເຄື່ອງ PS2 ໃນປີ 2006

  • ກະແສຜູ້ຫຼິ້ນໃນຕ່າງປະເທດຈຳນວນຫຼາຍແນມວ່າໂຕເກມມີເນື້ອເລື່ອງທີ່ຂ້ອນຂ້າງເປັນຕາເບື່ອເກີນໄປ ອີກທັງຄວາມສະຫຼາດຂອງ AI ສັດຕູກໍບໍ່ຄ່ອຍໜ້າປະທັບໃຈ ໂດຍສິ່ງທີ່ໜັກທີ່ສຸດກໍຄືລະບົບການບັງຄັບຄວບຄຸມໂຕລະຄອນທີ່ເຮັດອອກມາໄດ້ຫຍຸ້ງຍາກແລະບໍ່ເປັນມິດກັບຜູ້ຫຼິ້ນເລີຍ ເມື່ອທຽບກັບເກມແອັກຊັ່ນຊູດຕິ້ງອື່ນໆ ທີ່ອອກມາກ່ອນໜ້ານີ້ແບບ Resident Evil 4 ເຊິ່ງນັກວິເຄາະສາຍເກມຄອນໂຊລຈຳນວນຫຼາຍໄດ້ໃຫ້ຄວາມເຫັນວ່າ ຫາກເກມນີ້ບໍ່ອາໄສອຳນາດຂອງ Final Fantasy VII ມາເປັນອົງປະກອບໃນເກມ ຍອດຂາຍກໍອາດຈະບໍ່ອອກມາດີແບບນີ້ກະເປັນໄດ້. 

  • ເພງຮ້ອງໃນເກມນີ້ມີ 2 ເພງຄື: Longing ແລະ Redemption ທີ່ໄດ້ຮັບກຽດຈາກທ່ານຄາມຸອິ ກາຄຸໂຕະ (ຫຼືທີ່ຮູ້ຈັກກັນໃນຊື່ວົງການບັນເທີງວ່າ Gackt) ມາເປັນຜູ້ແຕ່ງແລະຮ້ອງ ໂດຍສະເພາະເພງ Redemption ທີ່ທາງທີມງານໄດ້ວາງແຜນໄວ້ຕັ້ງແຕ່ທຳອິດແລ້ວວ່າຈະໃຫ້ເພງເປັນສະຕາຍ ບັລລາດ ແຕ່ທ່ານ Gackt ໄດ້ຕັດສິນໃຈປ່ຽນເປັນເພງຣ໋ອກແທນ ແລະທີມງານກໍເຫັນດີກັບໄອເດຍນີ້ທີ່ຈະປ່ຽນໃຫ້ເປັນແນວທີ່ເປັນຕາຕື່ນເຕັ້ນແລະມ່ວນກວ່າເກົ່າ. 

  • ນອກຈາກໂຕເກມເວີຊັ່ນນີ້ແລ້ວ ທາງ Square Enix ກໍຍັງໄດ້ມີການພັດທະນາພາກຕໍ່ທີ່ມີຊື່ວ່າ Dirge of Cerberus Lost Episode: Final Fantasy VII ໂດຍໄດ້ລົງໃຫ້ກັບແພລັດຟອຣ໌ມໂທລະສັບມືຖືເທົ່ານັ້ນ ເຊິ່ງກໍແນ່ນອນວ່າໂຕເກມມີໃຫ້ຫຼິ້ນສະເພາະໃນປະເທດຍີ່ປຸ່ນ ແຕ່ວ່າເມື່ອໂຕເກມວາງຈຳໜ່າຍ ຄະແນນພັດອອກມາບໍ່ດີ ສາເຫດຫຼັກໆກໍຄືກຣາບຟິກທີ່ພັດທະນາອອກມາບໍ່ເຂົ້າກັນກັບຈໍສະແດງຜົນມືຖືປານໃດ.  

ທີ່ມາ:online station

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...